Skip to main content

ປກສ ແຂວງຫຼວງນໍ້າທາ ໄດ້ຮັບການຊຸກຍູ້ວຽກງານກິລາ ມູນຄ່າ 40 ລ້ານກີບ

26/10/2023

ທ່ານ ຕົງຢວນ ປະທານ ສະພາການຄ້າ ຫູນານ ປະຈໍາແຂວງຫຼວງນໍ້າທາ ໄດ້ມອບເງິນ ຈໍານວນ 40.000.000 ກີບ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ແຂວງ ເພື່ອຊຸກຍູ້ວຽກງານກິລາເປັນຕົ້ນແມ່ນຊຸກຍູ້ກິລາ ຈໍານວນ 10.000.000 ກີບ ແລະ ຊຸກຍູ້ກິລາ ເຮືອຊ່ວງ 30.000.000 ກີບ ໃນວັນທີ 24 ຕຸລາ 2023 ທີ່ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ແລະ ກ່າວຮັບແມ່ນ ທ່ານ ພົນຈັດຕະວາ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະຮັບຜິດຊອບວຽກງານກິລາ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີ, ທ່ານ ພົນຈັດຕະວາ ອິນສົມ ທໍາລະສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຂອບໃຈ ທ່ານ ຕົງຢວນ ປະທານ ສະພາການຄ້າຫູນານ ປະຈໍາແຂວງຫຼວງນໍ້າທາ ທີ່ໄດ້ນໍາເອົາປັດໃຈ ມາຊຸກຍູ້ວຽກງານກິລາຂອງກອງບັນຊາການ ປກສ ແຂວງໃນຄັ້ງນີ້. ທ່ານຍັງໃຫ້ຄໍາໝັ້ນສັນຍາວ່າ ຈະໝູນໃຊ້ເງິນຈໍານວນດັ່ງກ່າວ ເຂົ້າສູ່ວຽກງານກິລາເຮືອຊ່ວງ ໃຫ້ໄດ້ຕາມລະດັບຄາດໝາຍ ຄືກັບກິລາເຕະບານທີ່ຍາດມາໄດ້ລາງວັນຊະນະເລີດ ໃນໄລຍະຜ່ານມາ.


ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 23 ຕຸລາ 2023 ທ່ານ ເຝິງເຝີຍ ເຈົ້າຂອງຮ້ານອາຫານ ຫູເປີຍ ໄດ້ນໍາເອົາເຄື່ອງກິລາ ຈໍານວນ 30 ຊຸດ ມູນຄ່າ 3.900.000 ກີບ ແລະ ທ່ານ ສຸກ ບ້ານໜອງບົວວຽງ ໄດ້ນໍາເງິນສົດ ຈໍານວນ 1.000.000 ກີບ ມາມອບໃຫ້ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ກ່າວຮັບໂດຍ ທ່ານ ພັນໂທ ສີງຄໍາ ອຸດົມພອນ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ພ້ອມດ້ວຍຄະນະ.

ຂ່າວ: ຮ້ອຍເອກ ກອນຄໍາ ແສນຫຼວງລາດ