ເຕະບານ ໂຄປາ ໂຄຄາ-ໂຄລາ ລາວ 2023 ຊີງຂັນລັດຖະມົນຕີ ສສກ ຈະເປີດສາກ 9 ຕຸລານີ້
ການແຂ່ງຂັນເຕະບານນັກຮຽນມົດຖະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ (ຊາຍ-ຍິງ) ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ປະຈາປີ 2023 ຫຼື ລາຍການ “COPA Coca-Cola Laos 2023” ຈະເປີດສາກລະເບີດຄວາມມັນ ລະຫວ່າງວັນທີ 9 ຕຸລາ ຫາ ວັນທີ 8 ທັນວາ 2023 ນີ້.
ພິທີຖະແຫຼງຂ່າວກະກຽມຄວາມພ້ອມຈັດການແຂ່ງຂັນລາຍການດ່ັງກ່າວ ຈັດຂຶ້ນໃນວັນທີ 4 ຕຸລາ 2023 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ, ທ່ານ ສຸລິວັນ ເຊິນວິໄລ ຜູ້ອໍານວຍການສະຖາບັນກິລາ-ກາຍະກໍາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ນາງ ຈັນທິດາ ສີຫາລາດ ຜູ້ຈັດການພະແນກການຕະຫຼາດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ສຸລິວັນ ເຊິນວິໄລ ກ່າວວ່າ: ພາຍຫຼັງທີ່ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບສິດໃຫ້ກັບສະຖາບັນກິລາ-ກາຍະກໍາ ເປັນຜູ້ຮັດຜິດຊອບຈັດການແຂ່ງຂັນ ໂດຍຮ່ວມມືບໍລິສັດ ຮຸ່ງອາລຸນ ການຄ້າ ອີເລັກໂທນິກ ຈໍາກັດ ເພື່ອຈັດການແຂ່ງຂັນເຕະບານນັກຮຽນມັດຖະຍົມສຶກສາ ທົ່ວປະເທດ ຮຸ່ນອາຍຸບໍ່ເກີນ 17 ປີ (ຊາຍ-ຍິງ) ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື COPA Coca-Cola Laos 2023 ພາຍໃຕ້ການສະໜັບສະໜູນຂອງ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ໂດຍກໍານົດເອົາທີມຈາກບັນດາໂຮງຮຽນໃນທົ່ວປະເທດເຂົ້າຮ່ວມຊີງໄຊ ແລະ ຮູບແບບການແຂ່ງຂັນກຳນົດພາກກາງຢູ່ນະຄອນຫຼວງວຽງຈັນ ແຂ່ງຂັນລະຫວ່າງວັນທີ 9 ຕຸລາ 2023-10 ພະຈິກ 2023 ທີມຊາຍ ມີ 9 ທີມ ແລະ ທີມຍິງມີ 9 ທີມ ຈະຄັດເລືອກເອົາ 2 ທີມຊາຍ ແລະ 2 ທີມຍິງ ທີ່ດີທີ່ສຸດຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍ.
ສ່ວນພາກໃຕ້ ຈະຈັດຢູ່ແຂວງຈໍາປາສັກ ທີມຊາຍມີ 7 ທີມ ແລະ ທີມຍິງມີ 4 ທີມ ແຂ່ງຂັນລະຫວ່າງວັນທີ 23-30 ພະຈິກ 2023 ເພື່ອຄັດເອົາອັນດັບ 1 ທີມຊາຍ ແລະ ອັນດັບ 1 ທີມຍິງ ຜ່ານເຂົ້າຮອບສຸດທ້າຍ. ຂະນະທີ່ ພາກເໜືອ ຈະຈັດຢູ່ແຂວງຫຼວງນໍ້າທາ ທີມຊາຍ ມີ 8 ທີມ ແລະ ທີມຍິງ 4 ທີມ ແຂ່ງຂັນລະຫວ່າງວັນທີ 13-20 ພະຈິກ 2023 ເພື່ອຄັດເອົາອັນດັບທີ 1 ທີມຊາຍ ແລະ ອັນດັບທີ 1 ທີມຍິງເຂົ້າຮອບສຸດທ້າຍ ຊຶ່ງຮອບສຸດທ້າຍ ຫຼື ຮອບຊີງຊະນະເລີດຈະໄດ້ຈັດຢູ່ນະຄອນຫຼວງວຽງຈັນ ໂດຍມີ 4 ທີມຊາຍ ແລະ 4 ທີມຍິງຈາກທົ່ວປະເທດ ແຂ່ງຂັນລະຫວ່າງວັນທີ 4-8 ທັນວາ 2023.
ໂອກາດດຽວກັນ, ທ່ານ ນາງ ຈັນທິດາ ສີຫາລາດ ກໍໄດ້ກ່າວວ່າ: ທາງບໍລິສັດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ຍິນດີໃຫ້ການສະໜັບສະໜູນຈັດການແຂ່ງຂັນລາຍການນີ້ຕໍ່ເນື່ອງ ເພາະເປັນລາຍການທີ່ມອບໂອກາດໃຫ້ກັບນ້ອງໆເຍົາວະຊົນລາວ ໄດ້ມີເວທີໃນການແຂ່ງຂັນກິລາເຕະບານ ຊຶ່ງຫຼາຍປີທີ່ຜ່ານມາ ທີ່ບໍລິສັດຂອງພວກເຮົາໄດ້ໃຫ້ການສະໜັບສະໜູນແຂ່ງຂັນໂຄງການນີ້ ເຫັນໄດ້ວ່າສາມາດສ້າງນັກກິລາກ້າວສູ່ການແຂ່ງຂັນເຕະບານໃນລີກສູງສຸດຂອງ ສປປ ລາວ ກໍຄື ສາມາດຕິດທີມຊາດລາວ ໄດ້ຫຼາຍໆຄົນ ແລະ ນີ້ຄືເປັນໝາກຜົນທີ່ທາງພວກເຮົາໄດ້ຮັບ ແລະ ເປັນສິ່ງທີ່ພວກເຮົາໄດ້ພາກພູມໃຈທີ່ສຸດທີ່ໄດ້ປະກອບສ່ວນເພື່ອການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026





