ກຸ່ມບໍລິສັດ ເບສະຫວັນ ແລະ ຮ້ານບຸນທົງ ອາໄຫຼ່ ມອບເຄື່ອງກິລາໃຫ້ຄະນະຊາວໜຸ່ມຮາກຖານ ສວສ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ
ກຸ່ມບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຜືນ ມູນຄ່າ 2.000.000 ກີບ ແລະ ຮ້ານບຸນທົງ ອາໄຫຼ່ ຈໍານວນ 15 ຜືນ ມູນຄ່າ 1.500.000 ກີບ ລວມທັງໝົດເປັນ 35 ຜືນ ມູນຄ່າ 3.500.000 ກີບ ມາມອບໃຫ້ກັບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນກິດຈະກຳແຂ່ງຂັນກິລາມິດຕະພາບ ສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ພິທີມອບ-ຮັບເຄື່ອງກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 6 ຕຸລາ 2023 ທີ່ສະໜາມກິລາຫຍ້າທຽມ ວິກຕໍຣີ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມອບໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານກຸ່ມບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ທັງເປັນເຈົ້າຂອງສະໜາມຫຍ້າທຽມ ເບສະຫວັນ ເອັບຊີ ແລະ ກ່າວຮັບແມ່ນ ທ່ານ ດອນບັນດິດ ບຽນທະນົງ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ປະທານກຳມະບານຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະຊາວໜຸ່ມ, ກຳມະການ, ແມ່ຍິງ ພ້ອມສະມາຊິກສາມອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ກ່າວວ່: ສຳລັບເຄື່ອງກິລາທີ່ນຳມາມອບໃນຄັ້ງນີ້ເຖິງວ່າຈະເປັນຈຳນວນບໍ່ຫຼວງຫຼາຍ ແຕ່ກໍເປັນການບິແບ່ງນ້ຳໃຈ ແລະ ປະກອບສ່ວນຊຸກຍູ້ຊ່ວຍເຫຼືອໃນການພັດທະນາວຽກງານກິລາ-ກາຍະກຳມວນຊົນ ໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ເວົ້າລວມ, ເວົ້າສະເພາະແມ່ນເພື່ອສ້າງໂອກາດໃຫ້ກັບສະມາຊິກຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ມີເຄື່ອງກິລາງາມໆໃສ່ເຄື່ອນໄຫວກິດຈະກຳກິລາມິດຕະພາບກັບບັນດາກົມກອງ, ສະຖານການສຶກສາຕ່າງໆທັງພາກລັດ ແລະ ເອກະຊົນ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງສາກົນ ໂດຍສະເພາະແມ່ນວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງໃນປີນີ້ ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ໂອກາດດຽວກັນ, ທ່ານ ດອນບັນດິດ ບຽນທະນົງ ໄດ້ຕາງໜ້າຄະນະຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມຮາກຖານ ສວສ ທຸກສະຫາຍ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງຕໍ່ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານກຸ່ມບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ທັງເປັນເຈົ້າຂອງສະໜາມຫຍ້າທຽມ ເບສະຫວັນ ເອັບຊີ ແລະ ທ່ານ ບຸນທົງ ສີຫາລາດ ເຈົ້າຂອງຮ້ານບຸນທົງ ອາໄຫຼ່, ປະທານສະໂມສອນ ປະສານໃຈ ເອັບຊີ ທີ່ໄດ້ນຳເອົາເຄື່ອງກິລາມາມອບໃຫ້ກັບພວກເຮົາໃນຄັ້ງນີ້ ຊຶ່ງສ້າງຄວາມສະດວກສະບາຍ ແລະ ສີສັນສວຍງາມໃຫ້ກັບທີມກິລາຊາວໜຸ່ມຂອງພວກເຮົາ ພ້ອມສັນຍາວ່າຈະນຳໃຊ້ເຄື່ອງກິລາເຫຼົ່ານີ້ຕາມຈຸດປະສົງ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກຈາກບັນດາທ່ານໃນອະນາຄົດ. ສະນັ້ນໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຂໍອວຍພອນໄຊໃຫ້ແກ່ ທ່ານ ບຸນມີ ຫຼ່ຽນໄຊຍະຈັກ ແລະ ທ່ານ ບຸນທົງ ສີຫາລາດ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລໄພໄຂ້ເຈັບຕ່າງໆ ແລະ ຂໍໃຫ້ປະສົບຜົນສຳເລັດໃນການດຳເນີນທຸລະກິດຂອງທ່ານຍິ່ງໆຂຶ້ນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
