ວາງສີລາລຶກໂຄງການຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສ ຢູ່ສະໜາມກັອບພູກູດທອງຄຳ
ພິທີວາງສີລາລຶກໂຄງການປັບປຸງກໍ່ສ້າງຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສຢູ່ທີ່ສະໜາມກັອບພູກູດທອງຄຳ ໄດ້ມີຂຶ້ນໃນວັນທີ 24 ກັນຍາ 2023 ທີ່ສະໜາມກັອບພູກູດທອງຄຳ ແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ແລະ ທ່ານ ອີຊໍຈິນ ປະທານບໍລິສັດ ເອັດໂທ ພັດທະນາລາວ ຈຳກັດຜູ້ດຽວ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງພູກູດ ແລະ ເມືອງແປກຢ່າງພ້ອມພຽງ.
ໃນພິທີ, ທ່ານ ພູວອນ ຈັນມາລາ ປະທານບໍລິສັດວຽງວອນ ຈຳກັດຜູ້ດຽວ ໄດ້ລາຍງານຄວາມເປັນມາຂອງສະໜາມກັອບພູກູດທອງຄຳ ໃຫ້ຮູ້ວ່າ: ສະໜາມກັອບພູກູດທອງຄຳ ໄດ້ເລີ່ມກໍ່ສ້າງມາແຕ່ປີ 2015 ຊຶ່ງແມ່ນບໍລິສັດວຽງວອນ ຈໍາກັດຜູ້ດຽວ ເປັນຜູ້ເປັນລົງທຶນກໍ່ສ້າງດ້ວຍທຶນຂອງຕົນເອງ 100% ໂດຍການອອກແບບໄລຍະທີ 1 ແມ່ນເຮັດເປັນ 9 ຂຸມ ແລະ ເຮືອນຮັບແຂກ 1 ຫຼັງ ແລະ ໄລຍະທີ 2 ໄດ້ຂະຫຍາຍເປັນ 18 ຂຸມ. ສະນັ້ນມາຮອດປີ 2023 ບໍລິສັດວຽງວອນ ຈຳກັດຜູ້ດຽວ ຮ່ວມກັບບໍລິສັດ ເອັດໂທ ພັດທະນາລາວ ຈຳກັດຜູ້ດຽວ ໄດ້ມີຈຸປະສົງເປົ້າໝາຍພັດທະນາໂຄງການປັບປຸງກໍ່ສ້າງຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສ ແລະ ຣີສອດຢູ່ທີ່ສະໜາມກັອບພູກູດທອງຄຳ ເພື່ອຮັບໃຊ້ບໍລິການແຂກພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ຊາວຊຽງຂວາງນັບມື້ຫຼາຍຂື້ນ.
ຫຼັງຈາກນັ້ນ, ທ່ານ ອີຊໍຈິນ ປະທານບໍລິສັດ ເອັດໂທ ພັດທະນາລາວ ຈຳກັດຜູ້ດຽວ ໄດ້ມີຄຳເຫັນພ້ອມທັງຜ່ານແຜນພັດທະນາໂຄງການປັບປຸງກໍ່ສ້າງຂະຫຍາຍສະໜາມກັອບ ແລະ ກໍ່ສ້າງເຮືອນພັກອາໃສ່ ແລະ ຣີສອດຢູ່ທີ່ສະໜາມກັອບພູກູດທອງຄຳ ໃຫ້ຮູ້ວ່າ: ສຳລັບແຜນຂະຫຍາຍສະໜາມກັອບຈາກ 18 ຂຸມ ເພີ່ມເປັນ 36 ຂຸມ ພ້ອມສ້າງຣີສອດ ແລະ ສ້າງໂຮງແຮມ ລະດັບ 7 ດາວ ໃນຄັ້ງນີ້ ແມ່ນເພື່ອຮັບໃຊ້ບໍລິການແຂກພາຍໃນ ແລະ ຕ່າງປະເທດ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ຊາວຊຽງຂວາງຮັບມື້ເພີ່ມຂຶ້ນ, ດືງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຊຽງຂວາງ ເພື່ອເປັນການສ້າງລາຍຮັບໃຫ້ແກ່ຂະແໜງການທ່ອງທ່ຽວຂອງແຂວງຊຽງຂວາງຕື່ມອີກ.
ໃນໂອກາດນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນຈົ່ງໃຫ້ການຮ່ວມມືອຳນວຍຄວາມສະດວກໃນການປະສານງານ ແລະ ການປະຕິບັດຕົວຈິງໃຫ້ຖືກຕ້ອງຕາມລະບຽບຫຼັກການເຮັດໃຫ້ໂຄງການດັ່ງກ່າວໃຫ້ດຳເນີນໄປໄດ້ຕາມລະດັບຄາດໝາຍ.
ພາບ-ຂ່າວ: ໜັງສືພິມ ຊຽງຂວາງ ມີໄຊ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
