ເປີດສາກແລ້ວ ເຕະບານລາວລີກຍິງ 2023 ຈຳປາສັກ ຖະຫຼົ່ມ ວຽງຈັນ ເກືອບສອງໂຫຼ
24/10/2023

ເປີດສາກຂຶ້ນເປັນທີ່ຮຽບຮ້ອຍແລ້ວ ການແຂ່ງຂັນເຕະບານລາວລີກຍິງ ຊຶ່ງເປັນລີກສູງສຸດຂອງສປປ ລາວ ແລະ ເປັນຄັ້ງທຳອິດ ຫຼື Lao Women’s League 2023 ລາຍການດັ່ງກ່າວ ເນັ້ນເອົາ 8 ສະໂມສອນ ທີ່ຮ່ວມແຂ່ງຂັນເຕະບານຊາຍ ລາຍການ ເປບຊີ ລາວລີກ 1 ຮ່ວມຊີງໄຊ. ຂະນະທີ່ ສາວພາກໃຕ້ ສະໂມສອນ ຈຳປາສັກ ເອັບຊີ ບໍ່ໄວ້ໜ້າໄລ່ຖະຫຼົ່ມ ສະໂມສອນ ວຽງຈັນ ໄປແບບບໍ່ເຫັນຝຸ່ນ 21-0 ປະຕູ.
ການແຂ່ງຂັນເຕະບານລາວລີກຍິງ ລາຍການ Lao Women’s League 2023 ຈັດຂຶ້ນ ລະຫວ່າງວັນທີ 21-22 ຕຸລາ ຜ່ານມາ ທີ່ສະໜາມຫຍ້າທຽມສະຫະພັນບານເຕະແຫ່ງຊາດລາວ (ສຕລ) ສະໜາມ 1 ແລະ ສະໜາມ 2 ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊຶ່ງມີບັນດາກອງເຊຍເຂົ້າຮ່ວມຊົມ-ເຊຍ ໂດຍບໍ່ໄດ້ເສຍຄ່າຜ່ານປະຕູໃດໆ ຫຼື ຟຣີ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ການແຂ່ງຂັນເຕະບານ ລາວລີກ ຍິງ ຄັ້ງນີ້ ຖືເປັນຄັ້ງທໍາອິດທີ່ຈັດເປັນແບບລີກຂອງເພດຍິງ ໂດຍງົບປະມານຫຼັກໄດ້ຈາກ ສະຫະພັນບານເຕະນານາຊາດ (FIFA) ເພື່ອຈັດການແຂ່ງຂັນລີກເຕະບານຍິງແບບຍືນຍົງ ແລະ ຈະຈັດຂຶ້ນທຸກໆປີ ເພື່ອພັດທະນານັກກິລາຍິງ ແລະ ເປັນຕົວເລືອກນັກກິລາກ້າວສູ່ທີມຊາດ ແລະ ຍັງສາມາດສ້າງຖານນັກກິລາຍິງໃຫ້ມີມາດຕະຖານທີ່ສູງຂຶ້ນ ລາຍການດັງກ່າວຈະບໍ່ມີການຕົກຊັ້ນ ໃນປີຕໍ່ໄປ ຈະມີການຄັດເລືອກອີກ 2 ທີມເພີ່ມຕື່ມອີກ.
ສໍາລັບທີມທີ່ເຂົ້າຮ່ວມນັ້ນແມ່ນໄດ້ຮັບເງິນອຸດໜູນຈຳນວນທີມລະ 150 ລ້ານກີບ ສ່ວນລາງວັນ ອັນດັບ 1 ແມ່ນຈະໄດ້ຮັບຂັນແຊ໋ມ ພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ຮັບເງິນລາງວັນ 50 ລ້ານກີບ ແລະ ອັນດັບ 3 ໄດ້ຮັບເງິນລາງວັນ 20 ລ້ານກີບ ຊຶ່ງການແຂ່ງຂັນເຕະບານ ລາວລີກຍິງ ປະຈຳປີ 2023 ຈະເລີ່ມແຂ່ງຂັນຢ່າງເປັນທາງການໃນຕອນແລງວັນເສົາ 21 ຕຸລາ 2023 ແລະ ຈະໄປສິ້ນສຸດໃນວັນທີ 20 ທັນວາ 2023 ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ ປະກອບມີ: ຊ້າງນ້ອຍ, ມາດເຕີ ເຊເວັນ, ເອສຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ.
ຜ່ານການແຂ່ງຂັນໃນມື້ທຳອິດ (21 ຕຸລາ) ຄູ່ທຳອິດ ມາດເຕີ ເຊເວັນ ຊະນະ ຫຼວງພະບາງ ໄປແບບຫວຸດຫວິດ 1-0, ຄູ່ທີ 2 ຈຳປາສັກ ຖະຫຼົ່ມເອົາຊະນະ ວຽງຈັນ ໄປແບບຂາດຮອຍ 21-0 ປະຕູ ສ່ວນການແຂ່ງຂັນໃນວັນທີ 22 ຕຸລາ 2023 ຄູ່ທີ 3 ເອສຣາ ສະເໝີ ນ້ຳທາ 1-1 ແລະ ຄູ່ທີ 4 ຊ້າງນ້ອຍ ຊະນະ ກອງທັບ 3-1 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


