ທັບນັກກິລາຄົນພິການລາວ ຊຸດເຂົ້າຮ່ວມ ເອຊຽນ ພາຣາເກມ ຄັ້ງທີ 4 ເດີນທາງກັບເຖິງສປປ ລາວ ດ້ວຍຄວາມສະຫວັດດີພາບ
01/11/2023

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 41 ຄົນ, ຍິງ 28 ຄົນ ຈາກ 5 ປະເພດກິລາ ປະກອບມີ: ກິລາແລ່ນ-ລານ, ກິລາລອຍນ້ຳ, ກິລາຍົກນ້ຳໜັກ, ກິລາລົດຖີບ ແລະ ກິລາບານບ້ວງລໍ້ເລື່ອນຍິງ ຊຸດເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊີ ຫຼື ເອຊຽນ ພາຣາເກມ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ສປປ ລາວ ດ້ວຍຄວາມສະຫວັດດີພາບ ໃນຕອນເຊົ້າວັນທີ 31 ຕຸລາ 2023 ທີ່ສະໜາມບິນສາກົນ ວັດໄຕ ນຳໂດຍທ່ານ ຄຳພັດ ເພັດລາສີ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາທິການຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ).
ໂອກາດນີ້, ທ່ານ ຄຳພັດ ເພັດລາສີ ໃຫ້ສຳພາດວ່າ: ການເຂົ້າຮ່ວມແຂ່ງຂັນງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ທີ່ ນະຄອນຫາງໂຈ ສປ ຈີນ ຄັ້ງນີ້ ລັດຖະບານ ໄດ້ອະນຸມັດງົບປະມານຮັບໃຊ້ທັງໝົດ 3,3 ຕື້ກີບ ແລະ ໄດ້ຮັບອຸປະຖຳຈາກພາກສ່ວນຕ່າງໆພາຍໃນປະເທດເປັນເຄື່ອງບໍລິໂພກ ແລະ ເງິນສົດ ຈຳນວນ 40.000.000 ກີບ ແລະ ໄດ້ຮັບການຊ່ວຍເຫຼືອຈາກປ້າ ບັນເຮືອງ ອຸດອນ ນັກທຸລະກິດລາວ ຢູ່ ສປ ຈີນ ມູນຄ່າ 46.000 ຢວນ (ສະກຸນເງິນຈີນ) ແລະ ປະເທດເຈົ້າພາບໄດ້ຊ່ວຍປີ້ຍົນໄປ-ກັບແກ່ນັກກິລາ ຈຳນວນ 20 ປີ້ ໃນການເຂົ້າຮ່ວມງານດັ່ງກ່າວ ໄດ້ຮັບການນຳພາຊີ້ນຳຢ່າງໃກ້ຊິດ ແລະ ຕໍ່ເນື່ອງຈາກຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ບັນດາສະຫະພັນກິລາ ໄດ້ໃຫ້ການຮ່ວມມືໃນການຝຶກຊ້ອມຝຶກແອບນັກກິລາກ່ອນເຂົ້າຮ່ວມແຂ່ງຂັນ. ເຖິງຢ່າງໃດກໍດີ, ໃນການເຂົ້າຮ່ວມງານດັ່ງກ່າວ ພວກເຮົາມີນັກກິລາຈຳນວນໜ້ອຍ, ອຸປະກອນຝຶກຊ້ອມ ແລະ ແຂ່ງຂັນບໍ່ທັນສະໄໝ ແລະ ເກົ່າແກ່ຫຼາຍ, ສະຖານທີ່ຝຶກແອບຝຶກຊ້ອມມີຈຳກັດ ນັກກິລາບໍ່ສາມາດຝຶກຊ້ອມໄດ້ເຕັມສ່ວນ, ບໍ່ມີຄູຝຶກທີ່ຈົບວິຊາສະເພາະດ້ານກິລາແຕ່ລະປະເພດ, ໄລຍະການຝຶກຊ້ອມບໍ່ຕໍ່ເນື່ອງ ຮອດຍາມຈະໄປຮ່ວມແຂ່ງຂັນຈຶ່ງໄດ້ເຂົ້າມາຝຶກຊ້ອມ ແລະ ການເຂົ້າສູນຝຶກຊ້ອມກ່ອນເຂົ້າຮ່ວມແຂ່ງແຂ່ງຂັນແຕ່ລະຄັ້ງບໍ່ເກີນ 40 ວັນ ຖ້າອີງໃສ່ຫຼັກການທາງດ້ານວິທະຍາສາດການກິລາຖືວ່າຍັງບໍ່ທັນຖືກຕາມເກນມາດຕະຖານ.
ທ່ານ ຄຳພັດ ເພັດລາສີ ກ່າວຕື່ມອີກວ່າ: ບາງບົດຮຽນທີ່ຖອດຖອນໄດ້ ໃນເຂົ້າຮ່ວມງານດັ່ງກ່າວ ຄວນມີການເພີ່ມຈຳນວນນັກກິລາຄົນພິການທີ່ຫຼາກຫຼາຍປະເພດ, ອຸປະກອນການຝຶກຊ້ອມທີ່ດີ, ມີສະຖານທີ່ຝຶກແອບຝຶກຊ້ອມທີ່ໄດ້ມາດຕະຖານ ຈຶ່ງຈະເຮັດໃຫ້ນັກກິລາຄົນພິການລາວມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ, ມີຄູຝຶກ, ຜູ້ຊ່ວຍຄູຝຶກທີ່ມີຄວາມສາມາດ, ມີວິຊາສະເພາະດ້ານກິລາແຕ່ລະປະເພດ ແລະ ໄລຍະການຝຶກຊ້ອມໃຫ້ເປັນປົກກະຕິ ຕໍ່ເນື່ອງຈຶ່ງຈະເຮັດໃຫ້ນັກກິລາມີທັກສະ ແລະ ມີຄວາມສາມາດທີ່ເຂັ້ມແຂງ ສ່ວນແຜນຈຸດສຸມໃນຕໍ່ໜ້າ ຈະສືບຕໍ່ຈັດກອງປະຊຸມສຳມະນາດ້ານວິຊາການໃນຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ແກ່ນັກກິລາຄົນພິການລາວ”, ສືບຕໍ່ເຂົ້າຮ່ວມແຂ່ງຂັນສະສົມຄະແນນໃນລະດັບອາຊຽນ, ອາຊີ ແລະ ລະດັບໂລກໃນລາຍການຕ່າງໆ ເພື່ອສະສົມຄະແນນເອົາໂກຕ້າເຂົ້າຮ່ວມການແຂ່ງຂັນ ພາຣາແລມປິກ ເກມ ຄັ້ງທີ 17 ທີ່ນະຄອນຫຼວງ ປາຣີດ ປະເທດຝຣັ່ງ ປີ 2024, ກະກຽມຈັດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ຈະໄດ້ຮັບກຽດເປັນເຈົ້າພາບ ໃນປີ 2026 ແລະ ກະກຽມເຂົ້າຮ່ວມງານແຂ່ງຂັນອາຊຽນພາຣາເກມ ຄັ້ງທີ 13 ທີ່ ຣາຊະອານາຈັກໄທ ປີ 2026.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
