Skip to main content

ໄອ-ສະປອດ ມອບເຄື່ອງ 30 ກວ່າຊຸດ ໃຫ້ໂທລະພາບແຫ່ງຊາດລາວ

29/09/2023

ຮ້ານຂາຍເຄື່ອງກິລາ, ບໍລິການອອກແບບ ແລະ ຜະລິດເສື້ອກິລາພິມລາຍ ໄອ-ສະປອດ (Ai-sport) ສືບຕໍ່ໃຫ້ການສະໜັບສະໜູນເຄື່ອງນຸ່ງກິລາ ຈຳນວນ 30 ກວ່າຊຸດ ລວມມູນຄ່າ 4 ລ້ານກວ່າກີບ ໃຫ້ແກ່ສະຖານີໂທລະພາບແຫ່ງຊາດລາວ ເພື່ອສ້າງໂອກາດໃຫ້ທາງພາກສ່ວນດັ່ງກ່າວ ໄດ້ມີຄວາມສະດວກໃນການເຄື່ອງໄຫວຫຼິ້ນກິລາ ເພື່ອສຸຂະພາບ.

ພິທີມອບ-ຮັບການສະໜັບສະໜູນເຄື່ອງຂອງຮ້ານຂາຍເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 26 ກັນຍາ 2023 ທີ່ສະໜາມກິລາບານເຕະຫຍ້າທຽມ ບິກສະກາຍ ສະປອດ ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນການກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານຂາຍເຄື່ອງກິລາ, ບໍລິການອອກແບບ ແລະ ຜະລິດເສື້ອກິລາພິມລາຍ ໄອ-ສະປອດ ແລະ ຮັບໂດຍ ທ່ານ ປອ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ, ມີຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າພະແນກອ້ອມຂ້າງ ແລະ ພະນັກງານຂອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ຫຼັງຈາກນັ້ນ, ຄະນະນັກກິລາເຕະບານຂອງໂທລະພາບແຫ່ງຊາດລາວ ກໍໄດ້ຮ່ວມກັບ ຮ້ານຂາຍເຄື່ອງກິລາ, ບໍລິການອອກແບບ ແລະ ຜະລິດເສື້ອກິລາພິມລາຍ ໄອ-ສະປອດ ຈັດກິດຈະກຳເຕະບານມິດຕະພາບ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ວັນສ້າງຕັ້ງໂທລະພາບແຫ່ງຊາດລາວ ຄົບຮອບ 40 ປີ, ທັງເປັນການພົບປະແລກປ່ຽນ ຮັດແໜ້ນຄວາມສາມັກຄີ ມິດຕະພາບລະຫວ່າງສອງພາກສ່ວນ ສົ່ງເສີມການອອກກຳລັງກາຍຫຼິ້ນກິລາເພື່ອສຸຂະພາບ ຮັດແໜ້ນຄວາມຮັກແພງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ກິດຈະກຳຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ ເຖິງວ່າມີສາຍຝົນຕົກລົງມາກໍຕາມ. ທັງນີ້,ໃນໄລຍະ ຜ່ານມາ ໄອ-ສະປອດ ແມ່ນເຄີຍໃຫ້ການຊຸກຍູ້ອຸປະກອນກິລາໃຫ້ແກ່ ທີມບານເຕະໂທລະພາບແຫ່ງຊາດລາວ ມາແລ້ວ ແລະ ໃນຕໍ່ໜ້າ ທ່ານ ໄພລະກອນ ບຸນວິຊຽນ ກໍຍັງຢືນຢັນວ່າຫາກມີໂອກາດກໍຈະສືບຕໍ່ໃຫ້ການສະໜັບສະໜູນຕື່ມອີກ.

ຂ່າວໂດຍ: ສົງການ ພັນແພງດີ