Skip to main content

ແຂ່ງຂັນກິລາຍ່າງ-ແລ່ນ ເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 55 ປີ

02/10/2023

ຂະບວນການແຂ່ງຂັນກິລາຍ່າງ-ແລ່ນ ເພື່ອສຸຂະພາບ ແລະ ຄວາມສາມັກຄີ ໃນໂອກາດວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຫຼື ທຫລ ຄົບຮອບ 55 ປີ (7 ຕຸລາ 1968-7 ຕຸລາ 2023) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກັນຍາ 2023 ທີ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ທັງພາກລັດ ແລະ ພະນັກງານຈາກທະນາຄານພາກລັດ ແລະ ທະນາຄານທຸລະກິດ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ກິດຈະກຳໃນຄັ້ງນີ້ໄດ້ ແບ່ງເປັນ 3 ໄລຍະທາງ ຄື: ຍ່າງ ໄລຍະ 2,5 ກິໂລແມັດ, ແລ່ນ ໄລຍະ 5,5 ກິໂລແມັດ ແລະ ແລ່ນ ໄລຍະ 10,5 ກິໂລແມັດ ທັງນີ້ກໍເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 55 ປີ ຊຶ່ງກົງກັບວັນທີ 7 ຕຸລາ ຂອງທຸກໆປີ ແລະ ທັງເປັນການເຕົ້າໂຮມກ້ອນກຳລັງພະນັກງານ ຂະແໜງການທະນາຄານ ສ້າງຄວາມສາມັກຄີ ລະຫວ່າງ ການນໍາ ຜູ້ບໍລິຫານ ພະນັກງານ-ລັດຖະກອນ ທຫລ, ທະນາຄານທຸລະກິດ ແລະ ບໍລິສັດຜູ້ໃຫ້ບໍລິການດ້ານການເງິນຕ່າງໆ ແລະ ເພື່ອເປັນການສ້າງພາລະນາໄມທີ່ສົມບູນ ສຸຂະພາບທີ່ແຂງແຮງໃຫ້ແກ່ພະນັກງານ ໃນຂະແໜງການເງິນ-ການທະນາຄານ.

ໃນໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໃນນາມຕາງໜ້າຄະນະນຳຂອງ ທຫລ ຍັງໄດ້ສະຫຼຸບ-ຕີລາຄາ ຕໍ່ງານໃນຄັ້ງນີ້ວ່າ: ເປັນງານທີ່ເຕັມໄປດ້ວຍ ບັນຍາກາດມ່ວນຊື່ນ ມີສີສັນ ກະທັດຮັດ ແລະ ມີເນື້ອໃນ ທັງເຕັມໄປດ້ວຍຄວາມສາມັກຄີຈາກກ້ອນກຳລັງຂອງນັກກິລາທຸກພາກສ່ວນໃນຂົງເຂດຂະແໜງການເງິນ-ການທະນາຄານ ທີ່ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້້ນ. ຂະບວນການນີ້ ບໍ່ພຽງແຕ່ເປັນການສ້າງສາ ເພີ່ມທະວີຮັດແໜ້ນຄວາມສາມັກຄີພາຍໃນຂະແໜງການເງິນ-ການທະນາຄານ ເທົ່ານັ້ນ ແຕ່ເນືື້ອແທ້ແມ່ນການພ້ອມກັນພັດທະນາ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເໝືອນດັ່ງສັນຍາລັກ 55 ປີ ທີ່ມີຮູບອະສົງໄຂ ຫຼື (Infinity) ຊຶ່ງໝາຍເຖິງການຮ່ວມກັນພັດທະນາຕະຫຼອດໄປ.

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງບັນດາຄະນະຮັບຜິດຊອບທຸກພາກສ່ວນ ລວມທັງຜູ້ປະກອບສ່ວນອຸປະຖໍາທາງດ້ານວັດຖຸ ແລະ ປັດໄຈ ຈາກບັນດາທະນາຄານທຸລະກິດ ແລະ ບໍລິສັດ ບໍລິການດ້ານການເງິນ ທີ່ໄດ້ປະກອບສ່ວນຮ່ວມກັນຫ້າງຫາກະກຽມຂະບວນການໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ນະໂອກາດນີ້, ບັນດາວັດຖຸປັດໄຈ ທີ່ໄດ້ຮັບການປະກອບສ່ວນຈຳນວນໜຶ່ງ ຈະນຳໄປໃຊ້ ໂດຍສະເພາະແມ່ນ ການສ້າງ ບູລະນະ ສ້ອມແປງໂຮງຮຽນ ຢູ່ແຂວງຫົວພັນ ແລະ ໄດ້ມີການມອບ-ຮັບຫຼຽນກິລາແຕ່ລະປະເພດໃຫ້ແກ່ຜູ້ເຂົ້າຮ່ວມງານ.​

 

ພາບ-ຂ່າວ: ປະຊາຊົນ