Skip to main content

ຄຳມ່ວນ ຈັດກິດຈະກຳເຕັ້ນແອໂຣບິກ ໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ

12/10/2023

ກິດຈະກໍາເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2023 ທີ່ສະໜາມກິລາແຂວງ ໂດຍການເປັນປະທານຂອງ ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາຄະນະນຳຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ເອື້ອຍນ້ອງແມ່ຍິງຈາກພະແນກການ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນຈາກ 3 ໂຮງຮຽນ ຄື: ມ.ປາຍ ທ່າແຂກ , ໂຮງຮຽນສາມັນມິດຕະພາບຄໍາມ່ວນ-ກວາງບິ່ງ ແລະ ມ.ຕົ້ນ ຈອມແຈ້ງ ເຂົ້າຮ່ວມຫຼາຍກວ່າ 1.000 ຄົນ.

ໃນພິທີ, ທ່ານ ນັນຕະໄຊ ອິນທະສອນ ໄດ້ກ່າວວ່າ: ໃນການຈັດກິດຈະກໍາໃນຄັ້ງນີ້ ກໍເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ໄດ້ໃຫ້ການສິດສອນຖ່າຍທອດຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການໃຫ້ແກ່ນັກຮຽນຕະຫຼອດເຖິງການທຸ້ມເທເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດຂອງຊາດ ພ້ອມນັ້ນກໍເພື່ອເປັນຫັດແອບຮ່າງກາຍໃຫ້ມີສຸຂະພາບທີ່ແຂງແຮງ ແລະ ເພື່ອປູກຈິດສໍານຶກໃຫ້ຊາວໜຸ່ມ-ເຍົາວະຊົນ ກໍຄືນັກຮຽນຢູ່ຕາມໂຮງຮຽນຕ່າງໆໃຫ້ຫັນມາຫຼິ້ນກິລາຕີຖອຍປະກົດການຫຍໍ້ທໍ້ໃນໂຮງຮຽນ ແລະ ສັງຄົມ ໂດຍສະເພາະແມ່ນບັນຫາຢາເສບຕິດປະເພດຕ່າງໆ ແລະ ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນທີ່ເຂົ້າຮ່ວມກິດຈະກໍາໃນຄັ້ງນີ້.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວວ່າ: ພວກເຮົາໄດ້ພ້ອມກັນຈັດກິດຈະກໍາຄັ້ງນີ້ ກໍເພື່ອເປັນການສະເຫີຼມສະຫຼອງ ແລະ ຮູ້ບຸນຄຸນ, ຄຸນງາມຄວາມດີຂອງຄູອາຈານໃນໄລຍະຜ່ານມາ ຊຶ່ງແມ່ນຜູ້ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນວຽກງານພັດທະນາການສຶກສາກໍຄືການພັດທະນາຊັບພະຍາກອນມະນຸດ, ຄູຄືແມ່ພິມຂອງຊາດ, ຄູຄືຜູ້ໃຫ້ຄວາມຮູ້ແກ່ນັກຮຽນ, ຄູຄືຜູ້ທີ່ມີຄວາມຮູ້-ມີສະຕິປັນຍາໃນວຽກງານຕ່າງໆ ເພື່ອສຶກສາອົບຮົມໃຫ້ແກ່ນັກຮຽນ-ນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດເພື່ອກາຍເປັນໜໍ່ແໜງ ແລະ ທຶນຮອນຂອງປະເທດຊາດ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນທ່ານຍັງໄດ້ສະແດງຄວາມຂອບໃຈ ແລະ ອວຍພອນມາຍັງພະນັກງານ, ຄູອາຈານທີ່ເປັນແມ່ພິມຂອງຊາດ ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຈົ່ງມີແຕ່ຄວາມເຂັ້ມແຂງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນໜ້າທີ່ການງານ ພ້ອມກັນສືບຕໍ່ປະຕິບັດໜ້າທີ່ອັນໜັກໜ່ວງຂອງຕົນໃນຖານະທີ່ເປັນແມ່ພິມຂອງຊາດເພື່ອພັດທະນາຂະແໜງການສຶກສາ ໃຫ້ບັນລຸ 15 ຕົວຊີ້ວັດ ເວົ້າລວມ, ເວົ້າສະເພາະການພັດທະນາວຽກງານການສຶກສາຢູ່ໃນແຂວງຄໍາມ່ວນໃຫ້ມີຄວາມກ້າວໜ້າຕະຫຼອດໄປ.

ຫຼັງຈາກນັ້ນແຂກຖືກເຊີນຈາກທຸກພາກສ່ວນກໍໄດ້ພ້ອມກັນຮ່ວມກິດຈະກໍາເຕັ້ນແອໂຣບິກ ຊຶ່ງບັນຍາກາດພາຍໃນງານສະແດງໃຫ້ເຫັນເຖິງຄວາມສາມັກຄີ, ຟົດຟື້ນ ແລະ ເບີກບານມ່ວນຊື່ນ.

 

ຂ່າວ-ພາບ: ສກຂ ຄຳມ່ວນ