ເຮືອເທບພອນໄຊ ຄອງແຊ໋ມ 2 ລາຍການ ງານແຂ່ງຂັນຊ່ວງເຮືອປະເພນີ 2023 ທີ່ແຂວງສາລະວັນ
ເຮືອເທບພອນໄຊ ຈາກແຂວງສະຫວັນນະເຂດ ຍັງສ້າງຜົນງານໄດ້ດີຢ່າງຕໍ່ເນື່ອງຫຼ້າສຸດ ສາມາດຄວ້າແຊ໋ມປະເພດ 30-35 ສີພາຍ ແລະ ປະເພດ 12 ສີພາຍ ໄດ້ຮັບເງິນລາງວັນລວມ 35 ລ້ານກີບ ພ້ອມຂັນເງິນ 1 ໜ່ວຍ ໃນການແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ເມືອງສາລະວັນ ແຂວງສາລະວັນ ເປັນເຈົ້າພາບ.
ເມືອງສາລະວັນ ແຂວງສາລະວັນ ໄດ້ຈັດງານບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ໃນວັນທີ 28 ກັນຍາ 2023ທີ່ຜາມໄຊ ບ້ານເຕົ້າປູນ (ຝັ່ງຊຽງຍືນ) ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ແລະ ທ່ານ ຈັນສີລອນ ສີສົມບູນ ເຈົ້າເມືອງສາລະວັນ ທັງເປັນປະທານຈັດງານຊ່ວງເຮືອ ປະຈຳປີ 2023 ພ້ອມດ້ວຍແຂກຖືກເຊີນ, ຄະນະນຳ, ຄູຝຶກ, ທີມເຮືອຊ່ວງ ຕະຫຼອດຮອດພໍ່ແມ່ປະຊົນບັນດາເຜົ່າ ແລະ ພໍ່ຄ້າຊາວຂາຍຢ່າງຟົດຟື້ນ.
ໃນພິທີ, ທ່ານ ຈັນສີລອນ ສີສົມບູນ ກ່າວວ່າ: ການຈັດບຸນຊ່ວງເຮືອປະເພນີ ໃນແຕ່ລະປີ ໄດ້ກໍານົດເອົາມື້ຂຶ້ນ 14 ຄໍ່າ (ເດືອນ 10 ລາວ) ເປັນມື້ຈັດງານບຸນຊ່ວງເຮືອ ຫຼື ກົງກັບມື້ບຸນຫໍ່ເຂົ້າສະຫຼາກ ທີ່ເປັນບຸນໜຶ່ງທີ່ມີຄວາມໝາຍສໍາຄັນທາງພຸດທະສາສະໜາ ເພື່ອສືບສານວັດທະນະທຳ, ອະນຸລັກຮັກສາ, ປະເພນີອັນດີງາມຂອງຊາດ ກໍຄືຂອງທ້ອງຖິ່ນ, ສ່ອງແສງໃຫ້ເຫັນເຖິງພື້ນຖານການສົ່ງເສີມ ແລະ ອະນຸລັກດ້ານວັດທະນະທຳ, ອະລິຍະທຳ, ຮີດຄອງປະເພນີຂອງຄົນລາວມາແຕ່ດຶກດຳບັນ ໂດຍສະເພາະແມ່ນປະຊາຊົນພາຍໃນເມືອງ ແລະ ແຂວງສາລະວັນ. ການຈັດງານຄັ້ງນີ້, ຍັງເປັນການ ກະຕຸກຊຸກຍູ້ບັນຍາກາດການຊື້-ຂາຍ ແລະ ຈໍລະຈອນສິນຄ້າ ໃຫ້ມີບັນຍາກາດຟົດຟື້ນ, ດຶງດູດການທ່ອງທ່ຽວພາຍໃນເມືອງ ກໍຄື ແຂວງສາລະວັນ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ໃຫ້ດີຂຶ້ນເປັນກ້າວໆ.
ບຸນຊ່ວງເຮືອປະເພນີ ປະຈໍາປີ 2023 ເປັນປີທີ່ມີບັນຍາກາດຄຶກຄື້ນ, ມີເຮືອເຂົ້າ ຮ່ວມແຂ່ງຂັນທັງໜົດ 41 ລໍາ, ແບ່ງອອກເປັນ 3 ປະເພດ, ປະກອບມີຄະນະສີພາຍເພດຊາຍ-ຍິງ ທັງໜົດ 46 ຄະນະ. ໃນນັ້ນ, ເຮືອປະເພດໃຫຍ່ 30-35 ສີພາຍ ມີ 5 ຄະນະ, ເຮືອປະເພດກາງ 25-29 ສີພາຍ ມີ 14 ຄະນະ ແລະ ເຮືອປະເພດ 12 ສີພາຍ ມີ 27 ຄະນະ ແລະ ປະເພດຍິງ ມີ 8 ຄະນະ ຊຶ່ງການແຂ່ງຂັນກຳນົດເອົາ 2 ວັນ ຄື: ວັນທີ 28-29 ກັນຍາ 2023. ຜ່ານການແຂ່ງຂັນຜົນປະກົດວ່າ: ເຮືອປະເພດ 30-35 ສີພາຍ ຊະນະເລີດ ເຮືອເທບພອນໄຊ ຈາກແຂວງສະຫວັນນະເຂດ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 25 ລ້ານກີບ, ຮອງຊະນະເລີດ ເຮືອສິງສາລະວັນ ໄດ້ຮັບເງິນສົດ 15 ລ້ານກີບ, ອັນດັບທີ 3 ເຮືອເມືອງສາລະວັນ ໄດ້ຮັບເງິນສົດ 10 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານຕານປ່ຽວ ໄດ້ຮັບເງິນສົດ 5 ລ້ານກີບ; ເຮືອປະເພດ 25-29 ສີພາຍ ຊະນະເລີດ ເຮືອບ້ານໂນນຄໍ້ ຈາກເມືອງຄົງເຊໂດນ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 15 ລ້ານກີບ, ຮອງຊະນະເລີດ ເຮືອເມືອງເລົ່າງາມ ໄດ້ຮັບເງິນສົດ 10 ລ້ານກີບ, ອັນດັບທີ 3 ເຮືອບ້ານບຶງຂາມ ໄດ້ຮັບເງິນສົດ 5 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານຕານສຸມ ໄດ້ຮັບເງິນສົດ 3 ລ້ານກີບ; ປະເພດ 12 ສີພາຍຊາຍ (ເປີດກວ້າງ) ຊະນະເລີດ ເຮືອເທບພອນໄຊ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ເຮືອບ້ານບຶງໄຊ ໄດ້ຮັບເງິນສົດ 6 ລ້ານກີບ, ອັນດັບທີ 3 ເຮືອປົກຄອງເມືອງສາລະວັນ ໄດ້ຮັບເງິນສົດ 4 ລ້ານກີບ ແລະ ອັນດັບທີ 4 ເຮືອໜຸ່ມສາລະວັນ ໄດ້ຮັບເງິນສົດ 2 ລ້ານກີບ; ປະເພດ 12 ສີພາຍຊາຍ (ພາຍໃນ) ຊະນະເລີດ ເຮືອບ້ານທ່າເມືອງເຊ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ເຮືອບ້ານໜອງໃສ ໄດ້ຮັບເງິນສົດ 4 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານຫາດທອງຫຼວງ ໄດ້ຮັບເງິນສົດ 2 ລ້ານກີບ; ປະເພດ 12 ສີພາຍຍິງ ຊະນະເລີດ ເຮືອບ້ານໂພນຕານ ໄດ້ຮັບຂັນເງິນ 1 ໜ່ວຍ ພ້ອມເງິນສົດ 10 ລ້ານກີບ, ຮອງຊະນະເລີດ ເຮືອບ້ານບຶງໄຊ ໄດ້ຮັບເງິນສົດ 6 ລ້ານກີບ, ອັນດັບທີ 3 ເຮືອບ້ານໂພນແພງ ໄດ້ຮັບເງິນສົດ 4 ລ້ານກີບ ແລະ ອັນດັບທີ 4 ເຮືອບ້ານບຶງຂາມ ໄດ້ຮັບເງິນສົດ 2 ລ້ານກີບ.
ນອກຈາກນັ້ນ, ຍັງມີການປະກວດເຮືອໄຟໂຄກ, ເຮືອໄຟນໍ້າ, ລອຍເຮືອໄຟບູຊາໜ້ານໍ້າ ໃນຄໍ່າຄືນວັນທີ 29 ກັນຍາ 2023, ການເສັງກອງຫາງຂອງບ້ານຕ່າງໆ, ປະກວດໝໍລຳສາລະວັນ, ການຈັດງານວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ໂອດັອບ), ການຈໍາໜ່າຍສິນຄ້າຕ່າງໆພາຍໃນ ເພື່ອແລກປ່ຽນຊື້-ຂາຍ ແລະ ກິດຈະກຳອື່ນໆ ເພື່ອເປັນການສ້າງບັນຍາກາດ ແລະ ເພີ່ມສີສັນຂອງງານໃຫ້ມີບັນຍາກາດຟົດຟື້ນ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
