ສກຂ ຊຽງຂວາງ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ
ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ໄດ້ສຳເລັດການແຂ່ງຂັນກິລາເປຕັງ ເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃນວັນທີ 6 ຕຸລາ 2023 ທີ່ສະໜາມກິລາໄຊຊະນະ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ ໂດຍມີ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາິທການ ແລະ ກິລາແຂວງຊຽງຂວາງ ແລະ ທ່ານ ສົມທອງ ພາໄຕ້ບານ ຮອງຫົວໜ້າຂະແໜງພະລະ, ສິລະປະສຶກສາ ແລະ ກິລາມວນຊົນ ພະແນກ ສກຂ ຊຽງຂວາງ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາທີ່ມາຈາກ 27 ພາກສ່ວນເຂົ້າຮ່ວມ.
ໃນພິທີ, ທ່ານ ສົມທອງ ພາໄຕ້ບານ ໄດ້ລາຍງານໃຫ້ຮູ້ວ່າ: ສໍລັບກິດຈະກໍາແຂ່ງຂັນກິລາເປຕັງຄັ້ງນີ້ ແມ່ນເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຊຶ່ງໃນປີນີ້ ທາງພະແນກ ສກຂ ຊຽງຂວາງ ໄດ້ກໍານົດເອົາ 3 ປະເພດ ຄື: ຮຸ່ນການນໍາ, ຮຸ່ນຊາວໜຸ່ມທົ່ວໄປ ແລະ ຮຸ່ນແມ່ຍິງ ໂດຍມີນັກກິລາເຂົ້າຮ່ວມທັງໝົດ 27 ທີມ, ໃນນັ້ນຮຸ່ນການນໍາ 7 ທີມ ຄື: ພະແນກ ສກຂ ຊຽງຂວາງ, ເມືອງແປກວິລະຊົນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການເງິນ, ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ໜອງແຮດ, ສກມ ຜາໄຊ ແລະ ມສ ສີບຸນເຮືອງ; ຮຸ່ນຊາວໜຸ່ມທົ່ວໄປ ມີ 13 ທີມ ຄື: ພະແນກ ສກຂ ຊຽງຂວາງ 2 ທີມ, ສກມ ແປກ, ສກມ ພູກູດ, ສກມ ໜອງແຮດ, ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງ, ວິທະຍາໄລຄູຄັງໄຂ, ໂຮງຮຽນສາທາລະນະສຸກແຂວງ, ມສ ແຮັກມານໄມເນີ, ມສ ຊົນເຜົ່າ, ມສ ສີບຸນເຮືອງ, ມ.ຕົ້ນ ວຽງທອງ ແລະ ມສ ລາດງ່ອນ; ຮຸ່ນແມ່ຍິງ ມີ 7 ທີມ ຄື: ພະແນກ ສກຂ ຊຽງຂວາງ, ສກມ ຜາໄຊ, ສກມ ແປກ, ວິທະຍາໄລເຕັກນິກ-ວິຊາຊີບແບບປະສົມແຂວງ, ວິທະຍາໄລຄູຄັງໄຂ, ວິທະຍາໄລສຸຂະພາບ ແລະ ເມືອງແປກວິລະຊົນ.
ຜົນການແຂ່ງຂັນປະກົດວ່າ: ຮຸ່ນການນໍາ ຊະນະເລີດ ມສ ສີບຸນເຮືອງ, ຮອງຊະນະເລີດ ພະແນກ ສກຂ ຊຽງຂວາງ ແລະ ອັນດັບທີ 3 ສກມ ໜອງແຮດ; ຮຸ່ນຊາວໜຸ່ມທົ່ວໄປ ຊະນະເລີດ ໂຮງຮຽນແຮັກມານໄມເນີ (SOS), ຮອງຊະນະເລີດ ສກມ ແປກ ແລະ ອັນດັບທີ 3 ວິທະຍາໄລຄູຄັງໄຂ; ຮຸ່ນແມ່ຍິງ ຊະນະເລີດ ສກມ ແປກ, ຮອງຊະນະເລີດ ສກມ ຜາໄຊ ແລະ ອັນດັບທີ 3 ພະແນກ ສກມ ຊຽງຂວາງ.
(ພາບ-ຂ່າວ ໂດຍ: ຄານສີສະຫວັນ)
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
