“ບຽວເກດ”-“ທິລະກອນ” 2 ນັກເຕະເຍົາວະຊົນລາວ ພາທີມເຊົາເທິນ ບອຍ ຄວ້າແຊ໋ມເຕະບານສະຫຍາມກິລາ ຄັບ 2023
01/11/2023

ທ້າວ ອານຸສັກ ວິໄລກຸນ ຫຼື ບຽວເກດ ແລະ ທ້າວ ທິລະກອນ ພຸດທະວົງ 2 ນັກກິລາເຕະບານເຍົາວະຊົນລາວ ຈາກສະໂມສອນ ດັບເບິນຢູໄອຈີ ນາຄາ (WIG NAGA) ເດີນທາງຂ້າມແມ່ນໍ້າຂອງໄປຊ່ວຍສະໂມສອນ ເອັດບີ ເຊົາເທິນ ບອຍ (SB southern Boys) ຮຸ່ນອາຍຸບໍ່ເກີນ 8 ປີ ຂອງປະເທດໄທ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການເອົາຊະນະ ທີມຟຸດບອຍ (Futboy) ໃນນັດຊີງຊະນະເລີດ ຄວ້າແຊ໋ມລາຍການ ສະຫຍາມກິລາ ຄັບ 2023 ຫຼື “SIAMKEELA CUP 2023” ທີ່ປະເທດໄທ.
ລາຍການດັ່ງກ່າວ ຈັດຂຶ້ນ ເມື່ອບໍ່ດົນຜ່ານມາ ມີທີມເຂົ້າຮ່ວມຊີງໄຊເຖິງ 32 ສະໂມສອນ ແບ່ງອອກເປັນ 8 ກຸ່ມ ກຸ່ມລະ 4 ທີມ ໂດຍທີມ ເອັດບີ ເຊົາເທິນ ບອຍ ຖືກຈັດຢູ່ກຸ່ມ A ຜົນງານໃນຮອບແບ່ງກຸ່ມ 2 ນັກເຕະເຍົາວະຊົນລາວ ລົງເປັນຕົວຈິງສ້າງຜົນງານຢ່າງໂດດເດັ່ນ ໂດຍສະເພາະ ບຽວເກດ ສາມາດຍິງແຮັດທຣິກ ຫຼື ເໝົາຍິງຄົນດຽວ 3 ປະຕູ ໄດ້ເຖິງ 2 ນັດຕິດຕໍ່ກັນ ຊຶ່ງນັດທໍາອິດພາທີມເອົາຊະນະ ທີມຊູ ສະປອດ (Zou Sport) 7-1 ປະຕູ ແລະ ນັດທີ 2 ຊະນະ ເມືອງທອງ ເຖິງ 10-0 ປະຕູ ແລະ ນັດທີ 3 ຊະນະ ທີມບີຈີ (BG) ໄປຂາດລອຍເຊັ່ນກັນ 9-0 ປະຕູ ຜ່ານເຂົ້າຮອບຕໍ່ໄປ ໃນຖານະທີມແຊ໋ມກຸ່ມ A.
ສຳລັບຮອບ 8 ແລະ ຮອບ 4 ທີມ ບຽວເກດ ແລະ ທິລະກອນ ກໍຍັງໂດດເດັ່ນພາທີມຜ່ານໄດ້ແບບສະບາຍໆ ກ່ອນເຂົ້າຮອບຊີງຊະນະເລີດ ພົບກັບ ຟຸດບອຍ ຊຶ່ງກໍເປັນທີມ ເອັດບີ ເຊົາເທິນ ບອຍ SB ທີ່ໂຊຜົນງານໂດດເດັ່ນ ໄລ່ເອົາຊະນະ ຟຸດບອຍ ໄປແບບຂາດຮອຍ 8-1 ປະຕູ ຄວ້າແຊ໋ມລາຍການນີ້ໄປຄອງ ພ້ອມຂັນແຊ໋ມ, ຫຼຽນລາງວັນ ແລະ ເງິນລາງວັນ 30.000 ບາດ (ສະກຸນເງິນໄທ) ສ່ວນ ຟຸດບອຍ ໄດ້ພຽງອັນດັບ 2 ພ້ອມເງິນລາງວັນ 10.000 ບາດ ແລະ ອັນດັບທີ 3 ມໍນິງ ທິດເຊີ ໄດ້ຮັບເງິນລາງວັນ 5.000 ບາດ.
ທ້າວ ອານຸສັກ ວິໄລກຸນ ນັກເຕະເຍົາວະຊົນລາວ ປັດຈຸບັນມີອາຍຸພຽງແຕ່ 8 ປີ ຜ່ານມາເຄີຍແຈ້ງເກີດສ້າງຜົນງານລະດັບນານາຊາດມາແລ້ວ ດ້ວຍການພາສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຄວ້າແຊ໋ມລາຍການລາລີກາ ປີ 2022 ຈັດຂຶ້ນ ທີ່ປະເທດມາເລເຊຍ ຮຸ່ນອາຍຸບໍ່ເກີນ 8 ປີ ແລະ ຄວ້າແຊ໋ມການແຂ່ງຂັນເຕະບານ 7 ຄົນ ລາຍການ ແຊ໋ມຊົນແຊ໋ມ 2022 ທີ່ແຂວງຊຽງຣາຍ ປະເທດໄທ ພ້ອມທັງຄວ້າລາງວັນນັກເຕະດີເດັ່ນ (MVP) ແລະ ລາງວັນດາວຍິງສູງສຸດ ກ່ອນຈະພາຕົ້ນສັງກັດໃໝ່ ສະໂມສອນ ດັບເບິນຢູໄອຈີ ນາຄາ ທີ່ພໍ່ຂອງລາວ ສ້າງຕັ້ງຂຶ້ນໃໝ່ ສ້າງຜົນງານຄວ້າແຊ໋ມໃນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ລາຍການ ມັດສະດາ ຊາເລັນ ຄັບ ແລະ ມັດສະດາ ຢູດລີກ 2023 ຮຸ່ນອາຍຸ 10 ປີ ໄດ້ເຖິງ 2 ແຊ໋ມ ຖືວ່າປີນີ້ ບຽວເກດ ໄດ້ຄຽງຄູ່ກັບ ເອກະລາດ ວິໄລກຸນ ຜູ້ເປັນອ້າຍ ຮ່ວມກັນສ້າງຜົນງານພາ ດັບເບິນຢູໄອຈີ ນາຄາ ຄວ້າແຊ໋ມ ແລະ ຫຼຽນລາງວັນຕ່າງໆ ເກືອບ 30 ລາຍການ ສ່ວນ ທ້າວ ທິລະກອນ ກໍຍັງເປັນສ່ວນໜຶ່ງໄດ້ສ້າງຊື່ສຽງໃຫ້ແກ່ສະໂມສອນ ດັບເບິນຢູໄອຈີ ນາຄາ ທີ່ກວາດແຊ໋ມມາຫຼາຍລາຍການເຊັ່ນກັນ ໂດຍສະເພາະພາ ດັບເບິນຢູໄອຈີ ນາຄາ ຄວ້າຮອງແຊ໋ມລາຍການທີ່ ສປ ຈີນ ແລະ ຫຼ້າສຸດ ກໍຍັງພາ ເອັດບີ ເຊົາເທິນ ບອຍ ຄວ້າແຊ໋ມລາຍການ ສະຫຍາມກິລາ ຄັບ 2023 ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
