ຮຮ ແສງສະຫວັນ ຜ່ານເຂົ້າຊີງຊະນະເລີດ ເຕະບານ ໂຄປາ ໂຄຄາ-ໂຄລາ ລາວ 2023 ເຂດເມືອງສີໂຄດຕະບອງ
01/11/2023

ໂຮງຮຽນ ແສງສະຫວັນ ສ້າງປະຫວັດສາດໜ້າໃໝ່ ໃຫ້ແກ່ໂຮງຮຽນ ຊຶ່ງເປັນຜົນງານທີ່ໂດດເດັ່ນ ໃນການແຂ່ງຂັນເຕະບານລະດັບນັກຮຽນມັດທະຍົມສຶກສາ ລາຍການ ໂຄປາ ໂຄຄາ-ໂຄລາ ລາວ ປະຈຳປີ 2023 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງເປັນປີທຳອິດ ກໍສາມາດທະລຸເຂົ້າຮອບຊີງຊະນະເລີດ ໄປພົບກັບ ທີມໂຮງຮຽນມັດທະຍົມສຶກສາ ຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ຫຼື ມ.ປາຍ ວຽງຈັນ-ໂຮ່ຈິມິນ ໃນວັນທີ 2 ພະຈິກ 2023 ໃນເວລາ 09:00 ໂມງ ເປັນຕົ້ນໄປ ທີ່ສະໜາມກິລາຫຍ້າທຽມ ລ້ານຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຳລັບຜົນງານຂອງໂຮງຮຽນ ແສງສະຫວັນ ໃນການແຂ່ງຂັນເຕະບານ ລາຍການ ໂຄປາ ໂຄຄາ-ໂຄລາ ລາວ ຄັ້ງທີ VI ປະຈຳປີ 2023 ຫຼື “Copa Coca-Cola Lao 2023” ປີນີ້ ກໍເປັນປີທຳອິດ ພ້ອມທັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຜ່ານເຂົ້າຮອບຊີງຊະນະເລີດ ຊຶ່ງເປັນຜົນງານຄັ້ງປະຫວັດສາດຂອງໂຮງຮຽນ ໃນເຂດເມືອງສີໂຄດຕະບອງ ໃນຮອບຄັດເລືອກ ນັດທຳອິດ ກໍໄລ່ຖະຫຼົ່ມ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ລາວ-ເກົາຫຼີ ໄປແບບຂາດຮອຍ 11-1 ປະຕູ ແລະ ນັດທີ 2 ສະເໝີ ມສ ຈັນສະຫວ່າງ ໃນເກມ 2-2 ຕ້ອງມາດວນຈຸດໂທດ ແລະ ເປັນຝ່າຍທາງທີມໂຮງຮຽນ ແສງສະຫວັນ ຍິງແມ້ນກວ່າ ເອົາຊະນະຈຸດໂທດ ມສ ຈັນສະຫວ່າງ 4-2 ປະຕູ ຜ່ານເຂົ້າຮອບຊີງຊະນະເລີດ ໄປພົບກັບ ໂຮງຮຽນມັດທະຍົມສຶກສາ ຕອນປາຍ ມິດຕະພາບ ວຽງຈັນ-ໂຮ່ຈິມິນ ໃນຕອນເຊົ້າວັນທີ 2 ພະຈິກ 2023 ເວລາ 09:00 ໂມງ ເປັນຕົ້ນໄປ ທີ່ສະໜາມກິລາຫຍ້າທຽມ ລ້ານຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ຕໍ່ການກຽມຄວາມພ້ອມລົງສະໜາມໃນນັດສຳຄັນດັ່ງກ່າວ, ທ່ານ ວຽງສະຫວັນ ສີຫານາດ ຜູ້ຈັດການທີມ ໂຮງຮຽນ ແສງສະຫວັນ ທັງເປັນຜູ້ອຳນວຍການ ໂຮງຮຽນ ແສງສະຫວັນ ll ໃຫ້ສຳພາດຕໍ່ທີມງານນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ຮູ້ວ່າ: ທີມຊຸດນີ້ ເປັນທີມທີ່ພວກເຮົາຄັດເລືອກນັກຮຽນພາຍໃນໂຮງຮຽນຂອງພວກເຮົາເອງ ຈຸດເດັ່ນຂອງທີມນັກກິລາທຸກຄົນມີຄວາມສາມັກຄີເປັນປຶກແຜ່ນ ເອົາໃຈໃສ່ ແລະ ມີຄວາມກະຫາຍໃນໄຊຊະນະສູງ ແຕ່ກໍໜ້າເສຍດາຍທີ່ພວກເຮົາໄດ້ມີເວລາເກັບຕົວຝຶກຊ້ອມໜ້ອຍພຽງແຕ່ 1 ເດືອນ ແຕ່ທຸກຄົນກໍຍັງພະຍາຍາມຢ່າງສຸດຄວາມສາມາດ ຜ່ານເຂົ້າເຖິງຮອບຊີງຊະນະເລີດ ສ່ວນການກຽມຄວາມພ້ອມຂອງນັກກິລາໃນນັດຊີງຊະນະເລີດຄັ້ງນີ້ ພວກເຮົາຍັງມີນັກກິລາບາດເຈັບເຖິງ 3 ຄົນ ສະນັ້ນ ການພົບກັບ ມ.ປາຍ ວຽງຈັນ-ໂຮ່ຈິມິນ ຖືວ່າເປັນສິ່ງທີ່ທ້າທ່າຍຕໍ່ທີມພໍສົມຄວນ. ແຕ່ເຖິງຢ່າງໃດກໍດີ, ໃນເມື່ອມາຮອດຈຸດນີ້ ພວກເຮົາກໍຈະພະຍາຍາມຢ່າງສຸດຄວາມສາມາດສູ້ເຕັມທີ່ ເພື່ອຜົນງານໃຫ້ອອກມາດີທີ່ສຸດ ຂໍຝາກເຖິງພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນ ຕະຫຼອດຮອດຄູອາຈານທຸກໆຄົນທີ່ນອນໃນກຸ່ມການສຶກສາຂອງ ແສງສະຫວັນ ພວກເຮົາມາຮ່ວມແຮງຮ່ວມໃຈກັນເຊຍ ນ້ອງນັກຮຽນຂອງພວກເຮົາ ສ້າງຜົນງານໃນລາຍການດັ່ງກ່າວ ໃຫ້ລື່ນຄາດໝາຍກວ່າເກົ່າ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
