Skip to main content

ກສມ ສີໂຄດຕະບອງ ສ້າງຂະບວນການກິລາ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

02/10/2023

ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ສີໂຄດຕະບອງ ຈັດກິດຈະກໍາແຂ່ງຂັນກິລາບານສົ່ງ ແລະ ກິລາດຶງເຊືອກ ສະເພາະຄູອາຈານທົ່ວເມືອງ ໃນວັນທີ 30 ກັນຍາ 2023 ຢູ່ໂຮງຮຽນ ມ.ປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ເພື່ອເປັນການສ້າງຂະບວນການ ສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ)ຄົບ ຮອບ 29 ປີ ທັງເປັນການສ້າງຄວາມສາມັກຄີ ລະຫວ່າງ ຜູ້ອໍານວຍການ ຜູ້ປະກອບການ ອົງການປົກຄອງເມືອງ ຫ້ອງການວສຶກສາທິການ ແລະ ກີລາເມືອງ ແລະ ພະນັກງານຄູ ທົ່ວເມືອງສີໂຄດຕະບອງ ໃຫ້ມີຄວາມສາມັກຄີແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍມີ  ທ່ານ ທົງ ຫົດທິລາດ ຮອງເຈົ້າເມືອງສີໂຄດຕະບອງ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ພ້ອມດ້ວຍພະນັກງານ ຜູ້ອໍານວຍການ ຄູ-ອາຈານ ແລະ ນັກກີລາ ທັງຄູພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ສິນໄຊ ສຸທໍາມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີໂຄດຕະບອງ ກ່າວວ່າ: ການຈັດກິດຈະກໍາຄັ້ງນີ້ ຍັງເປັນການສ້າງຂະບວນການໃຫ້ທົ່ວເຖິງ ຢູ່ໃນບັນຍາກາດວັນຄູແຫ່ງຊາດ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ຕິດພັນກັບຂໍ້ແຂ່ງຂັນ 5 ຫຼັກມູນຂອງການສຶກສາ ນອກນີ້ ການຫຼິ້ນກິລາຍັງເຮັດໃຫ້ສຸຂະພາບແຂງແຮງ ຖ້າຄົນເຮົາແຂງແຮງ ມີສຸຂະພາບດີ ກໍຈະເຮັດໃຫ້ວຽກງານອອກມາດີ ດັ່ງນັ້ນ ຮຽກຮ້ອງມາຍັງຄະນະຮັບຜິດຊອບຈັດການແຂ່ງຂັນ ກໍາມະການຕັດສິນ ໃຫ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເຮັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ ແລະ ປະຕິຍານຕົນເອງວ່າ ຈະຊື່ສັດບໍລິສຸດ ເຮັດດ້ວຍຄວາມຈິງໃຈ ບໍ່ເຂົ້າຂ້າງ-ອອກຂາ ມີນໍ້າໃຈມິດຕະພາບ ສ່ວນນັກກິລາທີ່ເຂົ້າຮ່ວມທຸກທ່ານ ຈົ່ງພ້ອມກັນຫຼິ້ນກິລາດ້ວຍຄວາມມີນໍ້າໃຈມິດຕະພາບ ຮູ້ໄດ້ ຮູ້ຊະນະ ຮູ້ໃຫ້ອາໄພ ສະນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມ ຈົ່ງມີຄວາມສາມັກຄີຮັກແພງ ປຸ້ມລຸມກັນເຮັດຜົນສໍາເລັດໜ້າທີ່ໃນມື້ນີ້ ໃຫ້ສໍາເລັດ 100% ແລະ ມີຄວາມສະຫງົບປອດໄພ.

 

ສໍາລັບການແຂ່ງຂັນຄັ້ງນີ້ ປະກອບມີ 2 ປະເພດກິລາ ຄື: ບານສົ່ງຊາຍ ມີ 26 ຄະນະ ແລະ ດຶງເຊືອກຍິງ ມີ 26 ຄະນະ ຜ່ານການແຂ່ງຂັນຕະຫຼອດ 1 ວັນ ຜົນປາກົດວ່າ: ກິລາບານສົ່ງຊາຍ ອັນດັບ 1 ທີມໂຮງຮຽນ ປີຍະດາ, ອັນດັບ 2 ທີມອົງການປົກຄອງເມືອງສີໂຄດຕະບອງ, ອັນດັບ 3 ທີມໂຮງຮຽນ ມສ ນິຕ້າ ແລະ ອັນດັບ 4 ທີມໂຮງຮຽນ ມສ ຮຸ່ງເຮືອງ. ສ່ວນກິລາດຶງເຊືອກ ອັນດັບ 1 ທີມໂຮງຮຽນເອກະຊົນ ອັກສອນສະຫວັນ, ອັນດັບ 2 ທີມໂຮງຮຽນ ຊັບປັນຍາ, ອັນດັບ 3 ທີມໂຮງຮຽນ ມສ ຈັນສະຫວ່າງ ແລະ ອັນດັບ 4 ທີມກຸ່ມປະຖົມສີໄຄ ຂະນະທີ່ປະເພດລາງວັນ ອັນດັບ 1-4 ທັງ 2 ປະເພດ ແມ່ນໄດ້ຮັບເທົ່າກັນ ຄື: ອັນດັບ 1 ໄດ້ຮັບຂັນ 1 ໜ່ວຍ+ເງິນລາງວັນ 700.000 ກີບ, ອັນດັບ 2 ໄດ້ຮັບຂັນ 1 ໜ່ວຍ+ເງິນລາງວັນ 600.000 ກີບ, ອັນດັບ 3 ໄດ້ຮັບຂັນ 1 ໜ່ວຍ+ເງິນລາງວັນ 500.000 ກີບ ແລະ ອັນດັບ 4 ໄດ້ຮັບຂັນ 1 ໜ່ວຍ+ເງິນລາງວັນ 400.000 ກີບ.