ຄະນະວິຊາຄູພິທີການ ແລະ ພະແນກຄຸ້ມຄອງຫ້ອງຮຽນ ໄດ້ຮັບເຄື່ອງກິລາ
ຄະນະວິຊາຄູພິທີການ ແລະ ພະແນກຄຸ້ມຄອງຫ້ອງຮຽນ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານນາຍທະຫານບົກ ກົມມະດຳ ໄດ້ຮັບເຄື່ອງກິລາຈາກ ບໍລິສັດ ຂວັນໃຈຈະເລີນແຮ່ທາດ ຈຳກັດຜູ້ດຽວ ໃນວັນທີ 28 ກັນຍາ 2023 ໂດຍເປັນການກ່າວມອບຂອງ ທ່ານ ນາງ ຂວັນໃຈ ແພງມະໂນ ປະທານບໍລິສັດ ຂວັນໃຈຈະເລີນແຮ່ທາດ ຈຳກັດຜູ້ດຽວ ແລະ ກ່າວຮັບແມ່ນ ສະຫາຍ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ຄະນະວິຊາຄູພິທີການ ແລະ ພະແນກຄຸ້ມຄອງຫ້ອງຮຽນ ຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານນາຍທະຫານບົກ ກົມມະດຳ ມີບັນດາຄະນະວິຊາຄູ, ພະແນກການ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ແມ່ນເປັນເຄື່ອງກິລາ ຈຳນວນ 45 ຊຸດ ລວມເປັນມູນຄ່າ 5.000.000 ກີບ. ໂອກາດນີ້, ສະຫາຍ ພັນໂທ ປະດິດ ສິນທຳ ໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງທ່ານປະທານບໍລິສັດຂວັນໃຈຈະເລີນແຮ່ທາດ ທີ່ເຫັນຄວາມໝາຍຄວາມສຳຄັນໃນວຽກງານຂະບວນການກິລາຂອງຄະນະວິຊາຄູພິທີການ ແລະ ພະແນກຄຸ້ມຄອງຫ້ອງຮຽນ ຫ້ອງອົບຮົມ-ກໍ່ສ້າງ ວນກ ຈຶ່ງໄດ້ນຳເຄື່ອງກິລາມາມອບໃຫ້ ແລະ ສັນຍາວ່າຈະນຳເອົາເຄື່ອງເຫຼົ່ານີ້ນຳໃຊ້ເຂົ້າໃນຂະບວນການກິລາຕ່າງໆຂອງກົມກອງໃຫ້ມີຜົນປະໂຫຍດສູງ.
ໃນຕອນທ້າຍທາງຄະນະຄູພິທີການກໍໄດ້ມອບໃບກຽດຕິຄຸນ ໃຫ້ແກ່ທາງບໍລິສັດຂວັນໃຈຈະເລີນແຮ່ທາດ ພ້ອມທັງສ້າງກິດຈະກຳຫຼິ້ນກິລາເປຕັງ ເພື່ອຮັດແໜ້ນຄວາມສາມັກຄີໃຫ້ນັບມື້ມີຄວາມແນ້ນແຟ້ນຂຶ້ນໄປເລື້ອຍໆ.
ຂ່າວ-ພາບ: ເຟື້ອຍ ສາຍຄຳ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

