Skip to main content

ສ່ວຍສາອາກອນ ນວ ມອບເຄື່ອງກິລາ 30 ຊຸດ ໃຫ້ສູນໂຄສະນາຂ່າວສານ ສສກ ໂອກາດຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ

27/10/2023

ສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ມອບເຄື່ອງກິລາພິມລາຍ ຍີ່ຫ້ໍ ໄອ-ສະປອດ ຈຳນວນ 30 ຊຸດ ໃຫ້ແກ່ທີມສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (IMC United) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ເພື່ອສ້າງຂະບວນການຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ພ້ອມທັງສ້າງໂອກາດໃຫ້ບັນດາສະມາຊິກຂອງທີມໄອເອັມຊີ ຢູໄນເຕັດ ໄດ້ມີຄວາມສະດວກໃນການເຄື່ອນໄຫວຫຼິ້ນກິລາຮ່ວມກັບບັນດາພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ເນື່ອງໃນໂອກາດວັນສຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ໃນຕໍ່ໜ້າ.


ພິທີມອບ-ຮັບເຄື່ອງໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອວັນທີ 26 ຕຸລາ 2023 ທີ່ສະໜາມກິລາຫຍ້າທຽມ ເຟີຣາຣີ ເປັນການກ່າວມອບໂດຍ ທ່ານ ວິໄນ ທິບດາລາ ຮອງຫົວໜ້າສວຍສາອາກອນ ນະຄອນຫຼວງວຽງຈັນ ແລະ ກ່າວຮັບແມ່ນ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຫຼອດສະຖິດ ສຸຂະຜົນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງ ສສກ, ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ກະຊວງ ສສກ ທ່ານ ພູເຂົາກ້າ ສັກລໍຄຳ ຜູ້ອຳນວຍການສູນໄອຊີທີ ກະຊວງ ສສກ, ທ່ານ ປອ ໃຈລາສີ ຍໍພັນໄຊ ຮອງຄະນະບໍດີ ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ເອັບຊີ ຕະຫຼອດຮອດນັກກິລາທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ພາຍຫຼັງພິທີມອບ-ຮັບເຄື່ອງສຳເລັດລົງ ໃນບັນຍາກາດດັ່ງກ່າວ ກໍໄດ້ມີການແຂ່ງຂັນເຕະບານ ນັດພິເສດ ມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີຂອງທັງສອງພາກສ່ວນໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ພ້ອມທັງແລກປ່ຽນໃນການຫຼິ້ນກິລາເຕະບານ ຊຶ່ງເປັນກິລາຍອດນິຍົມຂອງຄົນທັງໂລກ ໃຫ້ບັນດາສະມາຊິກມີສຸຂະພາບແຂງແຮງ. ຜ່ານການແຂ່ງຂັນຜົນປະກົດວ່າ ທີມໄອເອັມຊີ ຢູໄນເຕັດ ເປັນຝ່າຍເອົາຊະນະ ທີມສ່ວຍສາອາກອນ ນວ ໄປແບບຫວຸດຫວິດ 8-7 ປະຕູ.

ຂ່າວໂດຍ: ສົງການ ພັນແພງດີ