Skip to main content

ສູນຝຶກກອງພົນທະຫານຮາບທີ 4 ເປີດຂະບວນການກິລາມວນຊົນ ຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ

03/10/2023

ສູນຝຶກກອງພົນທະຫານຮາບທີ 4 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ໃນວັນທີ 28 ກັນຍາ 2023 ທີ່ເດີ່ນກິລາຂອງກົມກອງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ແພງສະຫວັດ ແດງມະນີ ຫົວໜ້າການທະຫານສູນຝຶກ, ມີສະຫາຍ ພັນໂທ ສົມສະໜຸກ ພີສະຫວັນ ຫົວໜ້າການເມືອງສູນຝຶກ, ຄະນະພັກ-ຄະນະບັນຊາກອງຮ້ອຍ, ອະນຸກຳມະກາ, ພະນັກງານ-ນັກຮົບ ຕະຫຼອດບັນດານັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ຮ້ອຍເອກ ສີວິໄຊ ເຄນວົງສັກ ຫົວໜ້າການທະຫານ ກອງຮ້ອຍອົບຮົມສູນຝຶກທະຫານຮາບກອງພົນທີ 4 ໄດ້ຜ່ານແຜນການການສ້າງຂະບວນການແຂ່ງຂັນກິລາ ເພື່ອຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ ແລະ ຂໍ້ກຳນົດກົດລະບຽບໃນການແຂ່ງຂັນກິລາແຕ່ລະປະເພດ ຊຶ່ງການແຂ່ງຂັນກິລາທີ່ນໍາມາແຂ່ງຂັນຄັ້ງນີ້ ມີ 4 ປະເພດ ຄື: ກິລາເຕະບານຊາຍ 6 ທີມ, ກິລາບານສົ່ງຊາຍ 5 ທີມ, ກິລາກະຕໍ້ຊາຍ 4 ທີມ ແລະ ກິລາເປຕັງຊາຍ 10 ທີມ ເພື່ອເປັນການປັບປຸງກຳລັງແຮງກາຍໃຫ້ພະນັກງານ-ນັກຮົບ ມີສຸຂະພາບເເຂງເເຮງ ແລະ ໜັກແໜ້ນ, ສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານ-ນັກຮົບ ກໍຄືນັກກິລາດ້ວຍກັນເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ ທີ່ຂັ້ນເທິງມອບໝາຍ ແລະ ເພື່ອເປັນການຄັດເລືອກໂຕນັກກິລາເປັນຕົວແທນຂອງກົມກອງ ທີ່ຈະໄປແຂ່ງຂັນໃນງານວັນສຳຄັນຕ່າງໆ ທັງເປັນການສ້າງຜົນງານສ້າງຂະບວນການເພື່ອຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ.

ໂອກາດດຽວກັນ, ສະຫາຍ ພັທ ແພງສະຫວັດ ແດງມະນີ ຫົວໜ້າການທະຫານສູນຝຶກທະຫານຮາບກອງພົນທີ 4 ກໍໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ບັນດານັກກິລາທີ່ໄດ້ເຂົ້າຮ່ວມໃນການສ້າງຂະບວນການແຂ່ງຂັນກິລາມວນຊົນໃນຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງແຕ່ລະສະຫາຍເອົາໃຈໃສ່ຍົກສູງຄຸນທາດການເມືອງຂອງຕົນ, ຮັດແໜ້ນຄວາມສາມັກຄີຂອງພະນັກງານ-ນັກຮົບ ແລະ ນັກກິລາທີ່ເຂົ້າຮ່ວມໃຫ້ເປັນປຶກແຜ່ນແໜ້ນໜາ, ມີນ້ຳໃຈນັກກິລາປະຕິບັດລະບຽບຂອງການແຂ່ງຂັນທີ່ກຳມະການກໍ່ຄືກົມກອງວາງອອກຢ່າງເຂັ້ມງວດເພື່ອເຮັດໃຫ້ຜົນການແຂ່ງຂັນກິລາຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ຂ່າວໂດຍ: ວາທີ ມິດຈະເລີນໄຊ ເພັດເມືອງຈັນ