Skip to main content

ສປປ ລາວ ຈະສົ່ງນັກກິລາ 6 ປະເພດ ເຂົ້າຮ່ວມຊີງໄຊ ມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 13 ທີ່ ສສ ຫວຽດນາມ

01/11/2023

ສປປ ລາວ ຈະສົ່ງຄະນະນຳ ແລະ ນັກກິລາ ກວ່າ 100​ ຄົນ ໃນ 6 ປະເພດ ເຊັ່ນ: ແລ່ນ-ລານ, ລອຍນໍ້າ, ປັນຈັກສີລັດ, ຫວໍວິນນາມ, ບານບ້ວງ ແລະ ດອກປີກໄກ່, ເພື່ອເຂົ້າຮ່ວມການແຂ່ງຂັນມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 13 ​ຊຶ່ງຈະຈັດຂຶ້ນທີ່ ນະຄອນດານັງ, ສສ ຫວຽດນາມ ໃນລະຫວ່າງ ວັນທີ 22 ພະຈິກ ເຖິງ ວັນທີ 03 ທັນວາ 2023 ນີ້.

ອີງຕາມຂໍ້ມູນຈາກກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ໄດ້ມີຄວາມພ້ອມແລ້ວ 90% ແລ້ວ, ນັກກິລາທຸກປະເພດ ໄດ້ເລີ່ມເຂົ້າສູນຝຶກຊ້ອມ ແຕ່ວັນທີ 23 ຕຸລາ ເປັນຕົ້ນມາ ໃນນີ້ ກິລາ ແລ່ນ-ລານ ແລະ ປັນຈັກສີລັດ ໄດ້ຝຶກຊ້ອມຢູ່ສະຖາບັນກິລາກາຍະກຳສີເກີດ; ກິລາລອຍນໍ້າ ຝຶກຊ້ອມຢູ່ໂຮງຮຽນນານາຊາດ  ສະລອຍນໍ້າສະມາຄົມຟູຈຽນ; ກິລາດອກປີກໄດ່ ຢູ່ເດີ່ນດອກເສດຖາ ບຶງຂະຫຍອງ; ກິລາບານບ້ວງ ຢູ່ໂຮງຮຽນນານາຊາດ ວີໄອເອັສ (VIS) ແລະ ກິລາໂວວິນນາມ ຢູ່ສະໜາມໃນຮົ່ມບູຢອງ ເຊິ່ງທາງຄະນະຮັບຜິດຊອບ ໂດຍສະເພາະກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ໄດ້ມີການລົງຕິດຕາມເອົາໃຈໃສ່ຢ່າງໃກ້ຊິດ ກັບຄູຝຶກ ແລະ ນັກກິລາ ເພື່ອໃຫ້ກຳລັງໃຈ ແລະ ຊຸກຍູ້ ເພື່ອໃຫ້ນັກກິລາສູ້ຊົນຍາດໄດ້ 1 ຫຼຽນຄຳ ເປັນຢ່າງໜ້ອຍ.

ສຳລັບ ສປປ ລາວ ເຮົາ ໄດ້ເລີ່ມສົ່ງນັກກິລາເຂົ້າຮ່ວມຄັ້ງທຳອິດ ລາຍການນີ້ ໃນຄັ້ງທີ 7  ປີ 2015 ທີ່ປະເທດບຣູໄນ ດາລູຊາລໍາ ໂດຍສົ່ງເຂົ້າສາມປະເພດກິລາ ຄື: ແລ່ນ-ລານ, ລອຍນຳ ແລະ ປັນຈັກສີລັດ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ; ປີ 2016 ປະເທດໄທ ເປັນເຈົ້າພາບ ຄັ້ງທີ 8,  ສປປ ລາວ ສົ່ງ 9 ປະເພດກິລາເຂົ້າຮ່ວມ ແລະ ຍາດມາໄດ້ 1 ຫຼຽນເງິນ ກັບ 7 ຫຼຽນທອງ; ປີ 2017 ຄັ້ງທີ 9 ສິງກາໂປ ເປັນເຈົ້າພາບ,  ສປປ ລາວ ສົ່ງເຂົ້າຮ່ວມ 4 ປະເພດກິລາ ຍາດໄດ້ 3 ຫຼຽນທອງ; ປີ 2018 ຄັ້ງທີ 10​ຈັດຂຶ້ນທີ່ ປະເທດມາເລເຊຍ ລາວສົ່ງເຂົ້າຮ່ວມ 4 ປະເພດກິລາ ຍາດມາໄດ້ 3 ຫຼຽນທອງ; ປີ 2019 ຄັ້ງທີ​ 11 ຈັດຢູ່ ອິນໂດເນເຊຍ ລາວເຮົາສົ່ງເຂົ້າຮ່ວມ 4 ປະເພດກິລາ ຍາດມາໄດ້ 1 ຫຼຽນເງິນ ແລະ 7 ຫຼຽນທອງ. ສ່ວນຄັ້ງທີ 12​ ຄັ້ງຫຼ້າສຸດ ເບື້ອງຕົ້ນຄາດວ່າຈະຈັດຂຶ້ນ ໃນ​ປີ 2020 ຢູ່ປະເທດຟີລິບປິນ.   ແຕ່ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຟີລິບປິນ ບໍ່ສາມາດຈັດໄດ້.​ ຮອດປີ 2022 ກອງປະຊຸມຢູ່ບາຫຼີ ອິນໂດເນເຊຍ ຈຶ່ງຕົກລົງມອບໃຫ້ ສສ ຫວຽດນາມ ເປັນເຈົ້າພາບແທນ ແລະ ຫວຽດນາມ ຈຶ່ງໄດ້ກຳນົດເອົາ ວັນທີ 22 ພະຈິກ ຫາ 3 ທັນວາ 2023 ເປັນມື້ການແຂ່ງຂັນ ແລະ ໃຫ້ນັບເປັນຄັ້ງທີ 13 ໄປເລີຍ.

ໂດຍ: ຟຣີຄິກ