ສ່ວຍສາອາກອນ ນວ ຊະນະ ສຳນັກກະຊວງ ສສກ 8-5 ເຕະບານ ນັດພິເສດ ສະຫຼອງເປີດສົກຮຽນໃໝ່
ທີມຊາວໜຸ່ມສຳນັກກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມກັບ ທີມເຕະບານຊາວໜຸ່ມ ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເປີດສົກຮຽນໃໝ່ ສົກຮຽນ 2023-2024 ໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນໃນນະຄອນຫຼວງວຽງຈັນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບຄວາມຮັກແພງລະຫວ່າງພະນັກງານຂອງທັງສອງພາກສ່ວນໃຫ້ນັບມື້ແໜ້ນແຟ້ນຂຶ້ນເລື້ອຍໆ.
ການແຂ່ງຂັນເຕະບານ ນັດພິເສດ ມິດຕະພາບ ລະຫວ່າງ ຊາວໜຸ່ມສຳນັກກະຊວງ ສສກ ພົບກັບ ທີມເຕະບານຊາວໜຸ່ມ ສ່ວຍສາອາກອນ ນວ ໃນຄັ້ງນີ້ ຈັດຂຶ້ນ ເມື່ອວັນທີ 13 ກັນຍາ 2023 ທີ່ສະໜາມກິລາເຈົ້າອານຸວົງ ໂດຍການນຳພາທີມສຳນັກກະຊວງສຶກສາທິການ ແລະ ກິລາຂອງ ທ່ານ ອຳໄພວັນ ກວ້າງມະນີວັນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ສ່ວນທີມສ່ວຍສາອາກກກອນ ນວ ແມ່ນນຳທີມໂດຍ ທ່ານ ວິໄນ ທິບດາລາ ຮອງຫົວໜ້າສ່ວຍສາອາກອນ ປະຈຳ ນະຄອນຫຼວງວຽງຈັນ ມີບັນດາສະມາຊິກທັງສອງພາກສ່ວນເຂົ້າຮ່ວມຢ່າງເປັນຂະບວນການຄຶກຄື້ນ ເບີກບານ ແລະ ມ່ວນຊື່ນ.
ຜ່ານການແຂ່ງຂັນຄູ່ດັ່ງກ່າວ ຕະຫຼອດໄລຍະ 90 ນາທີ ຜົນປະກົດວ່າ ເປັນຝ່າຍທາງທີມສ່ວຍສາອາກອນ ນວ ທີ່ຫຼິ້ນບານໄດ້ດີກວ່າ ເປັນຝ່າຍເອົາຊະນະ ທີມຊາວໜຸ່ມ ສຳນັກກະຊວງ ສສກ ໄປແບບສຸດມ່ວນ 8-5 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
