ເບ ສະຫວັນ ເອັບຊີ ຊະນະ ຄິງດອມ 4-2 ເປັນທີມນຳຕາຕະລາງ ຟຸດຊໍ ລາວລີກ 2023
ການແຂ່ງຂັນລາຍການ ຟຸດຊໍ ລາວລີກ ປະຈຳປີ 2023 ອາທິດທີ 3 ສືບຕໍ່ຈັດຂຶ້ນລະຫວ່າງວັນທີ 23-24 ກັນຍາ 2023 ຊຶ່ງມີການລົງສະໜາມແຂ່ງຂັນ 6 ຄູ່ປົກກະຕິ ໂດຍສະເພາະຄູ່ບິກແມັດ ສະໂມສອນ ເບ ສະຫວັນ ເອັບຊີ ແຊ໋ມຟຸດຊໍ ຣີໄວ ຄັບ 2021 ແລະ ຮອງແຊ໋ມ ຣີໄວ ຄັບ 2022 ຟອມຍັງຮ້ອນແຮງ ໄລ່ເອົາຊະນະ ສະໂມສອນ ຄິງດອມ ຢູໄນເຕັດ ໄປແບບສຸດມັນ 4-2 ປະຕູ ຄວ້າໄຊ 3 ນັດຕິດຕໍ່ກັນ ເປັນທີມນຳຕາຕະລາງການແຂ່ງຂັນ. ຂະນະທີ່ ທີເອັມ ເອັບຊີ ຄືນຟອມເກັ່ງ ຖະຫຼົ່ມ ເລີບ ສະປາ 10-6 ປະຕູ.
ການແຂ່ງຂັນເຕະບານ ຟຸດຊໍ ລາວລີກ ປະຈຳປີ 2023 ນັດດັ່ງກ່າວ ຊຶ່ງມີການລົງສະໜາມແຂ່ງຂັນເປັນປົກກະຕິ 6 ຄູ່ ໂດຍສະເພາະ 3 ຄູ່ ທີ່ແຂ່ງຂັນໃນວັນເສົາ ໂດຍສະເພາະຄູບິກແມັດ ຄູ່ທີ 3 ຂອງມື້ດັ່ງກ່າວ ເປັນການພົບກັນລະຫວ່າງ ສະໂມສອນ ເບ ສະຫວັນ ເອັບຊີ ພົບກັບ ຄິງດອມ ຢູໄນເຕັດ ໃນນັດນີ້ ເບ ສະຫວັນ ກໍສາມາດໄດ້ຕົວ ສຸລິຈັນ ພະສະແຫວງ ນັກກິລາບານເຕະຟຸດຊໍ ດີກຣີທີມຊາດລາວ ຈາກແຂວງເຊກອງ ເດີນທາງມາໄກສົມທົບຊ່ວຍທີມ ສ່ວນຄິງດອມ ຢູໄນເຕັດ ກໍມີບັນດາອະດີດນັກກິລາລະດັບແຖວໜ້າວົງການບານລາວ ເສີມທັບຢ່າງແຂງແກ່ນ ຜ່ານການແຂ່ງຂັນປະກົດວ່າ: ເບ ສະຫວັນ ເອັບຊີ ສາມາດຮັກສາຟອມເກັ່ງໄລ່ເອົາຊະນະ ຄິງດອມ ຢູໄນເຕັດ 4-2 ປະຕູ.
ສ່ວນຜົນການແຂ່ງຂັນຄູ່ອື່ນໆ ບຸນມີ ເຟີນິເຈີ ຊະນະ ເອັບເຮັດແອວ ເອັບຊີ 7-3 ປະຕູ, ທີເອັມ ເອັບຊີ ຄືນຟອມເກັ່ງ ຖະຫຼົ່ມ ເລີບ ສະປາ 10-6 ປະຕູ ຂະນະທີ່ການແຂ່ງຂັນໃນວັນອາທິດ 3 ຄູ່ ປະກອບມີ ມັດສະດາ ລາວ ຈີບີ ເອັບຊີ ຊະນະ ອາສາ ເອັບຊີ 3-1 ປະຕູ, ເໜືອ-ໃຕ້ ເອັບຊີ ຊະນະ ວິເຊີນ ຢູໄນເຕັດ 4-1 ປະຕູ ແລະ ນະຄອນຫຼວງວຽງຈັນ ຢູໄນເຕັດ ຄືນຟອມເກັ່ງ ສອຍຊະນະ ຊີທີເອ ພາວເວີ 6-5 ປະຕູ ການແຂ່ງຂັນລາຍການດັ່ງກ່າວ ໄດ້ດຳເນີນຂຶ້ນທີ່ສະໜາມ ຟຸດຊໍ ສູນຝຶກບານເຕະແຫ່ງຊາດ ສະຫະພັນບານບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ລາຍການນີ້ ໄດ້ເປີດສາກຂຶ້ນເມື່ອວັນທີ 9 ກັນຍາ ຜ່ານມາ ແລະ ຄາດວ່າຈະສຳເລັດການແຂ່ງຂັນໃນເດືອນຕຸລາ 2023 ນີ້ ຊຶ່ງມີ 12 ສະໂມສອນ ເຂົ້າຮ່ວມຊີງໄຊ ແລະ ແຂ່ງຂັນແບບລີກພົບກັນໝົດ ໃນຮອບດຽວ ກໍຄື ຮອບຂາໄປ ຊຶ່ງມີການຄັດເລືອກເອົາທີມທີ່ສາມາດເກັບໄຊຊະນະ ໃນຈຳນວນ 11 ນັດ ຫຼື ທີມທີ່ມີຄະແນນດີທີ່ສຸດ ໄດ້ແຊ໋ມລາຍການດັ່ງກ່າວໄປຄອງ ສຳລັບ 12 ສະໂມສອນ ເຂົ້າຮ່ວມແຂ່ງຂັນ ປະກອບມີ ຄິງດອມ ຢູໄນເຕັດ, ທີເອັມ ເອັບຊີ, ເບ ສະຫວັນ ເອັບຊີ, ບຸນມີ ເຟີນິເຈີ, ມັດສະດາ ລາວ, ເອັບເຮັດແອວ ເອັບຊີ, ເໜືອ-ໃຕ້ ເອັບຊີ, ເລີບ ສະປາ ເອັບຊີ, ຊີທີເອ ເອັບຊີ, ອາສາ ເອັບຊີ, ວິເຊີນ ຢູໄນເຕັດ ແລະ ນະຄອນຫຼວງວຽງຈັນ ຢູໄນເຕັດ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
