ກຳໄລທອງ ຄວ້າແຊ໋ມເຕະບານ ເບ ສະຫວັນ ຄັບ 2023 ພ້ອມເງິນ 60 ລ້ານກີບ
08/11/2023

ທີມກຳໄລທອງ ຈາກແຂວງອຸດອນທານີ ປະເທດໄທ ຍິງຈຸດໂທດດັບຝັນ ທີມເຄດີດີ (ທີມ1) 3-2 ປະຕູ ຫຼັງໃນເກມສະເໝີກັນ 1-1 ຄວ້າແຊ໋ມການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ພ້ອມເງິນລາງວັນ 60 ລ້ານກີບ ສ່ວນ ເຄດີດີ ໄດ້ພຽງອັນດັບທີ 2 ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ອັນດັບທີ 3 ຮ່ວມເປັນຂອງ ທີມອະພິມາ ຈາກເມືອງວັງວຽງ ແຂວງວຽງຈັນ ແລະ ທີມໂຊກຣາຊັນ ຈາກແຂວງອຸດອນ ໄດ້ຮັບເງິນລາງວັນທີມລະ 6 ລ້ານກີບ.
ການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ຊີງລາງວັນລວມ 84 ລ້ານກີບ ຈັດຂຶ້ນ ລະຫວ່າງວັນທີ 4-5 ພະຈິກ 2023 ທີ່ສະໜາມກິລາຫຍ້າທຽມ ເບ ສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ທັງເປັນເຈົ້າຂອງສະໜາມກິລາ ເບສະຫວັນ ເອັບຊີ ມີບັນດາຄະນະນຳແຕ່ລະທີມທີ່ມາຈາກບັນດາແຂວງໃກ້ຄຽງ, ປະເທດເພື່ອນບ້ານ ແລະ ອ້ອມຂ້າງນະຄອນຫຼວງວຽງຈັນ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ ແລະ ເຊຍ ຢ່າງຫຼວງຫຼາຍ.
ການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ຄັ້ງທີ 1 ມີທີມເຂົ້າຮ່ວມແຂ່ງຂັນທັງໝົດ 24 ພາກສ່ວນ ຊຶ່ງໃນເບື້ອງຕົ້ນແມ່ນກຳນົດ 34 ທີມເຂົ້າຮ່ວມຊີງໄຊ, ໃນນັ້ນ ແມ່ນມາຈາກນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໜອງຄາຍ ແລະ ແຂວງອຸດອນທານີ ປະເທດໄທ ທີ່ຍົກທີມຂ້າມແມ່ນໍ້າຂອງເຂົ້າຮ່ວມແຂ່ງຂັນ ລາຍການດັ່ງກ່າວ ຈັດແບ່ງອອກເປັນ 8 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ແຕ່ລະກຸ່ມ ຜ່ານເຂົ້າຮອບຕໍ່ໄປ ແຕ່ລະທີມເຂົ້າຮ່ວມຕ້ອງຈ່າຍຄ່າສະໝັກທີມລະ 3 ລ້ານກີບ ສ່ວນເງື່ອນໄຂນັກກິລາແມ່ນເປີດໂອເພັນ.
ຜ່ານການແຂ່ງຂັນລາຍການດັ່ງກ່າວ ໃນໄລຍະ 2 ວັນ ຜ່ານມາ ຜົນປະກົດວ່າ: ທີມກຳໄລທອງ ຈາກແຂວງອຸດອນທານີ ປະເທດໄທ ສາມາດຍິງຈຸດໂທດດັບຝັບ ທີມເຄດີດີ (ທີມ1) 3-2 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ຄວ້າແຊ໋ມການແຂ່ງຂັນເຕະບານ 7 ຄົນ ລາຍການ ເບ ສະຫວັນ ຄັບ 2023 ພ້ອມເງິນລາງວັນ 60 ລ້ານກີບ ໄປຄອງ ສ່ວນ ເຄດີດີ ໄດ້ພຽງອັນດັບທີ 2 ໄດ້ຮັບເງິນລາງວັນ 12 ລ້ານກີບ ແລະ ອັນດັບທີ 3 ຮ່ວມເປັນຂອງ ທີມອະພິມາ ຈາກເມືອງວັງວຽງ ແຂວງວຽງຈັນ ແລະ ທີມໂຊກຣາຊັນ ຈາກແຂວງອຸດອນ ໄດ້ຮັບເງິນລາງວັນທີມລະ 6 ລ້ານກີບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
