ຢູ-14 ເຈົ້າພາບ ຄອງແຊ໋ມ ມັດສະດາ ຢູດລີກ 2023 ຂະນະທີ່ ແຊ໋ມ ຢູ-10 ແລະ ຢູ-12 ເປັນຂອງ ດັບເບິນຢູໄອຈີ ນາຄາ
25/10/2023

ທີມນັກກິລາເຕະບານເຈົ້າພາບ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຄອງແຊ໋ມຮຸ່ນອາຍຸບໍ່ເກີນ 14 ປີ ຫຼື ຢູ-14 ຂະນະທີ່ ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 10 ປີ ຕົກເປັນຂອງສະໂມສອນ ດັບເບິນຢູໄອຈີ ນາຄາ ທັງສອງລາຍການ ໃນການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ 3 ຮຸ່ນ ຄື: ຢູ-14, ຢູ-12 ແລະ ຢູ-10 ມັດສະດາ ຢູດລີກ ປະຈຳປີ 2023 ຫຼື ລາຍການ Mazda youth league 2023.
ການແຂ່ງຂັນເຕະບານ ມັດສະດາ ຢູດລີກ ປະຈຳປີ 2023 ນັດສຸດທ້າຍຂອງ ຢູ-12 ແລະ ຢູ-14 ປີ ໄດ້ຈັດຂຶ້ນ ເມື່ອວັນທີ 22 ຕຸລາ 2023 ຊຶ່ງມີການແຂ່ງຂັນ 5 ສະໜາມ ກໍຄື ສະໜາມ ລ້ານຊ້າງ (ເຂດໜອງໄຮ) ເມືອງຫາດຊາຍຟອງ, ສະໜາມຊ້າງ 3 ເຂດດົງໂດກ ເມືອງໄຊທານີ, ສະໜາມຈຳປາຮັກ ບ້ານວຽງຈະເລີນ ເມືອງໄຊເຊດຖາ, ສະໜາມ ເຄເອັມທີ ບ້ານດົງບອງ ເມືອງໄຊທານີ ແລະ ສະໜາມກິລາ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເມືອງໄຊທານີ ໂດຍສະເພາະຜົນແຂ່ງຂັນທີ່ສະໜາມ ຊ້າງ 3 ມີ 3 ຄູ່ ຜົນປະກົດວ່າ: ຢູ-14 ເຈົ້າພາບ ມັດສະດາ ຊະນະ ເອັບຊີ ຕາລັນຕາ 2-0 ສ່ວນ ເອສຣາ ເອັບຊີ ສະເໝີ ເອັບເຮັດແອວ ເອັບຊີ 2-2 ປະຕູ ແລະ ຢູ-12 ມັດສະດາ ຖະຫຼົ່ມ ເອັບຊີ ຕາລັນຕາ 6-0.
ສ່ວນສະໜາມກິລາ ເຄເອັມທີ ຢູ-14 ວຽງຈັນ ເອັບທີ ຊະນະ ເຄເອັມທີ 6-0 ແລະ ຢູ-12 ວຽງຈັນ ເອັບທີ ຊະນະ ມາດເຕີ ເຊເວັນ ເອັບຊີ 4-2 ປະຕູ, ສະໜາມກິລາ ມຊ ຢູ-14 ມຊ ຊະນະ ປາກຊັນ ເອັບຊີ 2-0 ປະຕູ, ສະໜາມກິລາ ຈຳປາຮັກ ຢູ-12 ປາກຊັນ ເອັບຊີ ຊະນະ ພີເອັມທີ ເອັບຊີ 3-1 ປະຕູ ແລະ ສະໜາມກິລາ ລ້ານຊ້າງ ດັບເບິນຢູໄອຈີ ນາຄາ ສະເໝີ ບີບີບີ ໂອໂຕ ເອັບຊີ 0-0.
ສະຫຼຸບການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ ຮຸ່ນ ຢູ-14, ຢູ-12 ແລະ ຢູ-10 ລາຍການ Mazda youth league ປະຈຳປີ 2023 ຊະນະເລີດ ຢູ-10 ດັບເບິນຢູໄອຈີ ນາຄາ ໄດ້ຮັບຂັນແຊ໋ມ ແລະ ເງິນສົດ 5 ລ້ານກີບ, ອັນດັບທີ 2 ມັດສະດາ ໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບທີ 3 ມາດເຕີ ເຊເວັນ ເອັບຊີ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ວຽງຈັນ ເອັບທີ ໄດ້ຮັບເງິນສົດ 1 ລ້ານກີບ. ສ່ວນ ຢູ-12 ຊະນະເລີດ ດັບເບິນຢູໄອຈີ ນາຄາ ໄດ້ຮັບຂັນແຊ໋ມ ແລະ ເງິນສົດ 5 ລ້ານກີບ, ອັນດັບທີ 2 ມັດສະດາ ໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບທີ 3 ວຽງຈັນ ເອັບທີ ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ມາດເຕີ ເຊເວັນ ເອັບຊີ ໄດ້ຮັບເງິນສົດ 1 ລ້ານກີບ; ຢູ-14 ຊະນະເລີດ ມັດສະດາ ໄດ້ຮັບຂັນແຊ໋ມ ແລະ ເງິນສົດ 5 ລ້ານກີບ, ອັນດັບທີ 2 ເອສຣາ ເອັບຊີ ໄດ້ຮັບເງິນສົດ 3 ລ້ານກີບ, ວຽງຈັນ ເອັບທີ ອັນດັບທີ 3 ໄດ້ຮັບເງິນສົດ 2 ລ້ານກີບ ແລະ ອັນດັບທີ 4 ເອັບເຮັດແອວ ເອັບຊີ ໄດ້ຮັບເງິນສົດ 1 ລ້ານກີບ. ນອກຈາກນັ້ນ, ທຸກທີມທີ່ເຂົ້າຮ່ວມແຂ່ງຂັນແມ່ນຍັງໄດ້ຮັບເງິນສະໜັບສະໜູນທີມ ສະໂມສອນລະ 500.000 ກີບ.
ຂະນະທີ່ ລາງວັນນັກກິລາດີເດັ່ນ ຂອງການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ ລາຍການ Mazda youth league ປະຈຳປີ 2023 ໂດຍສະເພາະ ຢູ-14 ເປັນຂອງທ້າວ ເວດສະຫວັນ ວິໄລພັນ ນັກກິລາດີເດັ່ນ ຈາກສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ, ຢູ-12 ທ້າວ ໄທເກີ ວິໄລກຸນ ນັກກິລາດີເດັ່ນ ຈາກສະໂມສອນ ດັບເບິນໄອຈີ ນາຄາ ແລະ ຢູ-10 ທ້າວ ອານຸສັກ ວິໄລກຸນ ນັກກິລາດີເດັ່ນ ຈາກສະໂມສອນ ດັບເບິນໄອຈີ ນາຄາ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
