ສກມ ຄໍາ ແຂວງຊຽງຂວາງ ເປີດງານແຂ່ງຂັນກິລານັກຮຽນມັດທະຍົມ ຄັ້ງທີ 1 ປະຈໍາປີ 2023
ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ຄໍາ ແຂວງຊຽງຂວາງ ເປີດການແຂ່ງຂັນກິລານັກຮຽນຊັ້ນມັດທະຍົມສຶກສາທົ່ວເມືອງ ຄັ້ງທີ 1 ປະຈໍາປີ 2023 ໃນວັນທີ 2 ຕຸລາ 2023 ທີ່ເດີ່ນກິລາສວນນໍ້າຖາວອນເມືອງຄໍາ ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເພັດ ໄຊຍະພັກ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຄຳ ແລະ ທ່ານ ສີຫວັດ ໄມປັນຍາ ກໍາມະການພັກເມືອງ, ຫົວໜ້າຫ້ອງການ ສກມ ຄໍາ, ມີຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ປະທານສະມາຄົມນັກກິລາປະເພດຕ່າງໆຂັ້ນເມືອງ, ຄູອາຈານ ຊັ້ນມັດທະຍົມສຶກສາໃນທົ່ວເມືອງ ພ້ອມດ້ວຍນັກກິລາ, ນັກສິລະປະ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສີຫວັດ ໄມປັນຍາ ໄດ້ລາຍງານການກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ການແຂ່ງຂັນກິລາຄັ້ງນີ້ ເປັນຕົ້ນແມ່ນ ໄດ້ສ້າງແຜນງົບປະມານ, ແຜນກິດຈະກຳ ແລະ ແຜນບຸກຄະລາກອນອັນລະອຽດ, ເຮັດໜັງສືສະເໜີຫາທ່ານເຈົ້າເມືອງ ເພື່ອອອກຂໍ້ຕົກລົງອະນຸຍາດຈັດງານແຂ່ງຂັນ, ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ: ບັນດາອະນຸກຳມະການດ້ານຕ່າງໆ, ຈັດກອງປະຊຸມຮ່ວມກັບຄະນະອຳນວຍການໂຮງຮຽນ, ຄົ້ນຄວ້າປຶກສາຫາລືໃນການກະກຽມຈັດງານແຂ່ງຂັນ, ສ້າງກົດລະບຽບ ແລະ ຕາຕະລາງແຂ່ງຂັນ, ກະກຽມສະຖານທີ່ເດີ່ນແຂ່ງຂັນກິລາປະເພດຕ່າງໆຢ່າງຮອບຄອບ, ມາຮອດປັດຈຸບັນແມ່ນມີຄວາມພ້ອມ 100% ທີ່ຈະດໍາເນີນການແຂ່ງຂັນ.
ທ່ານ ສີຫວັດ ໄມປັນຍາ ຍັງໄດ້ຍົກໃຫ້ເຫັນເຖິງປະເພດກິລາທີ່ຈະນໍາມາແຂ່ງຂັນ ປະກອບມີ 3 ປະເພດ ຄື: ເຕະບານຊາຍ, ບານສົ່ງຊາຍ ແລະ ກະຕໍ້ຊາຍ, ຊຶ່ງມີ 17 ໂຮງຮຽນເຂົ້າຮ່ວມແຂ່ງຂັນ ໃນນັ້ນເຕະບານຊາຍ ມີ 15 ທີມ, ບານສົ່ງຊາຍ 8 ທີມ ແລະ ກະຕໍ້ຊາຍ 17 ທີມ, ການແຂ່ງຂັນຈະດໍາເນີນເປັນເວລາ 4 ວັນ ລະຫວ່າງວັນທີ 2-5 ຕຸລາ 2023 ຈຶ່ງຈະສໍາເລັດ. ຈຸດປະສົງຂອງການແຂ່ງຂັນກິລາຄັ້ງນີ້ ນອກຈາກເປັນການສ້າງຂະບວນການຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ໄດ້ຄວາມໝາຍຄວາມສໍາຄັນແລ້ວ ຍັງເປັນການຊຸກຍູ້ສົ່ງເສີມວຽກງານກິລາ-ສິລະປະໃນໝູ່ນັກຮຽນ ໃຫ້ໄປຕາມ 5 ຫຼັກມູນການສຶກສາ ທີ່ທາງກະຊວງສຶກສາທິການ ແລະ ກິລາ ວາງອອກ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.
ໂອກາດນີ້, ທ່ານ ຄໍາເພັດ ໄຊຍະພັກ ໄດ້ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ທີ່ໄດ້ຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ເຮັດໃຫ້ງານຄັ້ງນີ້ໄດ້ໄຂຂຶ້ນທັນຕາມກໍານົດເວລາ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ, ກໍາມະການຕັດສິນ, ຈົ່ງເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຕັດສິນດ້ວຍຄວາມບໍລິສຸດຍຸຕິທໍາ, ບໍ່ອ່ຽງຊ້າຍອ່ຽງຂວາ ແລະ ເປັນທີ່ໄວ້ວາງໃຈຂອງນັກກິລາໄດ້, ສ່ວນນັກກິລາທຸກຄົນກໍໃຫ້ປະຕິບັດໂມງເວລາຕາມຕາຕະລາງແຂ່ງຂັນຢ່າງເຂັ້ມງວດ, ແຂ່ງຂັນດ້ວຍຄວາມມີນ້ຳໃຈນັກກິລາ, ບໍ່ເອົາລັດເອົາປຽບ, ເຄົາລົບການຕັດສິນຂອງກໍາມະການ ແລະ ປະຕິບັດຕາມລະບຽບຂອງການແຂ່ງຂັນເຂັ້ມງວດ, ເພື່ອເຮັດແນວໃຫ້ງານແຂ່ງຂັນກິລາຄັ້ງນີ້ ດໍາເນີນໄປດ້ວຍຄວາມລາບລື່ນ, ມີຜົນສໍາເລັດ ແລະ ບັນລຸຕາມຈຸດປະສົງເປົ້າໝາຍ.
ຂ່າວ: ສາຍຄໍາ ດົງມາລາ
ພາບ: ວິໄລສິນ ອຸດົມສຸກ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
