ຍົກນໍ້າລາວ ຈົບພຽງອັນດັບທີ 4 ງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ
24/10/2023

ພາຍຫຼັງທີ່ໄດ້ມີພິທີເປີດການແຂ່ງຂັນ ເອຊຽນ ພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເມື່ອວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ຊຶ່ງມີນັກກິລາ 3.100 ກວ່າຄົນ ຈາກ 44 ປະເທດ ແລະ ເຂດແຄວ້ນໃນອາຊີເຂົ້າຮ່ວມ ຊີງໄຊ 564 ລາຍການ ໃນ 22 ປະເພດກິລາ ໂດຍສປປ ລາວ ໄດ້ສົ່ງຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ 41 ຄົນ, ຍິງ 28 ຄົນ ນັບມາຮອດປັດຈຸບັນ ທັບນັກກິລາຄົນພິການລາວ ລົງແຂ່ງຂັນໄປແລ້ວ 1 ປະເພດກິລາ ຈາກກິລາຍົກນໍ້າໜັກ ຈົບອັນດັບທີ 4 ຈາກ ນາງ ລັດສະໝີ ຮຸ່ນນໍ້າໜັກ 41 ກິໂລ ຍົກໄດ້ 75 ກິໂລ ສ່ວນທ້າວ ເປ້ຍ ລາວພັກດີ ເຈົ້າຂອງຫຼຽນຄຳ ປີ 2018 ຮຸ່ນນໍ້າໜັກ 49 ກິໂລ ຈົບອັນດັບ 9.
ພິທີເປີດການແຂ່ງຂັນງານກິລາເອຊຽນ ພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ຈັດຂຶ້ນ ວັນທີ 22 ຕຸລາ 2023 ແລະ ຈະຈົບໃນວັນທີ 28 ຕຸລານີ້ ໂດຍນຳຂະບວນຄະນະທັບນັກກິລາຄົນພິການຂອງສປປ ລາວ ໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄພລ ສ່ວນນຳໜ້າຖືທຸງຊາດລາວເຂົ້າໃນພິທີເປີດມີທ້າວ ເປ້ຍ ລາວພັກດີ ແລະ ນາງ ລັດສະໝີ ສີປະເສີດ 2 ນັກກິລາຍົກນໍ້າໜັກທີມຊາດລາວ.
ງານກິລາເອຊຽນ ພາຣາເກມຄັ້ງນີ້ ມີນັກກິລາ 3.100 ກວ່າຄົນ ຈາກ 44 ປະເທດ ແລະ ເຂດແຄວ້ນໃນອາຊີເຂົ້າຮ່ວມ ຊີງ 564 ລາຍການ ໃນ 22 ປະເພດກິລາ, ແຂ່ງຂັນວັນທີ 22-28 ຕຸລາ 2023 ສຳລັບຄະນະນັກກິລາຄົນພິການຈາກ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 5 ປະເພດກິລາຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ, ລົດຖີບ ແລະ ບານບ້ວງລໍ້ເລື່ອນທີມຍິງ ມີຄະນະນໍາ, ກອງເລຂາ, ແພດ, ຄູຝຶກ, ຜູ້ຊ່ວຍຄູຝຶກ, ຜູ້ເບິ່ງແຍງນັກກິລາ ແລະ ນັກກິລາ 41 ຄົນ, ຍິງ 28 ຄົນ.
ພາຍຫຼັງທີ່ໄດ້ມີພີທີເປີດການແຂ່ງຂັນໃນສອງວັນຜ່ານມາ ນັບມາຮອດປັດຈຸບັນທັບນັກກິລາໄດ້ລົງແຂ່ງຂັນໄປແລ້ວ 1 ປະເພດກິລາ ກໍຄື ກິລາຍົກນໍ້າໜັກ ສຳລັບຜົນງານຂອງ ທ້າວ ເປ້ຍ ລາວພັກດີ ເຈົ້າຂອງຫຼຽນຄຳ ເມື່ອປີ 2018 ໄດ້ລົງແຂ່ງຮຸ່ນນໍ້າໜັກ 49 ກິໂລ ສາມາດຍົກໄດ້ 121 ກິໂລ ໄດ້ອັນດັບ 9 ໂດຍມີນັກກິລາ 12 ຄົນ ຈາກ 11 ປະເທດເຂົ້າແຂ່ງຂັນ. ສ່ວນຫຼຽນຄຳເປັນຂອງນັກກີລາຈາກຈໍແດນ (ຊອກດານີ) ສາມາດຍົກໄດ້ 182 ກິໂລ, ຫຼຽນເງິນ ເປັນຂອງນັກກິລາຈາກອີຣັກ ຍົກໄດ້ 173 ກິໂລ ແລະ ຫຼຽນທອງ ນັກກິລາຈາກຫວຽດນາມ ສາມາດກໍຍົກໄດ້ 173 ກິໂລ ແຕກຕ່າງພຽງນໍ້າໜັກຮ່າງກາຍ.
ຂະນະທີ່ ນາງ ລັດສະໝີ ສີປະເສີດ ລົງແຂ່ງຮຸ່ນນໍ້າໜັກ 41 ກິໂລ ຍົກໄດ້ 75 ກິໂລກຼາມ ໄດ້ອັນດັບ 4 ເປັນສະຖິຕິດີສຸດຂອງ ນາງ ລັດສະໝີ ລາຍການນີ້ ມີນັກກິລາ 7 ຄົນ ຈາກ 6 ປະເທດເຂົ້າແຂ່ງຂັນ. ສ່ວນຫຼຽນຄຳເປັນຂອງນັກກິລາຈາກ ຈີນ ເຈົ້າພາບ ຍົກໄດ້ 123 ກິໂລ ເປັນສະຖິຕິໂລກໃໝ່, ຫຼຽນເງິນ ນັກກິລາຈາກຄາຊັກສະຖານ ຍົກໄດ້ 87 ກິໂລ ແລະ ຫຼຽນທອງ ນັກກິລາຈາກຊີເຣຍ (ຊີຣີ) ກໍຍົກໄດ້ 85 ກິໂລ. ແນວໃດກໍດີ, ທັບນັກກິລາຄົນພິການລາວ ຍັງເຫຼືອການແຂ່ງຂັນອີກ 4 ປະເພດ ຊຶ່ງຈະເລີ່ມລົງແຂ່ງຂັນໃນວັນທີ 24 ຕຸລາ 2023 ຈາກກິລາບານບ້ວງລໍ້ເລື່ອນ ແລະ ອີກ 3 ປະເພດກິລາກໍຈະທະຍອຍລົງແຂ່ງຂັນຕາມລຳດັບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
