Skip to main content

ສະຫຼຸບຜົນສຳເລັດການເປັນເຈົ້າພາບ ຈັດງານແຂ່ງຂັນກິລາປ່ອງປ່ອງເຍົາວະຊົນໂລກ 2023

14/10/2023


ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຈັດພິທີສະຫຼຸບຜົນສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 (WTT Youth Contender) ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ຊຶ່ງງານຄັ້ງນີ້ ຜົນປະກົດວ່າທັບນັກກິລາປິ່ງປ່ອງ ຈາກໄຕ້ຫວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ລາງວັນຊະນະເລີດເຖິງ 8 ລາຍການ, ຮອງຊະນະເລີດ 9 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 6 ລາຍການ. ຂະນະທີ່ຜົນງານນັກກິລາປິ່ງປ່ອງລາວເຮົາ ຍາດໄດ້ລາງວັນຮອງຊະນະເລີດ 2 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 2 ລາຍການ.

ພິທີສະຫຼຸບຜົນສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 ໄດ້ມີຂຶ້ນໃນຕອນແລງວັນທີ 13 ຕຸລາ 2023 ທີ່ໂຮງແຮມແລນມາກ ແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ປອ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ປະທານກິດຕິມະສັກສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຮ່ວມຈັດງານ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ທັງເປັນປະທານຈັດງານ ພ້ອມດ້ວຍແຂກຖືກເຊີນ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຜູ້ໃຫ້ການສະໜັບສະໜູນ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາປິ່ງປ່ອງຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 20-23 ກັນຍາ 2023 ໂດຍມີນັກກິລາເຂົ້າຮ່ວມທັງໝົດ 170 ຄົນ ແລະ ຄະນະລວມທັງໝົດ 200 ກວ່າຄົນ ຈາກ 11 ປະເທດເຂົ້າຮ່ວມ ຄື: ຮົງກົງ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ມາເລເຊຍ, ຟີລິບປິນ, ສ.ເກົາຫຼີ, ສິງກະໂປ, ໄຕ້ຫວັນ, ໄທ ແລະ ສປປ ລາວ. ສະເພາະນັກກິລາ ສປປ ລາວ ມີຈຳນວນ 45 ຄົນ ຮຸ່ນອາຍຸລະຫວ່າງ 9-19 ປີ ຊຶ່ງກຳນົດແຂ່ງຂັນທັງໝົດ 2 ປະເພດ ຄື: ປະເພດດ່ຽວ ແລະ ຄູ່ປະສົມ. ໃນນີ້, ມີ 5 ລາຍການ ຄື: ດ່ຽວຍິງ-ດ່ຽວຊາຍ ຮຸ່ນອາຍຸບໍ່ເກີນ 11 ປີ, 13, 15, 17 ແລະ 19 ປີ ແລະ 2 ລາຍການຄູ່ປະສົມ ລວມທັງໝົດມີ 32 ລາງວັນ.
ຜ່ານການແຂ່ງຂັນເປັນເວລາ 4 ວັນ ຜົນປະກົດວ່າ: ອັນດັບທີ 1 ໄຕ້ຫວັນ ສາມາດຍາດໄດ້ຂັນຊະນະເລີດ 8 ລາຍການ ຈາກປະເພດດ່ຽວຊາຍ ຮຸ່ນ 11 ປີ, 13, 15 ແລະ 19 ປີ; ດ່ຽວຍິງ ຮຸ່ນ 17 ປີ; ຄູ່ປະສົມ ຮຸ່ນອາຍຸ 15 ປີ ແລະ 17 ປີ 2 ລາຍການ ພ້ອມທັງໄດ້ອັນດັບທີ 2 ຈໍານວນ 9 ລາຍການ ແລະ ອັນດັບທີ 3 ຮ່ວມ 6 ລາຍການ; ຮອງຊະນະເລີດ ສ.ເກົາຫຼີ ຍາດໄດ້ຂັນຊະນະເລີດ 2 ລາຍການ ຈາກປະເພດດ່ຽວຍິງ ຮຸ່ນ 15 ປີ ແລະ 15 ປີ ແລະ ອັນດັບທີ 3 ຮ່ວມ 3 ລາຍການ; ອັນດັບທີ 3 ເຂດປົກຄອງພິເສດຮົງກົງ ຍາດໄດ້ຂັນຊະນະເລີດ 1 ລາຍການ ຈາກປະເພດດ່ຽວຍິງ ຮຸ່ນ 19 ປີ, ຮອງຊະນະເລີດ 1 ລາຍການ ແລະ ອັນດັບທີ 3 ຮ່ວມ 3 ລາຍການ; ອັນດັບທີ 4 ມາເລເຊຍ ຍາດໄດ້ຂັນຊະນະເລີດ 1 ລາຍການ ຈາກປະເພດດ່ຽວຍິງ ຮຸ່ນ 11 ປີ; ອັນດັບທີ 5 ສປປ ລາວ ເຈົ້າພາບ ຍາດໄດ້ຂັນຮອງຊະນະເລີດ 2 ລາຍການ ຈາກປະເພດດ່ຽວຊາຍ ຮຸ່ນ 11 ປີ ແລະ ດ່ຽວຍິງ ຮຸ່ນ 11 ປີ ພ້ອມທັງລາງວັນອັນດັບທີ 3 ຮ່ວມ 2 ລາຍການ ຈາກປະເພດຮຸ່ນອາຍຸບໍ່ເກີນ 11 ປີຊາຍ.

ພ້ອມນັ້ນໃນພິທີອັນມີຄວາມໝາຍສຳຄັນຄັ້ງນີ້ ຍັງໄດ້ມີພິທີມອບຫຼຽນໄຊພັດທະນາ, ໃບຍ້ອງຍໍຂັ້ນລັດຖະບານ ແລະ ຂັ້ນກະຊວງສຶກສາທິການ ແລະ ກິລາ ໃຫ້ກັບບັນດາບໍລິສັດ, ຫ້າງຮ້ານ ຕະຫຼອດຮອດຄະນະຮັບຜິດຊອບຈັດການແຂ່ງຂັນ, ຄູຝຶກ ແລະ ນັກກິລາປິ່ງປ່ອງເຍົາວະຊົນລາວ ທີ່ສ້າງຜົນງານໄດ້ຍາດລາງວັນປະເພດຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ, ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການຈັດງານແຂ່ງຂັນຈົນປະສົບຜົນສຳເລັດອັນໃຫຍ່ຫຼວງຕາມຄາດໝາຍ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ