Skip to main content

ເຮືອໄກທອງ ຄອງແຊ໋ມປະເພດ 50-55 ສີພາຍຊາຍ ງານແຂ່ງຂັນຊ່ວງເຮືອ ປະຈຳປີ 2023 ຢູ່ເມືອງປາກຊັນ

31/10/2023

ງານບຸນຊ່ວງເຮືອປະເພນີອອກພັນສາປະວໍລະນາປະຈໍາປີ ພສ 2566 (ຄສ 2023) ທີ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ຕຸລາ 2023 ທີ່ບໍລິເວນແຄມນໍ້າຂອງ ປາກນໍ້າສອງສີ ບ້ານປາກຊັນ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມຊົມ ແລະ ມອບລາງວັນຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີການນຳຂັ້ນແຂວງ, ເມືອງ, ພະແນກການ, ຄະນະນຳເຮືອ, ສີພາຍ ຕະຫຼອດມວນຊົນຊາວເມືອງປາກຊັນຮ່ວມຊົມຮ່ວມເຊຍຢ່າງຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ການແຂ່ງຂັນຊ່ວງເຮືອໃນຄັ້ງນີ້ ມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ທີ່ມາຈາກຫຼາຍພາກສ່ວນເປັນຕົ້ນແມ່ນມາຈາກບ້ານ, ເມືອງ ພາຍໃນແຂວງ ແລະ ຈາກຕ່າງປະເທດ, ໃນນັ້ນມາຈາກບ້ານ ແລະ ຕົວແທນບໍລິສັດເມືອງປາກຊັນ ຈຳນວນ 23 ລໍາ, ຕ່າງເມືອງ 6 ລໍາ ແລະ ມາຈາກຕ່າງປະເທດ ຣາຊະອານາຈັກໄທ ຈໍານວນ 4 ລໍາ, ການແຂ່ງຂັນໄດ້ແບ່ງອອກເປັນ 3 ປະເພດຄື: ປະເພດເຮືອ 50-55 ສີພາຍຊາຍ ມີ 7 ລຳ, ເຮືອ 22-25 ສີພາຍຊາຍ ທົ່ວໄປ ມີ 13 ລຳ, ປະເພດເຮືອ (ສາຍໃນ) ມີ 5 ລຳ ແລະ ເຮືອ 22-25 ສີພາຍຍິງມີ 8 ລໍາ.


ການຈັດງານບຸນຊ່ວງເຮືອປະເພນີອອກພັນສາ ປະວໍລະນາ ປະຈໍາປີ ພສ 2566 ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ແມ່ນເປັນການອະນຸລັກຮັກສາ ຂະນົບທໍານຽມ ເສີມຂະຫຍາຍຮີດຄອງປະເພນີ ອັນດີງາມຂອງຊາດລາວຊາວພຸດທີ່ໄດ້ປະຕິບັດກັນມາທຸກໆປີແຕ່ບູຮານນະການຈົນເຖິງປັດຈຸບັນ ທັງເປັນການສົ່ງເສີມການທ່ອງທ່ຽວດ້ານວັດທະນະທຳ. ນອກນັ້ນຍັງເປັນການຮັດແໜ້ນສາຍພົວພັນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງການນຳຂັ້ນສູງ ແຂວງບໍລິຄຳໄຊ-ແຂວງບຶງການ, ການນຳຂັ້ນສູງແຂວງບໍລິຄຳໄຊ-ສສ ຫວຽດນາມ, ພ້ອມນີ້ຍັງໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມ ສະດວກໃຫ້ປະຊາຊົນ ແມ່ຄ້າຊາວຂາຍໄດ້ມາພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນບັນດານັກສີພາຍລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ຕ່າງປະເທດ ທີ່ນຳເຮືອເຂົ້າມາແຂ່ງຂັນ, ພາຍໃນງານຍັງມີການວາງສະແດງຂາຍສິນຄ້າຜົນຜະລິດຕະພັນກະສິກຳ, ຫັດຖະກຳ, ອຸດສາຫະກໍາຂະໜາດນ້ອຍ, ທີ່ມາຈາກກຸ່ມບ້ານຕ່າງໆ ພາຍໃນເມືອງ, ແຂວງ, ຕ່າງແຂວງ ແລະ ຈາກຕ່າງປະເທດຈຳນວນໜຶ່ງ ລວມທັງຮ້ານອາຫານ, ຮ້ານວາງສະແດງ ແລະ ຈຳໜ່າຍສິນຄ້າປະເພດຕ່າງໆ ເພື່ອຮອງຮັບໃຫ້ແກ່ແຂກບ້ານ, ແຂກເມືອງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມໃນງານບຸນໄດ້ຊົມໄດ້ຊື້, ບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຕາມສາຍທາລາ, ແຄມນໍ້າຂອງ ແລະ ລຽບຕາມແຄມຕາຝັ່ງເຈື່ອນ ແມ່ນເຕັມໄປດ້ວຍຜູ້ຊົມ, ຜູ້ເຊຍ ທີ່ມາໃຫ້ກຳລັງໃຈສີພາຍຂອງຕົນເອງ.

ຜົນການແຂ່ງຂັນເຮືອປະເພດຊາຍ 50-55 ສີພາຍ ຊະນະເລີດ ເຮືອໄກທອງ, ຮອງຊະນະເລີດ ເທບສອນໄຊ ບ້ານອານຸສອນໄຊ, ອັນດັບທີ 3 ເຮືອເຈົ້າພໍ່ຈົງໃຈຫານ ຈາກແຂວງບຶງການ ແລະ ອັນດັບທີ 4 ເຮືອເຈົ້າວໍລະວົງ ບ້ານສວນສະຫວັນ; ເຮືອປະເພດຊາຍທົ່ວໄປ 22-25 ສີພາຍ ຊະນະເລີດ ເຮືອອູ່ໂຊກໄຊ, ຮອງຊະນະເລີດ 2 ເຮືອສະຫຼາມໄຊ (ປກສ ແຂວງ), ອັນດັບທີ 3 ຕາດໄຮໃຈເພັດ ບ້ານກ້ວຍອຸດົມ ແລະ ອັນດັບທີ 4 ເທບສອນໄຊ ບ້ານອານຸສອນໄຊ; ເຮືອປະເພດເຮືອກຸນ 22-25 ສີພາຍ ສາຍໃນ ຊະນະເລີດ ເຮືອເທບພະບຸດສິງດໍາ ບ້ານນໍ້າງຽບ, ຮອງຊະນະເລີດ ກຸຫຼາບແດງ ບ້ານກ້ວຍອຸດົມ, ອັນດັບທີ 3 ເຮືອຕາດໄຮໃຈເພັດ ບ້ານກ້ວຍອຸດົມ ແລະ ອັນດັບທີ 4 ເຮືອເທບມັງກອນໄຟ ບ້ານສວນສະຫວັນ; ເຮືອປະເພດຍິງ 22-25 ສີພາຍ ຊະນະເລີດ ເຮືອສິນໄຊນາວາ ບ້ານພຽງດີ, ຮອງຊະນະເລີດ ເທບສອນໄຊ ບ້ານອານຸສອນໄຊ, ອັນດັບທີ 3 ເຮືອເທບໂພຄໍາ ບ້ານຫາດໂພ ແລະ ອັນດັບທີ 4 ເຮືອສິງດຳ ບ້ານນໍ້າງຽບ.

ຂ່າວ-ພາບ: ໜັງສືພິມບໍລິຄຳໄຊ