Skip to main content

ຮ້ານດີພີ ສະປອດ ມອບເຄື່ອງກິລາ 29 ຊຸດ ໃຫ້ ສກຂ ຈຳປາສັກ

27/09/2023

ຮ້ານດີພີ ສະປອດ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຊຸດ ໄປມອບໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໃນວັນທີ 25 ກັນຍາ 2023 ທີ່ພະແນກດັ່ງກ່າວ ກ່າວມອບໂດຍ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງດີພີ ສະປອດ ແລະ ກ່າວຮອບໂດຍ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ໂອດານ ສະທ້ານຟ້າ ກ່າວວ່າ: ສຳລັບການນຳເອົາເຄື່ອງກິລາ ຈຳນວນ 29 ຊຸດ ມູນຄ່າ 2.900.000 ກີບມາມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຄັ້ງນີ້ ກໍເພື່ອຊຸກຍູ້ສົ່ງເສີມວຽກງານການກິລາ-ກາຍະກຳ ໂດຍສະເພາະແມ່ນຈັດການແຂ່ງຂັນກິລາພົບປະແລກປ່ຽນບົດຮຽນຮ່ວມກັນ ເພື່ອມິດຕະພາບລະຫວ່າງພະແນກສຶກສາທິການ ແລະ ກິລາແຂວງ ກັບ ບັນດາໂຮງຮຽນສາຍສາມັນແຫ່ງຕ່າງໆທີ່ຂຶ້ນກັບໃຫ້ເພີ່ມພູນຄູນສ້າງຮັດແໜ້ນຄວາມສາມັກຄີຢ່າງເລິກເຊິ່ງ ທັງເປັນການສ້າງໃຫ້ພະນັກງານໃນຂົງເຂດການສຶກສາມີສຸຂະພາບແຂງແຮງ ເພື່ອພ້ອມກັບປະຕິບັດໜ້າທີ່ວຽກງານທີ່ໃຫ້ຮັບການມອບໝາຍຈາກຂັ້ນເທິງຢ່າງມີຜົນສຳເລັດ.

ໂອກາດນີ້, ທ່ານ ບົວທອງ ສຸວັນນະສານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງດີພີ ສະປອດ ທີ່ໄດ້ນຳເອົາເຄື່ອງກິລາຈຳນວນນີ້ມາມອບໃຫ້ກັບພະແນກຂອງພວກເຮົາ ແລະ ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ ແລະ ປະສົບຜົນສຳເລັດໃນການດຳເນີນທຸລະກິດຂອງທ່ານທຸກປະການ. ໃນພິທີອັນມີຄວາມໝາຍສຳຄັນນີ້ ທາງພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຍັງໄດ້ມອບໃບກຽດຕິຄຸນໃຫ້ກັບຮ້ານຂາຍເຄື່ອງດີພີ ສະປອດ ເພື່ອເປັນການຈາລຶກບຸນຄຸນ ແລະ ຍ້ອງຍໍສັນລະເສີນອີກດ້ວຍ.

 

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ