Skip to main content

“ໜູນາ” ຄວ້າອັນດັບທີ 2 ແລ່ນວິບາກ ຫວຽດນາມ ມາຣາທອນ 2023

03/10/2023

ນາງ ຫັດສະດາ ມາດສຸວັນ ຫຼື ໜູນາ ໄບ ນັກກິລາລົດຖີບ ນະຄອນຫຼວງວຽງຈັນ ທັງເປັນນັກກິລາແລ່ນວິບາກ ໜຶ່ງດຽວຈາກສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າອັນດັບທີ 2 ໃນການແຂ່ງຂັນກິລາແລ່ນວິບາກ ໄລຍະທາງ 35 ກິໂລແມັດຍິງ ຮຸ່ນອາຍຸລະຫວ່າງ 20-29 ປີ ຫຼື ລາຍການ Trial in Vietnam Mountain Marathon 2023 ຈັດຂຶ້ນທີ່ ເມືອງສາປາ ເຂດພາກ ເໜືອ ຂອງສສ ຫວຽດນາມ ເປັນເຈົ້າພາບ ເມື່ອທ້າຍເດືອນກັນຍາ ຜ່ານມາ.

ນາງ ຫັດສະດາ ມາດສຸວັນ ໃຫ້ຮູ້ວ່າ: ປົກກະຕິ ນ້ອງຈະຖີບລົດເປັນຫຼັກ ແຕ່ກໍຈະປະສົມປະສານກັບການແລ່ນ ເພາະການຫຼິ້ນກິລາທັງສອງຢ່າງນີ້ ໂດຍສະເພາະລົດຖີບນ້ອງໄດ້ເລີ່ມຖີບລົດມາແຕ່ປີ 2020 ຄຽງຄູ່ກັນນັ້ນ ກໍໄດ້ເຂົ້າຮ່ວມແຂ່ງຂັນແລ່ນ ລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ ທຸກໆການເຂົ້າຮ່ວມແຂ່ງຂັນແມ່ນໄດ້ນຳໃຊ້ງົບປະມານຂອງຕົນເອງລ້ວນໆ ຫຼ້າສຸດແມ່ນໄດ້ເຂົ້າຮ່ວມແຂ່ງຂັນງານໃຫຍ່ ຈັດຂຶ້ນ ທີ່ ສສ ຫວຽດນາມ ຊຶ່ງເປັນຄັ້ງທຳອິດທີ່ຕົນເອງໄດ້ເຂົ້າຮ່ວມແຂ່ງຂັນ ຊຶ່ງມີນັກກິລາ 2 ພັນກວ່າຄົນເຂົ້າຮ່ວມຊີງໄຊເປັນງານທີ່ຍາກຫຼາຍ ແຕ່ນ້ອງເອງກໍສາມາດຍາດໄດ້ອັນດັບທີ 2 ໃນລາຍການ ແລ່ນໄລຍະທາງ 35 ກິໂລແມັດຍິງ ຮຸ່ນອາຍຸລະຫວ່າງ 20-29 ປີ ແລະ ເປັນຜົນງານທີ່ພາກພູມໃຈທີ່ສຸດ ບໍ່ຄາດຫວັງທີ່ຕົນເອງຈະສາມາດເຮັດໄດ້ ເພາະກິລານີ້ເປັນກິລາທີ່ໃຊ້ຄວາມອົດທົນສູງຫຼາຍ. ແນວໃດກໍດີ, ຂໍສະແດງຄວາມຂອບໃຈມາຍັງເອັບຊີ ຫຼື ແຟນກິລາລາວ ຜູ້ທີ່ຕິດຕາມທຸກການເຄື່ອນໄຫວຂອງນ້ອງ.

ນາງ ຫັດສະດາ ມາດສຸວັນ ກ່າວໃຫ້ຮູ້ຕື່ມອີກວ່າ: ໃນການເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ທີ່ຜ່ານມາ ກໍເຄີຍຍາດໄດ້ລາງວັນຊະນະເລີດ ລາຍການ ແລ່ນ ທີ່ເມືອງວັງວຽງ 2 ຄັ້ງ ແລະ ກໍໄດ້ແຊ໋ມ ທີ່ພູຜາມ່ານ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນຕໍ່ໜ້າກໍຍັງມີແຜນຈະສືບຕໍ່ເຂົ້າຮ່ວມແຂ່ງຂັນແລ່ນທີ່ແຂວງຫຼວງພະບາງ ເດືອນຕຸລານີ້ ແລະ ເດືອນພະຈິກ ກໍຈະໄປແຂ່ງຂັນລົດຖີບທີ່ແຂວງອຸດອນທານີ ປະເທດໄທ ຊຶ່ງກໍຈະເປັນງານໃຫຍ່ທີ່ຕ່າງປະເທດມາຈັດແຂ່ງຂັນເພື່ອສະສົມຄະແນນ ແລະ ໃນເດືອນດຽວກັນ ກໍຍັງຈະເຂົ້າຮ່ວມແລ່ນ ລາຍການ ໄອອີງຖີ ຈະຈັດຂຶ້ນທີ່ແຂວງຄຳມ່ວນ ຈາກນັ້ນ ໃນເດືອນທັນວາ 2023 ກໍມີແຜນຈະເຂົ້າຮ່ວມແຂ່ງຂັນແລ່ນ ວຽງຈັນ ຮາບມາລາທອນ 2023 ອີກດ້ວຍ.

ສຳລັບຜົນງານຂອງ ນາງ ຫັດສະດາ ມາດສຸວັນ ໃນການເປັນນັກກິລາລົດຖີບ ນະຄອນຫຼວງວຽງຈັນ  ລົງແຂ່ງຂັນເປັນຄັ້ງທຳອິດ ໃນງານກິລາ ຊຽງຂວາງ ເກມ ຄັ້ງທີ 11 ປີ 2022 ກໍສາມາດສ້າງປະຫວັດສາດໃຫ້ວົງການລົດຖີບຍິງນະຄອນຫຼວງວຽງຈັນ ດ້ວຍການຄວ້າຫຼຽນຄຳ ລົດຖີບເສືອພູເຂົາ ໄລຍະທາງ 60 ກິໂລແມັດຍິງ ແລະ ຄວ້າຫຼຍທອງ ລົດຖີບເສືອພູເຂົາ ໄລຍະທາງ 80 ກິໂລແມັດຍິງ.

 

ຂ່າວໂດຍ: ສົງການ ພັນແພງດີ