ມສ ໂພນທອງ ຄວ້າແຊ໋ມເຕະບານນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນເຈົ້າແຂວງຈຳປາສັກ
07/11/2023

ການແຂ່ງຂັນກິລາເຕະບານລະດັບນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນທ່ານເຈົ້າແຂວງຈໍາປາສັກ ປະຈຳປີ 2023 ສຳເລັດລົງຢ່າງຈົບງາມ ໃນວັນທີ 3 ພະຈິກ 2023 ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 23 ຕຸລາ 2023 ທີ່ສະໜາມກິລາແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກລັດແຂວງ, ຮອງປະທານສະຫະພັນກິລາບານເຕະແຂວງ, ມີ ທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນດອຸດສະຫະກຳ ແລະ ການຄ້າ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ ແລະ ທ່ານ ວຽງຄໍາ ສີລິປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະຈັດການແຂ່ງຂັນ, ຄະນະກໍາມະການ, ຄະນະຄູຝຶກ-ນັກກິລາ ແລະ ແຟນບານເຂົ້າຮ່ວມຫຼາຍກວ່າ 1.000 ຄົນ ຢ່າງເປັນຂະບວນຟົດຟື້ນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ທີມໂຮງຮຽນມັດທະຍົມສົມບູນ ຫຼື ມສ ໂພນທອງ ສາມາດຄວ້າລາງວັນຊະນະເລີດ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 5.000.000 ກີບ, ຮອງຊະນະເລີດ ທີມໂຮງຮຽນມັດທະຍົມຕອນຕົ້ນສະໜາມໄຊ ໄດ້ຮັບເງິນລາງວັນ 3.000.000 ກີບ ແລະ ອັນດັບທີ 3 ທີມເມືອງໂພນທອງ ໄດ້ຮັບເງິນລາງວັນ 1.500.000 ກີບ. ຂະນະທີ່ ທ້າວ ສຸກສະຫວັນ ຄໍາຈັນ ນັກກິລາທີມໂຮງຮຽນມັດທະຍົມສົມບູນໂພນທອງ ໄດ້ຮັບລາງວັນນັກກິລາຍິງປະຕູສູງສຸດ ຈໍານວນ 7 ປະຕູ ພ້ອມຮັບເງິນລາງວັນ 500.000 ກີບ.
ສຳລັບການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາຕົ້ນ ຊີງຂັນທ່ານເຈົ້າແຂວງຈໍາປາສັກ ປະຈໍາປີ 2023 ແມ່ນການຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວຂອງສະຫະພັນກິລາບານເຕະແຫ່ງຊາດລາວ ຊຶ່ງເປັນຜູ້ສະໜອງທຶນສົມທົົບກັບສະພັນກິລາບານເຕະແຂວງຈໍາປາສັກ ຈັດການແຂ່ງຂັນກິລາເຕະບານລະດັບນັກຮຽນມັດທະຍົມສຶກສາ ຕອນຕົ້ນ ແນໃສເພື່ອການພັດທະນາກິລາບານເຕະ ແລະ ສ້າງໄດ້ນັກກິລາບານເຕະເຍົາວະຊົນ ຮຸ່ນສືບທອດ ເພື່ອຄັດເລືອກນັກກິລາມາຮັບໃຊ້ທີມກິລາບານເຕະຂອງແຂວງ, ຕໍ່ຍອດໄປສູ່ລະດັບຊາດ ແລະ ສາກົນໃນຕໍ່ໜ້າ.
ພາບ-ຂ່າວ: ສຕຂ ຈຳປາສັກ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

