ບານສົ່ງໃນຮົ່ມ ຍິງ-ຊາຍ ແຊ໋ມປ້ຽນຊິບ 2023 ເລື່ອນໄປຈັດຕົ້ນເດືອນພະຈິກ
24/10/2023

ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ ແຊ໋ມປ້ຽນຊິບ ປະຈຳປີ 2023 ຊຶ່ງເປັນຮູບແບບໃໝ່ ໃນໜ້າຄຳປະຫວັດສາດ ຂອງວົງການກິລາບານສົ່ງລາວ ເພື່ອກະກຽມກ້າວສູ່ເວທີແຂ່ງຂັນບານສົ່ງ ລະດັບ ລາວລີກ ໃນອະນາຄົດ ຊຶ່ງໃນເບື້ອງຕົ້ນ ຈະຈັດຂຶ້ນ ໃນວັນທີ 28 ຕຸລານີ້ ແຕ່ຍ້ອນມີງານບຸນຊ່ວງເຮືອປະເພນີລະດັບຊາດ ສະຫຼອງບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ຈຶ່ງຍ້າຍມາຈັດໃສ່ວັນທີ 4 ພະຈິກ ຫາ 24 ທັນວາ 2023 ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.
ກອງປະຊຸມເຕັກນິກການແຂ່ງຂັນກິລາບານສົ່ງໃນຮົ່ມ ແຊ໋ມປ້ຽນຊິບ ປະຈຳປີ 2023 ເພື່ອປູທາງໃຫ້ວົງການບານສົ່ງລາວ ກ້າວສູ່ເວທີ ລະດັບ ລາວລີກ ໃນອະນາຄົດ ໄດ້ຈັດຂຶ້ນ ໃນຕອນບ່າຍວັນທີ 23 ຕຸລາ 2023 ທີ່ຫ້ອງການຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານຂອງທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ ຫຼື ສບສ, ມີທ່ານ ປີໄຊ ສຸວັນໄຊ ຮອງປະທານ ສບສ ພ້ອມດ້ວຍຄະນະບໍລິຫານງານ ສບສ ແລະ ຄະນະນຳ, ຄູຝຶກຂອງບັນດາສະໂມສອນກິລາບານສົ່ງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ກໍໄດ້ມີການຜ່ານກົດລະບຽບກາຕິກາແຂ່ງຂັນຕ່າງໆ, ການກຳນົດເງື່ອນໄຂຂອງນັກກິລາ, ການກວດກາເອກະສານແຕ່ລະທີມ ແລະ ຈັບສະຫຼາກແຂ່ງຂັນພົບກັນໝົດໃນຮອບຂາໄປ ພ້ອມທັງມີຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ແຂ່ງຂັນສາມາດດຳເນີນໄປດ້ວຍດີ. ນອກຈາກນັ້ນ, ກອງປະຊຸມກໍຍັງໄດ້ມີມະຕິຕົກລົງເຫັນດີ ໃຫ້ມີການເລື່ອນການແຂ່ງຂັນ ໃນເບື້ອງຕົ້ນກຳນົດ ຈະຈັດໃນວັນທີ 28 ຕຸລາ 2023 ແຕ່ຍ້ອນມີບຸນຊ່ວງເຮືອປະເພນີລະດັບຊາດ ສະຫຼອງບຸນອອກພັນສາ ປະວໍລະນາ ທີ່ທ່າວັດຈັນ ຈຶ່ງຍ້າຍມາຈັດໃສ່ວັນທີ 4 ພະຈິກ ຫາ 24 ທັນວາ 2023 ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຈຶ່ງຈະສຳເລັດ.
ສຳລັບທີມຊາຍ ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ ມາດເຕີ 7 ວີຊີ (Master 7 VC), ໂຄດອັບ ວີຊີ (Grow-Up VC), ກອງທັບ ວີຊີ, ອິນທະສອນ ວີຊີ (Inthasone VC), ວຽງຈັນ ວີຊີ, ວສປ ວີຊີ, ລາວສະກາຍເວ ວີຊີ (Lao Skyway VC) ແລະ ອິນເທັນເຊິນ ວິຊີ (Intention VC). ສ່ວນທີມຍິງ ກໍມີ 6 ສະໂມສອນ ເຂົ້າຮ່ວມປະກອບມີ ກອງທັບ ວີຊີ, ເອັດອີຊີ ວີຊີ (S.E.C VC), ອິນທະສອນ ວີຊີ (Inthasone VC), ມາດເຕີ 7 ວີຊີ (Master 7 VC), ວຽງຈັນ ວີຊີ ແລະ ກົມການເມືອງ ກອງທັບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
