“ແພວາ” ພ້ອມຈະນຳເອົາປະສົບການຈາກເອຊຽນ ເກມ ມາສືບຕໍ່ພັດທະນາຕົນເອງ
ນາງ ແພວາ ພິລາພັນເດຊ ນັກກິລາຢີມນາດສະຕິກທີມຊາດລາວ ພ້ອມຈະນຳເອົາປະສົບການທີ່ໄດ້ຈາກການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ມາສືບຕໍ່ປັບປຸງ ແລະ ແກ້ໄຂຂໍ້ຜິດພາດ ໂດຍສະເພາະຈະພັດທະນາໃນການປັບເພີ່ມຄະແນນຄວາມຍາກໃຫ້ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ ໃນລະຫວ່າງໄປເກັບຕົວຝຶກຊ້ອມ ທີ່ປະເທດຍີ່ປຸ່ນ ແລະ ປະເທດອູຊະເບກິດສະຖານ.
ພາຍຫຼັງທີ່ສິ້ນສຸດການເຂົ້າຮ່ວມແຂ່ງຂັນງານກິລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ໂດຍ ແພວາ ພິລາພັນເດຊ ສາມາດຜ່ານເຂົ້າຮອບຊີງຫຼຽນຄຳ ແລະ ຈົບດ້ວຍອັນດັບທີ 20 ໃນຈຳນວນ 24 ຄົນ ໂດຍ ແພວາ ພິລາພັນເດຊ ໃຫ້ສຳພາດວ່າ: ນ້ອງດີໃຈຫຼາຍທີ່ໄດ້ຮັບໂອກາດມາຮ່ວມແຂ່ງຂັນງານກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ຊຶ່ງເປັນຄັ້ງທຳອິດ ແລະ ມີຄວາມຮູ້ສຶກຕື້ນຕັນໃຈຫຼາຍ ແລະ ໜ້າເສຍດາຍທີ່ສຸດ ໃນວັນທີ່ໄດ້ມາແຂ່ງຂັນຄັ້ງນັ້ນ ມີສະພາບອາກາດທີ່ເຢັນແຮງ ຊຶ່ງຕົວນ້ອງເອງບໍ່ລຶ້ງກັບສະພາບອາກາດນີ້ ຈຶ່ງເຮັດໃຫ້ການຫຼິ້ນບໍ່ສາມາດສະແດງຟອມເກັ່ງຂອງຕົນອອກມາໄດ້ດີເທົ່າທີ່ຄວນ ຊຶ່ງເຮັດໃຫ້ຜົນການສະແດງມີຂໍ້ຜິດພາດຢູ່ຫຼາຍຈຸດ. ແຕ່ເຖິງຢ່າງໃດກໍດີ, ຈະຂໍນຳເອົາຂໍ້ຜິດພາດໃນຄັ້ງນີ້ ນຳມາແກ້ໄຂ ແລະ ປັບປຸງໃຫ້ດີຂຶ້ນໄປເລື້ອຍໆ ຫຼັງຈາກນີ້ ແພວາ ກໍມີແຜນຈະເດີນທາງໄປຝຶກຊ້ອມທີ່ປະເທດຍີ່ປຸ່ນ ແລະ ປະເທດອູຊະເບກິດສະຖານ ເພື່ອກຽມຄວາມພ້ອມປັບເພີ່ມຄະແນນຄວາມຍາກໃຫ້ມີຄວາມຫຼາກຫຼາຍຂຶ້ນ ເພື່ອກຽມສືບຕໍ່ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ຈະຈັດຂຶ້ນໃນປີ 2024 ລວມເຖິງການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025.
ທ່ານ ນາງ ທຽນເຄີ ໂຈ (Tianke Zhou) ຄູຝຶກຢີມນາດສະຕິກລີລາທີມຊາດລາວ ຊາວຈີນ ອະດີດນັກກິລາຢີມນາດສະຕິກທີມຊາດຈີນ, ປັດຈຸບັນ ເປັນເຈົ້າຂອງ ສະໂມສອນ ຢີມນາດສະຕິກ ບາງກອກ (Bangkok Gymnastics Club) ແລະ ເປັນຫົວໜ້າຜູ້ຝຶກສອນ SISB Gymnastics Club ໃຫ້ສຳພາດວ່າ: ຮູ້ສຶກພູມໃຈຫຼາຍໃນຕົວຂອງນັກກິລາທີມຊາດລາວ ແລະ ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ພວກເຮົາຖືວ່າເປັນນັກກິລາໜ້າໃໝ່ຂອງວົງການ ແຕ່ວ່າສາມາດສ້າງຜົນງານໄດ້ດີແລ້ວ ກັບການແຂ່ງຂັນລະດັບໃຫຍ່ໆໃນຄັ້ງນີ້ ຊຶ່ງ ແພວາ ຍັງຄົງຕ້ອງສ້າງປະສົບການໃນການເຂົ້າຮ່ວມແຂ່ງຂັນໃຫ້ຫຼາຍຂຶ້ນ ໂດຍສະເພາະການພັດທະນາທາງຮ່າງກາຍ ແລະ ຈິດໃຈ ລວມໄປເຖິງການເພີ່ມຄະແນນທ່າຍາກໃຫ້ນັກກິລາໄດ້ລົງແຂ່ງຂັນສະໝໍ່າສະເໝີ ເພື່ອສ້າງຜົນງານໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະການກຽມຄວາມພ້ອມໃສ່ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025.
ທ່ານ ນາງ ທຽນເຄີ ໂຈ ກ່າວຕື່ມອີກວ່າ: ໃນຄວາມຮູ້ສຶກສ່ວນຕົວແລ້ວ ຮູ້ສຶກດີໃຈຫຼາຍທີ່ຕົນເອງໄດ້ມີໂອກາດກັບມາບ້ານເກີດ ແລະ ຕ້ອງຂໍສະແດງຄວາມຂອບໃຈມາຍັງຄະນະນຳສະຫະພັນຝຶກຢີມນາດສະຕິກລີລາແຫ່ງຊາດລາວ ທີ່ດູແລເປັນຢ່າງດີ ແລະ ຄະນະຜູ້ຈັດການແຂ່ງຂັນ ຖືວ່າເປັນການຈັດແຂ່ງຂັນທີ່ສົມບູນແບບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
