ບ້ານວຽງໄຊ ເມືອງອາດສະພອນ ແຂ່ງຂັນເຮືອຊ່ວງ ປະຈຳປີ ພສ 2566
ບ້ານວຽງໄຊ ເມືອງອາດສະພອນ ແຂວງສະຫວັນນະເຂດ ຈັດງານແຂ່ງຂັນຊ່ວງເຮືອ ປະຈຳປີ ພສ 2566 ຫຼື ຄສ 2023 ເພື່ອເປັນການສືບສານ ຕາມຮີດສີບສອງຄອງສິບສີ່ ແລະ ປະເພນີອັນດີງາມຂອງຊາດ ຂອງເຜົ່າ ໃນວັນທີ 1 ຕຸລາ 2023 ທີ່ສາຍເຊຈຳພອນ ທ່າວັງຂອງບ້ານວຽງໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫງວນ ບຸນຮົ່ມໂພສີ ເລຂາຄະນະພັກຮາກຖານ ຫົວໜ້າຈຸດສຸມນາເລົ່າ ທັງເປັນປະທານຈັດງານ ແລະ ທ່ານ ສົມດີ ດອກດາລາ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຫຼື ຖວທ ເມືອງ ພ້ອມດ້ວຍບັນດາການນຳຈາກຂະແໜງການອ້ອມຂ້າງເມືອງ, ອົງການຈັດຕັ້ງບ້ານອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ເຂົ້າຮ່ວມຊົມ ຮ່ວມເຊຍ ຢ່າງຫຼວງຫຼາຍ.
ທ່ານ ສະຫງວນ ບຸນຮົ່ມໂພສີ ກ່າວວ່າ: ການຈັດງານແຂ່ງຂັນຊ່ວງເຮືອໃນປີນີ້ ແມ່ນເພື່ອສືບສານຕາມຮີດຄອງປະເພນີຂອງທ້ອງຖິ່ນ ທີ່ເຄີຍປະຕິບັດກັນມາໃນແຕ່ລະປີ ແລະ ການຈັດງານ ໄດ້ຢຸດເຊົາໄລຍະໜຶ່ງ ນັບແຕ່ປີ 2019 ເປັນຕົ້ນມາ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19, ມາໃນປີນີ້ສະພາບການລະບາດຂອງພະຍາດດັ່ງກ່າວເບົາບາງລົງ ແລະ ຢຸດເຊົາແລ້ວ ຈຶ່ງໄດ້ພ້ອມພາກັນສືບສານງານບຸນປະເພນີຊ່ວງເຮືອຄືນໃໝ່ ເພື່ອເປັນການສືບສານທາງດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຈົນຊົ່ວລູກຫຼານ.
ສຳລັບງານບຸນຊ່ວງເຮືອທີ່ບ້ານວຽງໄຊ ໃນປີນີ້ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 14 ທີມ, ທີມລະ 12 ສີພາຍ, ໃນນັ້ນທີມຍິງ 4 ທີມ. ຜ່ານການແຂ່ງຂັນເປັນເວລາ 1 ວັນເຕັມ ຜົນປະກົດວ່າ ປະເພດຊາຍ ຊະນະເລີດ ເຮືອບ້ານວຽງໄຊ1, ຮອງຊະນະເລີດ ເຮືອບ້ານວຽງໄຊ2, ອັນດັບທີ 4 ເຮືອບ້ານນາຍອນ ແລະ ອັນດັບທີ 4 ເຮືອໜຸ່ມບ້ານວຽງໄຊ. ສ່ວນປະເພດຍິງ ຊະນະເລີດ ເຮືອບ້ານວຽງໄຊ, ຮອງຊະນະເລີດ ເຮືອບ້ານນາຍອນ, ອັນດັບທີ 3 ເຮືອບ້ານບຶງພະເໜາະ ແລະ ອັນດັບທີ 4 ເຮືອບ້ານຈອມຮາດ.
ຂ່າວ: ຖວທ ເມືອງອາດສະພອນ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



