Skip to main content

ເຕະບານເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ 2023 ຈະເປີດສາກເສົານີ້

12/10/2023

ການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ຫຼື  Radar Super Cup 2023 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ທັງເປັນການສົ່ງເສີມເດັກນ້ອຍລາວ ໄດ້ມີໂອກາດເຄື່ອນໄຫວຫຼິ້ນກິລາບານເຕະເພື່ອພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບ ໃນອະນາຄົດ ຊີງເງິນລາງວັນລວມ 30 ລ້ານກີບ ຈະເປີດສາກຂື້ນລະຫວ່າງວັນທີ 14-15 ຕຸລານີ້ ທີ່ສະໜາມກິລາ ສູນຈຳໜ່າຍລົດ ຍີ່ຫໍ້ ມັດສະດາ (Mazda) ເຂດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພິທີຖະແຫຼງຂ່າວການກຽມຄວາມພ້ອມກຽມຈັດການແຂ່ງຂັນເຕະບານ 7 ຄົນ ຫຼື 6 ຮັບ 1 ຮຸ່ນເຍົາວະຊົນ 3 ຮຸ່ນ ລາຍການ ຣາດາ ຊຸບເປີ ຄັບ ຄັ້ງທີ 1 ປະຈຳປີ 2023 ພ້ອມທັງຈັບສະຫຼາກແບ່ງສາຍ ໄດ້ມີຂຶ້ນເມື່ອວັນທີ 12 ຕຸລາ 2023 ທີ່ສູນ Mazda laos ໂດຍມີ ທ່ານ ທິບພະເນດ ແກ້ວມະນີວົງ ປະທານບໍລິສັດ ແກ້ວໂອໂຕ ກຣຸບ ຈຳກັດ, ປະທານບໍລິສັດ ຣາດາ ລາວ ທັງເປັນປະທານຈັດການແຂ່ງຂັນ ແລະ ທ່ານ ບຸນມາ ປະຖຳມະວົງ ຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ບໍລິສັດ Radar Laos ພ້ອມດ້ວຍຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ທິບພະເນດ ແກ້ວມະນີວົງ ກ່າວວ່າ: ການແຂ່ງຂັນລາຍການດັ່ງກ່າວ  ຈັດຂຶ້ນກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ພ້ອມທັງສົ່ງເສີມນັກກິລາເຍົາວະຊົນຂອງບັນດາສະໂມສອນຕ່າງໆ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນໄປເປັນນັກກິລາລະດັບຊາດ ກໍຄື ຕິດທີມຊາດ ໃນອະນາຄົດ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ.  ລາຍການນີ້ ມີບັນດາສະໂມສອນເຂົ້າຮ່ວມແຂ່ງຂັນ ຮຸ່ນລະ 8 ທີມ ພິເສດ ມີທີມ 3 ທີມທີ່ມາຈາກ 3 ແຂວງ ປະກອບມີ ແຂວງບໍລິຄຳໄຊ, ແຂວງຊຽງຂວາງ ແລະ ແຂວງຫຼວງພະບາງ ເຂົ້າຮ່ວມ ກໍຄື ຮຸ່ນ 10 ປີ ມີ 8 ທີມ, ຮຸ່ນ 12 ປີ ມີ 8 ທີມ ແລະ ຮຸ່ນ 14 ປີ ມີ 8 ທີມ, ໃນນັ້ນ ທີມໜຶ່ງຕ້ອງມີນັກກິລາ ໃນຈຳນວນ 15 ຄົນ ສຳລັບເງື່ອນໄຂນັກກິລາ ສະເພາະຮຸ່ນອາຍຸ 10 ປີ ຈະຕ້ອງເກີດໃນປີ 2013 ຫຼື 2014 ສ່ວນຮຸ່ນອາຍຸ 12 ປີຈະຕ້ອງເກີດປີ 2012 ແລະ 2011 ແລະ ຮຸ່ນອາຍຸ 14 ປີຈະຕ້ອງເກີດໃນປີ 2009 ແລະ ປີ 2010, ໃນນັ້ນ ທີມທີ່ເຂົ້າຮ່ວມແຂ່ງຂັນຈະຕ້ອງຍື່ນເອກະສານໃຫ້ຄະນະຮັບຜິດຊອບຢ່າງຖືກຕ້ອງ ໂດຍສະເພາະແມ່ນປື້ມສຳມະໂນຂອງແທ້ ແລະ ປື້ມຕິດຕາມການຮຽນ ຫຼື ປະກາສະນິຍະບັດຂອງແທ້ຂອງນັກກິລາ ແຕ່ຫາກວ່າເປັນປື້ມສຳມະໂນດັດແປງມາ ຈະບໍ່ອະນຸຍາດໃຫ້ນັກກິລາຮ່ວມທີມໄດ້. ແນວໃດກໍຕາມ, ລາຍການນີ້ ໃນເບື້ອງຕົ້ນ ໄດ້ມີທີມຈາກຈາກຫຼາຍແຂວງ ສົນໃຈເຂົ້າຮ່ວມແຂ່ງຂັນ ແຕ່ພວກເຮົາຈຳກັດທີມເຂົ້າຮ່ວມ ທີມໃດສະໝັກເຂົ້າຮ່ວມກ່ອນ ກໍຈະໄດ້ສິດເຂົ້າຮ່ວມແຂ່ງຂັນ ແນ່ນອນໃນອະນາຄົດ ພວກເຮົາຈະສືບຕໍ່ຈັດແຂ່ງຂັນໃຫ້ຍິ່ງໃຫຍ່ກວ່າເກົ່າ.

ລາຍການນີ້ ທຸກທີມທີ່ເຂົ້າຮ່ວມແຂ່ງຂັນແມ່ນຈະໄດ້ຮັບຫຼຽນລາງວັນທຸກຄົນ ເພື່ອສ້າງແຮງຈູງໃຈ ແລະ ເປັນຂວັນກຳລັງໃຈໃຫ້ນັກກິລາໄດ້ສືບຕໍ່ພັດທະນາຕົນເອງກ້າວສູ່ການເປັນນັກກິລາອາຊີບໃນອະນາຄົດ ສຳລັບທີມແຊ໋ມ ຈະໄດ້ຮັບຫຼຽນລາງວັນ, ຂັນແຊ໋ມ ແລະ ເງິນສົດທີມລະ 5 ລ້ານກີນ, ທີ 2 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 3 ລ້ານກີບ, ອັນດັບທີ 3 ຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 2 ລ້ານກີບ ແລະ ອັນດັບທີ 4 ກໍຈະໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນທີມລະ 1 ລ້ານກີບ ລາຍການດັ່ງກ່າວ ທັງ 3 ຮຸ່ນ ແມ່ນໄດ້ຈັດແບ່ງເປັນ ສອງກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ພ້ອມທັງມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຄັດເລືອກເອົາອັນດັບທີ 1 ແລະ ທີ 2 ຜ່ານເຂົ້າຮອບຮອງຊະນະເລີດ, ໃນນັ້ນຮອບຄັດເລືອກຈະແຂ່ງຂັນຕັ້ງລະ 12 ນາທີ ແລະ ຮອບຮອງ ຈະແຂ່ງຂັນຕັ້ງລະ 15 ນາທີ.

ສຳລັບ ຮຸ່ນ 10 ປີ ກຸ່ມ ເອ ປະກອບມີ ວຽງຈັນ ເອັບທີ, ວອນທະບິງ ຈາກຫຼວງພະບາງ, ພົມມະທັດ ເອັບຊີ ແລະ ມັດສະດາ ລາວ ຈີບີ ເອັບຊີ ທີມ ເອ; ກຸ່ມ ບີ ມີ ມັດສະດາ ລາວ ຈີບີ ເອັບຊີ ທີມ ຊີ, ມັດສະດາ ລາວ ຈີບີ ເອັບຊີ ທີມ ບີ, ເດັກພວນ ຈາກແຂວງຊຽງຂວາງ ແລະ ສະປີດ ເອັບຊີ; ຮຸ່ນ 12 ປີ ກຸ່ມ ເອ ມີ ເຄເອັມທີ ເອັບຊີ, ຄຳໃສ ເອັບຊີ, ມັດສະດາ ລາວ ຈີບີ ເອັບຊີ ແລະ ວຽງຈັນ ເອັບທີ ທີມ ເອ; ກຸ່ມ ບີ ມີ ເດັກພວນ, ວອນທະບິງ, ຈຳປາຮັກ ແລະ ວຽງຈັນ ເອັບທີ ທີມ ບີ; ຮຸ່ນອາຍຸ 14 ປີ ກຸ່ມ ເອ ມີ ມັດສະດາ ທີມ ເອ, ນິນຈາ ເອັບຊີ, ວຽງຈັນ ເອັບທີ, ຈຳປາຮັກ ເອັບຊີ; ກຸ່ມ ບີ ມີ ມັດສະດາ ທີມ ບີ, ວອນທະບິງ ຫຼວງພະບາງ, ປາກຊັນ ເອັບຊີ ຈາກແຂວງບໍລິຄຳໄຊ ແລະ Super Star FC.

 

ຂ່າວໂດຍ: ສົງການ ພັນແພງດີ