ປະດັບຫຼຽນໄຊແຮງງານ ໃຫ້ສະຫະພັນກິລາກັອບແຫ່ງຊາດ ພ້ອມຍ້ອງຍໍກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ
ພິທີປະດັບຫຼຽນໄຊແຮງງານ ແລະ ຫຼຽນກາແຮງງານ ໃຫ້ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຂອງ ສະຫະພັນກິລາກັອບແຫ່ງຊາດ (ສກລ) ຈັດຂຶ້ນວັນທີ 6 ກັນຍາ 2023 ທີ່ຄະນະກຳມະການໂລແລມປິກແຫ່ງຊາດລາວ ເປັນກຽດປະດັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິບັດວັດລາວ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກັອບແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ກອງສີ ແສງມະນີ ໄດ້ລາຍງານຜົນສຳເລັດໂດຍຫຍໍ້ກ່ຽວກັບການເຄື່ອນໄຫວ ແລະ ຜົນງານດີເດັ່ນຂອງຄະນະສະຫະພັນກິລາກັອບແຫ່ງຊາດ ຊຶ່ງການພັດທະນາວົງການກິລາກັອບລາວ ໄລຍະຜ່ານມາ ໄດ້ເຕີບໃຫຍ່ຂະຫຍາຍຕົວຕາມລຳດັບໃນທ່ວງທ່າທີ່ດີຕໍ່ເນື່ອງ ຄຽງຄູ່ກັບການເຊື່ອມໂຍງຂອງ ສປປ ລາວ ເຂົ້າສູ່ປະຊາຄົມອາຊຽນ ກໍຄື ການເປີດກວ້າງການຮ່ວມມືພົວພັນກັບຕ່າງເທດ ສາມາດຈັດກິດຈະກຳແຂ່ງຂັນໃນລະດັບຕ່າງໆຫຼາຍຂຶ້ນ ເຊັ່ນ: ການແຂ່ງຂັນໃນລະດັບລະດັບຊາດພາກພື້ນ ແລະ ສາກົນ ເວທີການທູດ ແລະ ການແຂ່ງຂັນມິດຕະພາບ ເພື່ອການກຸສົນເປັນຕົ້ນ. ນອກນັ້ນ ສະຫະພັນກິລາກັອບແຫ່ງຊາດ ກໍຍັງໄດ້ເອົາໃຈໃສ່ເຄື່ອນໄຫວປຸກລະດົມຂົນຂວາຍ ລະດົມທຶນຮອນທັງພາຍໃນສ່ວນຕົວ ບຸກຄົນ ແລະ ພາກທຸລະກິດພາຍນອກ ເພື່ອຊ່ວຍເຫຼືອສະໜັບສະໜູນເຂົ້າໃນການເສີມສ້າງບຸກຄະລາກອນໃນວົງການກິລາກັອບລາວ ໃຫ້ເຂັ້ມແຂງ ໂດຍສາມາດຈັດສົ່ງຄະນະກຳມະການ ໄປຝຶກອົບຮົມຢູ່ຕ່າງປະເທດໄດ້ 50 ເທື່ອຄົນ ພ້ອມທັງສົ່ງນັກກິລາກັອຍເຍົາວະຊົນທີມຊາດ ແລະ ນັກກິລາອາຊີບ ເຂົ້າຮ່ວມແຂ່ງຂັນຢູ່ຕ່າງປະເທດໃນຫຼາຍປີຜ່ານມາໄດ້ 120 ເທື່ອຄົນ ແລະ ເຂົ້າຮ່ວມແຂ່ງຂັນໃນດັບຕ່າງໆຢ່າງເປັນປົກກະຕິ ເພື່ອຝຶກຝົນຫຼໍ່ຫຼອມນັກກິລາໃຫ້ກາຍເປັນມືອາຊີບຫຼາຍຂຶ້ນ.
ຈາກນັ້ນ ໃນພິທີກໍຍັງໄດ້ມີການຜ່ານດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ I ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ ຂອງສະຫະພັນກິລາກັອບແຫ່ງຊາດລາວ ໃນນີ້ຫຼຽນໄຊແຮງງານ ຊັ້ນມີ I ຈຳນວນ 6 ທ່ານ, ໄຊແຮງງານ ຊັ້ນ II ຈຳນວນ 5 ທ່ານ ແລະ 1 ກົມກອງ ແລະ ຫຼຽນໄຊແຮງານ ຊັ້ນ III ຈຳນວນ 10 ທ່ານ ແລະ 3 ກົມກອງ ມອບຫຼຽນກາແຮງງານໃຫ້ບຸກຄົນ 20 ທ່ານ ແລະ 4 ກົມກອງ ພ້ອມນີ້ຍັງໄດ້ມອບຫຼຽນກາທີ່ລະນຶກ 65 ປີ ຂອງສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ ໃຫ້ບຸກຄົນຂອງ ສະຫະພັນກິລາກັອບແຫ່ງຊາດລາວ ແລະ ຍ້ອງຍໍຜົນງານການກະກຽມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃຫ້ຜູ້ທີ່ມີຜົນງານດີເດັ່ນຈຳນວນໜຶ່ງ ທີ່ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການດັ່ງກ່າວຕື່ມອີກ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
