Skip to main content

ສອງພາກສ່ວນຊຸກຍູ້ເສື້ອ ໃຫ້ກໍາມະການຕັດສິນ ງານແຂ່ງຂັນຊ່ວງເຮືອຈອມແຈ້ງ

19/10/2023

ໂຮງຮຽນນານາຊາດວຽງຈັນ (VIS) ປະກອບສ່ວນຊຸກຍູ້ເສື້ອ ຈໍານວນ 10 ຜືນ ມູນຄ່າ 6.900.000 ກີບ ໃຫ້ແກ່ກໍາມະການຕັດສິນ ໃນງານແຂ່ງຂັນກິລາເຮືອຊ່ວງຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ນອກຈາກນີ້ ສູນກິລາພີພີໜອງຄາຍ ມອບໃຫ້ 30 ຜືນ ມູນຄ່າ 2.925.000 ກີບ ລວມທັງໝົດ 40 ຜືນ ລວມມູນຄ່າ 9.825.000 ກີບ.
ພິທີມອບ-ຮັບເສື້ອຈາກ VIS ຈໍານວນ 10 ຜືນ ຈັດຂຶ້ນວັນທີ 18 ຕຸລາ 2023 ຢູ່ໂຮງຮຽນນານາຊາດວຽງຈັນ ໂດຍການກ່າວມອບຂອງ ທ່ານ ນາງ ເອວຊາ ໂດໂນຮິວ (Elsa Donohue) ຫົວໜ້າໂຮງຮຽນນານາຊາດວຽງຈັນ ແລະ ກ່າວຮັບຂອງ ທ່ານ ກາລຸນາ ຫົງຄໍາ ຮອງຫົວໜ້າໜ່ວຍງານກິລາ-ກາຍະກໍາ ແລະ ສິລະປະ ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ມີພະນັກງານວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ນອກຈາກນີ້ ໃນວັນທີ 17 ຕຸລາ 2023 ຢູ່ສູນກິລາພີພີໜອງຄາຍ ທ່ານ ອາພາກອນ ຕຸຍານັນ ຜູ້ຈັດການສູນກິລາພີພີໜອງຄາຍ ຍັງໄດ້ມອບໃຫ້ 30 ຜືນ ໃຫ່ແກ່ກໍາມະການຕັດສິນງານແຂ່ງຂັນກິລາເຮືອຊ່ວງຈອມແຈ້ງ ແລະ ຮັບແມ່ນທ່ານ ວິຊຽນ ໂລວັນ ຫົວໜ້າໜ່ວຍງານກີລາ-ກາຍະກໍາ ແລະ ສິລະປະ ຫ້ອງການສຶກສາທິການ ແລະ ກີລາ ເມືອງສີສັດຕະນາກ ທັງເປັນຄະນະຮັບຜິດຊອບຈັດການແຂ່ງຂັນຊ່ວງເຮືອຈອມແຈ້ງ.
ສໍາລັບການແຂ່ງຂັນກິລາຊ່ວງເຮືອ ປະຈໍາປີ 2023 ທີ່ທ່ານໍ້າຂອງໜ້າວັດຈອມແຈ້ງ ບ້ານຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາຮອດປັດຈຸບັນມີເຮືອທີ່ແຈ້ງເຈດຈໍານົງສະໝັກເຂົ້າຮ່ວມແຂ່ງ ຂັນແລ້ວໄດ້ຈໍານວນ 9 ລໍາ ແລະ ຄາດວ່າຮອດວັນທີ 20 ຕຸລາ 2023 ຊຶ່ງເປັນມື້ປິດຮັບສະໝັກ ຈະມີເຮືອເຂົ້າຮ່ວມຫຼາຍກວ່າ 10 ລໍາ ໂດຍໃນເວລາ 09:00 ໂມງ ຂອງວັນທີ 20 ຕຸລານີ້ ຈະມີການປະຊຸມຈັບສະຫຼາກ ແລະ ເຜີຍແຜ່ກົດລະບຽບແຂ່ງຂັນ ຢູ່ສະຖານທີ່ວັດຈອມແຈ້ງ ທີມເຮືອຊ່ວງບ້ານໃດສົນໃຈກໍສາ ມາດ ໂທຕິດຕໍ່ພົວພັນທີ່ເບີ 020 2265 5662 ແລະ 020 5593 6885 ໃນໂມງລັດຖະການ.

ສໍາລັບຄ່າສະໝັກເຮືອແຕ່ລະລໍາທີ່ເຂົ້າຮ່ວມແຂ່ງຂັນແມ່ນ 300.000 ກີບ/ລໍາ ຄ່າລາກແກ່ເຮືອເຂົ້າຮ່ວມແຂ່ງຂັນ 500.000 ກີບ/ລໍາ ສ່ວນປະເພດເງິນລາງວັນ ອັນດັບ 1 ຈະໄດ້ຮັບຂັນໂລ້ 1 ໜ່ວຍ+ເງິນລາງວັນ 5 ລ້ານກີບ, ອັນດັບ 2 ຈະໄດ້ຮັບຂັນໂລ້ 1 ໜ່ວຍ+ເງິນລາງວັນ 3 ລ້ານກີບ, ອັນດັບ 3 ຈະໄດ້ຮັບຂັນໂລ້ 1 ໜ່ວຍ+ເງິນລາງວັນ 2 ລ້ານກີບ ແລະ ອັນດັບ 4 ຈະໄດ້ຮັບເງິນລາງວັນ 1 ລ້ານກີບ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ