ນ້ອຍ&ຕີ້ ແລະ ເອັນແອນເອັນ ຄອງແຊ໋ມ ເຕະບານ ເພື່ອການກຸສົນ ມິດຕະພາບ ລາວ-ໄທ
24/10/2023

ສະໂມສອນ ນ້ອຍ&ຕີ້ ເອັບຊີ ຄວ້າການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ລາຍການ ດິວິຊັນ 1 ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ໃນໄວໆນີ້ ສ່ວນ ສະໂມສອນ ເອັນແອນເອັນ ເອັບຊີ ຄອງແຊ໋ມ ລາຍການດິວິຊັນ 2 ຂະນະທີ່ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ຄວ້າລາງວັນດາວຊັນໂວ ຫຼັງລົງສະໜາມສອງນັດ ຍິງໄດ້ເຖິງ 13 ປະຕູ.
ການແຂ່ງຂັນເຕະບານ 6 ພາກສ່ວນ ຮຸ່ນອາຍຸ 45 ປີ ຂຶ້ນໄປ ມິດຕະພາບ ລາວ-ໄທ ເພື່ອເປັນການລະດົມເຄື່ອງນຸ່ງຮົ່ມ ໄປມອບໃຫ້ແກ່ເມືອງ ງາ ແຂວງອຸດົມໄຊ ເຂດພາກເໜືອ ໄດ້ຈັດຂຶ້ນ ພຽງມື້ດຽວ ໃນວັນທີ 22 ຕຸລາ 2023 ທີ່ສະໜາມຫຍ້າທຽມ ເບ ສະຫວັນ ເອັບຊີ ລາຍການດັ່ງກ່າວ ມີ 6 ສະໂມສອນ ເຂົ້າຮ່ວມ, ໃນນັ້ນ ທີມຈາກລາວ ມີ 4 ທີມ ແລະ ອີກ 2 ທີມແມ່ນມາຈາກແຂວງອຸດອນທານີ ແລະ ແຂວງໜອງຄາຍ ປະເທດໄທ ຊຶ່ງໄດ້ຈັດແບ່ງອອກເປັນ 2 ສາຍ ກໍຄື ສາຍ ເອ ແລະ ສາຍ ບີ ແຂ່ງຂັນເກັບຄະແນນ ຄັດເລືອກເອົາທີມທີ່ມີຄະແນນດີທີ່ສຸດຂອງສອງກຸ່ມ ຜ່ານເຂົ້າໄປຊີງຊະນະເລີດ ໃນລາຍການດິວິຊັນ 1 ແລະ ອັນດັບທີ 2 ໄປຊີງຊະນະເລີດ ໃນລາຍການ ດິວິຊັນ 2.
ສຳລັບ 6 ສະໂມສອນ ເຂົ້າຮ່ວມ ກຸ່ມ ເອ ປະກອບມີ ສະໂມສອນ ເອັນແອນເອັນ ເອັບຊີ, ສະໂມສອນ ຣາຊາລູກຊີ້ນ ເອັບຊີ ແລະ ສະໂມສອນ ມາດ້າມ ນຸດ ເອັບຊີ ສ່ວນ ກຸ່ມ ບີ ປະກອບມີ ສະໂມສອນ ອຸດອນ ຊິຕີ, ສະໂມສອນ ພໍ່ບ້ານຂາເລາະ ເອັບຊີ ແລະ ສະໂມສອນ ນ້ອຍ&ຕີ້ ເອັບຊີ ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຊີງຊະນະເລີດ ໃນລາຍການດິວິຊັນ l ເກີດການພິກລ໋ອກ ກໍເປັນຝ່າຍ ນ້ອຍ&ຕີ້ ເອັບຊີ ທີ່ຖືກ ຣາຊາລູກຊີ້ນ ເອັບຊີ ທີ່ມີ ໄພວັນ ຫຼວງລາດ ອະດີດກອງກາງທີມຊາດລາວ ແລະ ເພື່ອນຮ່ວມທີມຫຼາຍຄົນທີ່ເຄີຍຜ່ານເວທີລະດັບ ລາວລີກ ຍິງນຳໄປກ່ອນ 1-0 ແຕ່ກໍສາມາດພິກແຊງກັບມາເອົາຊະນະໄປແບບຂາດຮອຍ 4-1 ຄອງແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນ ຣາຊາລູກຊີ້ນ ເອັບຊີ ໄດ້ພຽງອັນດັບທີ 2.
ຂະນະທີ່ຄູ່ຊີງຊະນະເລີດ ໃນລາຍການດິວິຊັນ 2 ກໍເປັນ ເອັນແອນເອັນ ໄລ່ເອົາຊະນະ ອຸດອນ ຊິຕີ ໄປແບບຂາດຮອຍ 9-2 ຄອງຂັນຊະນະເລີດ ສ່ວນ ອຸດອນ ຊິຕີ ໄດ້ພຽງອັນດັບທີ 2. ພ້ອມກັນນັ້ນ, ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການແຫ່ງຊາດລາວ ທັງເປັນປະທານສະໂມສອນ ເອັນແອນເອັນ ກໍຍັງຄວ້າລາງວັນດາວຊັນໂວ ຫຼັງລົງສະໜາມສອງນັດ ຍິງໄດ້ເຖິງ 13 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


