Skip to main content

3 ພາກສ່ວນ ຮ່ວມກັນຈັດຫຼາຍກິດຈະກຳ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

12/10/2023

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮ່ວມກັບ ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ພ້ອມກັນຈັດບັນດາກິດຈະກຳສະແດງສິລະປະ ແລະ ແຂ່ງຂັນກິລາ ເພື່ອສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຕິດພັນກັບວາລະແຫ່ງຊາດ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງມີຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນ.

ກິດຈະກຳສະແດງສິລະປະ ແລະ ແຂ່ງຂັນກິລາມວນຊົນ ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 6 ຕຸລາ 2023 ທີ່ວິທະຍາໄລພະລະສຶກສາ ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ມີ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຮອງຫົວໜ້າກົມ, ຄະນະອຳນວຍການຈາກສອງວິທະຍາໄລ, ພະນັກງານອາວຸໂສບຳນານ, ແຂກທີ່ຖືກເຊີນ, ພະນັກງານ, ຄູອາຈານ ແລະ ນັກສຶກສາ ທັງສາມພາກສ່ວນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ກິດຈະກຳດັ່ງກ່າວ ບັນດາຄະນະນຳ, ຄະນະກົມ, ຄະນະອຳນວຍການ ແລະ ພະນັກງານ ຄູອາຈານ ກໍຍັງໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກນ້ອງນັກສຶກສາຂອງສອງວິທະຍາໄລດັ່ງກ່າວ ພ້ອມທັງໄດ້ຮັບຟັງການບັນຍາຍ ການເລົ່າມູນເຊື້ອເນື້ອໃນວັນຄູແຫ່ງຊາດ ທີ 7 ຕຸລາ ຈາກທ່ານ ບຸນສຸກ ທິລະສັກ ພະນັກງານອາວຸໂສບຳນານ, ອະດີດຫົວໜ້າກົມກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ແລະ ໃນພິທີບັນດາພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາ ກໍຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ການຈັດຕັ້ງປະຕິບັດວຽກງານການຮຽນການສອນ ໃນສົກຮຽນ 2023-2024 ຈາກທ່ານ ຮອງລັດຖະມົນຕີ ສສກ.

ກິດຈະກຳດັ່ງກ່າວ ກໍໄດ້ຮັບຊົມການສະແດງສິລະປະ ຈາກນັກສຶກສາຂອງວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ໃນບົດຟ້ອນໝູ່ຄະນະ, ການຟ້ອນມວຍລາຍລາວ ແລະ ຮ້ອງເພງ ສ່ວນກິດຈະກໍາກິລາມວນຊົນ ກໍຍັງໄດ້ຮ່ວມຫຼິ້ນກິລາແທງປູ້ມເປົ້າສາມັກຄີ, ເຕັ້ນເອໂຣບິກ ປະກອບສຽງເພງ. ນອກຈາກນັ້ນ, ກໍຍັງມີການແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ຮ່ວມກັນດ້ວຍຄວາມເບີກບານ ແລະ ມ່ວນຊື່ນສາມັກຄີຢ່າງຟົດຟື້ນ ລະຫວ່າງ ທີມລວມພະນັກງານກະຊວງ ສສກ ພົບກັບ ທີມປະສົມ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮ່ວມກັບວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ຜົນປະກົດວ່າ ທີມປະສົມ ເຈົ້າພາບ ເປັນຝ່າຍເອົາຊະນະໄປແບບສຸດມ່ວນ 4-2 ປະຕູ.

 

ຂ່າວໂດຍ: ສົງການ ພັນແພງດີ