Skip to main content

ເຮືອທະນາຄານພັດທະນາລາວ ຄອງແຊ໋ມ ຊ່ວງເຮືອທ່າວັດຈັນ 2023

31/10/2023

ການຈັດແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2023 ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວມທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ໄດ້ກ່າວວ່າ: ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2023 ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມ ຈຳນວນ 9 ລຳ ໃນນີ້ເຮືອປະເພນີຍິງ 3 ລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ) ນອກຈາກນັ້ນ ຍັງໄດ້ຈັດກິດຈະກຳວາງສະແດງ, ໂຄສະນາຂາຍສິນຄ້າ ແລະ ເຄື່ອງຫຼິ້ນຕ່າງໆ ຊຶ່ງມີຮ້ານຂາຍເຄື່ອງທັງໝົດ 501 ຮ້ານ, ໃນນີ້ຮ້ານໂຄສະນາ ວາງສະແດງສິນຄ້າ 34 ຮ້ານ, ສິນຄ້າໂອດັອບ 20 ຮ້ານ, ຂາຍເສື້ອຜ້າທົ່ວໄປ 169 ຮ້ານ, ເຂົ້າຫຼາມປີ້ງໄກ່ 278 ຮ້ານ ແລະ ມີເວທີສະແດງ ເພື່ອໃຫ້ມວນຊົນ ທີ່ມາທ່ຽວຊົມໄດ້ເບິ່ງ, ໄດ້ຊົມໃນແຕ່ລະຄືນ ເພື່ອເຮັດໃຫ້ການສະເຫຼີມສະຫຼອງບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອປີນີ້ ມີຜົນສຳເລັດຕາມຄາດໝາຍຢ່າງຈົບງາມ ພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້ ແລະ ຮຽກຮ້ອງມາຍັງບັນດາຄະນະກຳມະການ ພ້ອມດ້ວຍນັກສີພາຍເຮືອຊ່ວງທຸກພາກສ່ວນ ຈົ່ງເຊີດຊູຄວາມສາມັກຄີ ໄມຕີຈິດ ມິດຕະພາບ ໃຫ້ສູງຂຶ້ນ, ຮູ້ໄດ້, ຮູ້ເສຍ, ຮູ້ອາໄພເຊິ່ງກັນ ແລະ ກັນ, ຖືເອົາການແຂ່ງຂັນ ເພື່ອຊະນະ ເປັນບັນຫາສຳຄັນ, ຮັກສາໃຫ້ໄດ້ຈັນຍາບັນຂອງນັກກິລາສີພາຍທີ່ດີເລີດ ໃຫ້ໝັ້ນຄົງຕະຫຼອດໄປ. ຮຽກຮ້ອງມາຍັງບັນດາທ່ານແຂກ ແລະ ມວນຊົນ, ປະຊາຊົນທຸກເຜົ່າ, ທຸກເພດໄວ ຜູ້ມາຮ່ວມງານ ແລະ ຜູ້ຊົມຢູ່ທາງບ້ານ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຍົກສູງຄວາມຮັບຜິດຊອບເປັນເຈົ້າພາບ ຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ ມີຜົນສຳເລັດອັນຈົບງາມ.


ທ່ານຍັງກ່າວອີກວ່າ: ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ເວົ້າລວມ, ເວົ້າສະເພາະແມ່ນບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ແມ່ນຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ຊຶ່ງມີປະຫວັດຄວາມເປັນມາອັນຍາວນານ. ຕາມການເລົ່າຂານ ສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານກໍເວົ້າວ່າ: ມີມາແຕ່ເຈົ້າສຸລິຍະວົງສາ, ບາງທ່ານກໍເວົ້າວ່າມີມາແຕ່ເລື່ອງກໍາຜີນ້ອຍ ແຕ່ກໍຍັງບໍ່ທັນຊັດເຈນວ່າ ມີມາແຕ່ສະໄໝໃດ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຢືນຢັນວ່າ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ແມ່ນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ສືບທອດກັນມາ ໄດ້ຫຼາຍເຊັ່ນຄົນເເລ້ວ ຊຶ່ງມີມາໄດ້ 2 ພັນກວ່າປີແລ້ວ, ມີບຸນອອກພັນສາກໍຕ້ອງມີບຸນຊ່ວງເຮືອຄຽງຢູ່ກັນໄປ. ການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາ ແມ່ນເປັນກິລາທາງໜ້ານ້ຳ ປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະພັດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດ ໃນລະດູຝົນຕະຫຼອດຫຼາຍເດືອນທີ່ຜ່ານມາ, ນອກຈາກນັ້ນຍັງເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ ເຊິ່ງກັນ ແລະ ກັນ.

ຜ່ານການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ປະເພນີຊາຍ ເຮືອທະນາຄານພັດທະນາລາວ, ອັນດັບທີ 2 ເຮືອໂຮງງານອຸດສາຫະກຳເຫຼັກຊຽງຄວນ, ອັນດັບທີ 3 ເຮືອພອນພະແກ້ວ ແລະ ອັນດັບມີ 4 ເຮືອບ້ານຫາດສວນ. ສ່ວນອັນດັບທີ 1 ປະເພນີຍິງ ເຮືອແພເຟືອງຟ້າ ບໍລິສັດ ລັດຕະນະລັງສີ, ອັນດັບທີ 2 ເຮືອບໍລິສັດດວງຕາຫີນຊາຍ ແລະ ອັນດັບທີ 3 ບໍລິສັດ 3B ບ້ານທ່າພະ.

ຂ່າວ-ພາບ: ໜັງສືພິມປະຊາຊົນ