Skip to main content

ເມືອງໄຊເສດຖາ ສຳເລັດງານແຂ່ງຂັນຊ່ວງເຮືອປະເພນີ ເຮືອບໍລິສັດ ພອນວິໄລ ຄວ້າແຊ໋ມປະເພດ 12 ສີພາຍ

04/10/2023

ເມືອງໄຊເສດຖາ ແຂວງອັດຕະປື ໄດ້ສຳເລັດການຈັດງານແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນບຸນຫໍ່ເຂົ້າສະຫຼາກ ກົງກັບ ຂຶ້ນ15 ຄໍ່າ ເດືອນ 10 ພສ 2566 ເມື່ອວັນທີ 29 ກັນຍາ 2023 ທີ່ທ່າຜາມໄຊ ສາຍນໍ້າເຊກະໝານ ບ້ານຝັ່ງແດງ ໂດຍມີ  ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍຄະນະນຳຂັ້ນແຂວງ, ອົງການປົກຄອງບ້ານ ຕະຫຼອດຮອດມວນຊົນທຸກພາກສ່ວນເຂົ້າຮ່ວມຢ່າງຫຼວງຫຼາຍ.

ງານແຂ່ງຂັນຊ່ວງເຮືອປະເພນີ ຢູ່ເມືອງໄຊເສດຖາ ປີນີ້ ຈັດການແຂ່ງຂັນເຮືອ 2 ປະເພດຄື: ປະເພດ 12 ສີພາຍ ແລະ ປະເພດ 8 ສີພາຍ, ໃນນັ້ນ ເຮືອ 12 ສີພາຍຊາຍ ມີ 10 ລຳ ແລະ 8 ສີພາຍຊາຍ ມີ 8 ລຳ ລວມທັງໝົດມີ 18 ລຳ. ຜົນການແຂ່ງຂັນເຮືອ 12 ສີພາຍ ຊະນະເລີດ ເຮືອບໍລິສັດ ພອນວິໄລ ກໍ່ສ້າງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 4 ລ້ານກີບ, ຮອງຊະນະເລີດ ເຮືອຫ້ອງຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ຮັບເງິນລາງວັນ 3 ລ້ານກີບ, ອັນດັບທີ 3 ເຮືອບ້ານຊະແຄະ ໄດ້ຮັບເງິນລາງວັນ 2 ລ້ານກີບ. ສໍາລັບເຮືອປະເພດ 8 ສີພາຍ ຊະນະເລີດ ເຮືອຮ້ານຫຼີງນ້ອຍ ປ້າຍຄົບວົງຈອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ, ຮອງຊະນະເລີດ ເຮືອຮ້ານທ໋ອບ 99 ອິນເຕີເນັດ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບທີ 3 ເຮືອບໍລິສັດນຳໂຊກ ໄດ້ຮັບເງິນລາງວັນ 1,5 ລ້ານກີບ.

ທ່ານ ດຣ ວົງອຳໄພ ວົງຊາລະຊິດ ຮອງເຈົ້າເມືອງໄຊເສດຖາ ໄດ້ມີຄຳເຫັນວ່າ: ງານແຂ່ງຂັນຊ່ວງເຮືອປະເພນີ ຢູ່ເມືອງໄຊເສດຖາ ເປັນງານບຸນປະເພນີ ທີ່ຕິດພັນກັບບຸນຫໍ່ເຂົ້າສະຫຼາກ ທີ່ໄດ້ປະຕິບັດສືບທອດກັນມາຫຼາຍ 100 ປີ ແຕ່ສະໄໝພະເຈົ້າໄຊຍະເສດຖາທິລາດ ໄດ້ນໍາພາປະຊາຊົນບັນດາເຜົ່າຊາວເມືອງໄຊເສດຖາ ສືບທອດກັນມາຫຼາຍເຊັ່ນຄົນ. ສະນັ້ນ ບຸນຫໍ່ເຂົ້າສະຫຼາກປີນີ້ ອົງການປົກຄອງເມືອງ ສົມທົບກັບອົງການປົກຄອງບ້ານ 22 ບ້ານ ແລະ ປະຊາຊົນບັນດາເຜົ່າ ໄດ້ສືບຕໍ່ປະຕິບັດຕາມປະເພນີ ແລະ ຕາມຮີດຄອງອັນດີງາມ, ດັ່ງນັ້ນການຈັດງານຊ່ວງເຮືອຄັ້ງນີ້ປະຊາຊົນຊາວເມືອງໄຊເສດຖາ ກຳລັງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກເມືອງ, ຂະບວນການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການປະຕິບັດສອງວາລະແຫ່ງຊາດ ຂະບວນການຕ້ອນຮັບປີທ່ອງທ່ຽວລາວ, ຂະບວນການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ຕ້ອນຮັບການເປັນເຈົ້າພາບກອງປະຊຸມ CLV ຢ່າງເປັນຂະບວນຟົດຟື້ນ.

 

ຂາວ: ສິທິພອນ ຂ.ອັດຕະປື