Skip to main content

ທີມວີຣັນ ຕັ້ງເປົ້າແລ່ນ 385 ກິໂລແມັດ ຫວັງລະດົມທຶນ 999 ລ້ານກວ່າກີບ ຊ່ວຍເຫຼືອໂຮງໝໍເພື່ອນລາວ

19/10/2023

ທີມວີຣັນ ຈະສືບຕໍ່ຈັດກິດຈະກໍາແລ່ນການກຸສົນ ເປັນປີທີ 9 ຈາກນະຄອນຫຼວງວຽງຈັນ (ນວ) ຫາ ແຂວງຫຼວງພະບາງ ດ້ວຍໄລຍະທາງ 385 ກິໂລແມັດ ເພື່ອລະດົມທຶນເຂົ້າກອງທຶນຊ່ວຍເຫຼືອໂຮງໝໍເພື່ອນລາວ ສຳລັບເດັກນ້ອຍເຂດພາກເໜືອ ຊຶ່ງຈະໃຊ້ເວລາແລ່ນ 5 ວັນ ລະຫວ່າງວັນທີ 23-27 ຕຸລາ 2023 ແລະ ປີນີ້ ທີມວີຣັນ ຕັ້ງເປົ້າໝາຍຈະລະດົມທຶນເປັນຕົວເລກມຸງຄຸນໄວ້ທີ່ 999.999.999 ກີບ.


ພິທີຖະແຫຼງຂ່າວງານແລ່ນເພື່ອການກຸສົນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 18 ຕຸລາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ເພັດວໍລະສັກ ຫົວໜ້າພະແພກບໍລິຫານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຄຳສຸກ ໂກມຸດທະພົງ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ໂຕໂຢຕ້າ ລາວ ພ້ອມດ້ວຍບັນດາຜູ້ຕາງໜ້າບໍລິສັດ ຟູດແພນດ້າ, ນ້ຳດື່ມກາຫົວເສືອ ບໍລິສັດ ເບຍລາວ, ບໍລິສັດ ສະມາດເທັກ, ກຸ່ມບໍລິສັດ ອິນທິລາ ຕະຫຼອດຮອດນັກກິລາແລ່ນ ແລະ ສື່ມວນຊົນຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ພົງສະຫວັນ ເພັດວໍລະສັກ ກ່າວວ່າ: ທີມວີຣັນ ຈະເລີ່ມອອກແລ່ນຈາກນະຄອນຫຼວງວຽງຈັນ ໃນວັນທີ 23 ຕຸລາ ແລະ ຮອດແຂວງຫຼວງພະບາງ ໃນວັນທີ 27 ຕຸລາ 2023 ໂດຍມີນັກແລ່ນລວມ 3 ທ່ານ ປະກອບມີ ທ່ານ ມາຊາອາກິ ຄາວາບາຕະ ຈາກປະເທດຍີ່ປຸ່ນ, ທ່ານ ແດນນຽວ ໂອເຊ ຈາກເຢຍລະມັນ ແລະ ທ່ານ ສຸລິຍະເດດ ຫຼ່ຽມພະຈັນ ຈາກ ສປປ ລາວ. ນອກນັ້ນ, ຍັງມີນັກແລ່ນອີກຫຼາຍທ່ານຮ່ວມແລ່ນໃຫ້ກຳລັງໃຈ ແລະ ຍັງມີທີມງານຕິດຕາມນຳອີກ ຊຶ່ງທີມແລ່ນແມ່ນມີທັງຄົນລາວ ແລະ ຕ່າງປະເທດທີ່ເຮັດວຽກຢູ່ລາວ ທີ່ມີຄວາມຕັ້ງໃຈໃນການແລ່ນ ແລະ ເຕັມໃຈທີ່ຈະຮັບພາລະກິດແລ່ນຈາກນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອທີ່ເດັກນ້ອຍລາວຈະໄດ້ເຂົ້າເຖິງການປິ່ນປົວທີ່ມີປະສິດທິພາບ ປັດຈຸບັນນັກແລ່ນທຸກຄົນກຳລັງຂຸ້ນຂ້ຽວໃນການຝຶກຊ້ອມ ກຽມຄວາມພ້ອມຂອງຮ່າງກາຍ ແລະ ຈິດໃຈ ເພື່ອງານແລ່ນນີ້ ກໍຄື ເດັກນ້ອຍລາວສະເພາະ.

ເພື່ອເຮັດໃຫ້ເດັກນ້ອຍລາວ ເວົ້າລວມ, ເວົ້າສະເພາະໃນເຂດພາກເໜືອສາມາດໄດ້ຮັບການປິ່ນປົວຢ່າງທົ່ວເຖິງແບບບໍ່ເສຍຄ່າ ສະນັ້ນ ກິດຈະກໍາແລ່ນຄັ້ງນີ້ ທ່ານສາມາດຮ່ວມບໍລິຈາກ-ຜ່ານ QR code ຫຼື ໂອນເຂົ້າບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຊື່ບັນຊີ: Events for Good (ອີເວັ້ນຟໍກູດ) ບັນຊີເງິນກີບ: 1041100102783 ບັນຊີເງິນໂດລາ: ເນື້ອໃນໃສ່ວ່າ: ບໍລິຈາກແລ່ນ 385 ກິໂລແມັດ ແຄບໜ້າຈໍໂອນທີ່ທ່ານໂອນ ສົ່ງຮູບ ແລະ ຊື່ຂອງທ່ານມາຫາ ແອັດມິນວັອດແອັບ 020 9190 1222 ທາງພວກເຮົາຈະຂໍໂພດຮູບຂອງທ່ານລົງຜ່ານທາງ Team We Run and Run Laos Facebook Fan Page ເພື່ອສະແດງຄວາມຂອບໃຈຮ່ວມກັນບໍລິຈາກຜູ້ລະເລັກລະນ້ອຍ ເພື່ອຊ່ວຍສະໜັບສະໜູນໃຫ້ເດັກ ນ້ອຍທາງພາກເໜືອສາມາດເຂົ້າເຖິງໂຮງໝໍທີ່ມີຄຸນນະພາບ ເພື່ອສຸຂະພາບທີ່ດີຂອງເດັກໃນວັນນີ້ ຜູ້ທີ່ຈະກາຍເປັນກຳລັງແຮງພັດທະນາຊາດໃນວັນໜ້າ.
ທ່ານສາມາດຮ່ວມເປັນຜູ້ໃຫ້ການສະໜັບສະໜູນ ໂດຍຕິດຕໍ່ຫາທີມງານທາງວັອດແອັບ 020 5639 4245 ລົງທະບຽນ ແລ່ນ-ຫຼວງພະບາງ ຮາບມາຣາທອນ ແລ້ວຮ່ວມແລ່ນຮັບທີມ ກ່ອນເຂົ້າຕົວເມືອງຫຼວງພະບາງ ສຳລັບອ້າຍເອື້ອຍນ້ອງທີ່ຢູ່ຕ່າງປະເທດ ທ່ານສາມາດຮ່ວມບໍລິຈາກໂດຍກົງຫາ ໂຮງໝໍເພື່ອນລາວ ສຳລັບເດັກນ້ອຍ ແລ້ວໃສ່ເນື້ອໃນວ່າ ບໍລິຈາກແລ່ນ 385 ກິໂລແມັດ. https://www.fwab.org/donate.

ຂ່າວໂດຍ: ສົງການ ພັນແພງດີ