Skip to main content

ກອງທັບ ໂຊຟອມເກັ່ງຄວ້າໄຊ 2 ນັດຊ້ອນ ເປັນທີມນຳ ບານສົ່ງໃນຮົ່ມຊາຍ ເບຍລາວ ແຊ໋ມປ້ຽນຊິບ 2023

08/11/2023

ສະໂມສອນ ກອງທັບ ວີຊີ ປີນີ້ອອກສະຕາດໄດ້ຢ່າງເຂັ້ມແຂງ ລົງປະເດີມສະໜາມຄວ້າໄຊ 2 ນັດຕິດຕໍ່ກັນ ເກັບ 6 ຄະແນນເຕັມ ຂຶ້ນເປັນທີມນຳຕາຕະລາງການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ຂະນະທີ່ ສະໂມສອນ ອິນທະສອນ ວີຊີ ກໍໂຊຟອມເດັ່ນບໍ່ນ້ອຍໜ້າ ເກັບໄຊຊະນະສອງນັດລວດ ມີ 6 ຄະແນນ ແຕ່ຄະແນນໄດ້ເສຍ ເປັນຮອງກອງທັບ.


ການແຂ່ງຂັນກິລາບານສົ່ງໃນຮົ່ມຊາຍ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ອາທິດທຳອິດ ຈັດຂຶ້ນ ລະຫວ່າງວັນທີ 4-5 ພະຈິກ 2023 ແລະ ຄາດວ່າກາງເດືອນທັນວາ 2023 ຈຶ່ງຈະສຳເລັດ ແຂ່ງຂັນຢູ່ທີ່ສະໂມສອນກິລາບານສົ່ງໃນຮົ່ມກອງທັບ (ຫຼັກ 5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມໃຫ້ວົງການບານສົ່ງລາວ ກ້າວສູ່ເວທີລະດັບລີກອາຊີບ ໃນອະນາຄົດ.
ການແຂ່ງຂັນລາຍການດັ່ງກ່າວ ມີທັງໝົດ 14 ສະໂມສອນ ເຂົ້າຮ່ວມຊີງໄຊ, ໃນນັ້ນສຳລັບທີມຍິງ ມີ 6 ສະໂມສອນ ສ່ວນທີມຊາຍ ມີ 8 ສະໂມສອນ ທັງສອງປະເພດດັ່ງກ່າວ ແຂ່ງຂັນແບບລີກ ພົບກັນໝົດໃນຮອບຂາໄປ ຄັດເລືອກເອົາທີມທີ່ຊະນະຫຼາຍທີ່ສຸດໄດ້ແຊ໋ມໄປຄອງ ຊຶ່ງມີການກຳນົດເງື່ອນໄຂຂອງນັກກິລາ ຖ້ານັກກິລາທີ່ເປັນຊາວຕ່າງດ້າວ ຕ້ອງແມ່ນຜູ້ທີ່ມາຕັ້ງພູມລຳເນົາຢູ່ ສປປ ລາວ ຢ່າງຖາວອນ ແລະ ຕ້ອງມີອາຍຸ 18-35 ປິ ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນໄດ້ ສໍາລັບອາຍຸ 35 ປີ ລົງເດີ່ນໄດ້ພຽງແຕ່ 2 ຄົນ.

ສະຫຼູບການແຂ່ງຂັນ 2 ວັນດັ່ງກ່າວຜ່ານມາ ສຳລັບ ປະເພດຍິງ ອັນດັບທີ 1 ກອງທັບ ວີຊີ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບທີ 2 ວຽງຈັນ ວີຊີ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບທີ 3 ກົມໃຫຍ່ການເມືອງກອງທັບ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບທີ 4 ອິນທະສອນ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ, ອັນດັບທີ 5 ມາດເຕີ ເຊເວັນ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ ແລະ ອັນດັບທີ 6 ເອັດອີຊີ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ.

ສ່ວນປະເພດຊາຍ ອັນດັບທີ 1 ກອງທັບ ວີຊີ ລົງແຂ່ງຂັນ 2 ນັດ ຊະນະ 2 ນັດ ມີ 6 ຄະແນນ, ອັນດັບທີ 2 ອິນທະສອນ ວີຊີ ລົງແຂ່ງຂັນ 2 ນັດ ຊະນະ 2 ນັດ ມີ 6 ຄະແນນ, ອັນດັບທີ 3 ວິທະຍາຄານສັນຕິບານປະຊາຊົນ ປກສ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບທີ 4 ໂຄດອັບ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ, ອັນດັບທີ 5 ອິນເທັນເຊິນ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ, ອັນດັບທີ 6 ມາດເຕີ ເຊເວັນ ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ມີ 0 ຄະແນນ, ອັນດັບທີ 7 ວຽງຈັນ ວີຊີ ລົງແຂ່ງຂັນ 2 ນັດ ເສຍ 2 ນັດ ມີ 0 ຄະແນນ ແລະ ອັນດັບທີ 8 ລາວສະກາຍເວ ວີຊີ ຍັງບໍ່ທັນໄດ້ລົງແຂ່ງຂັນຈັກນັດ.
ລາຍການນີ້ ລາງວັນຊະນະເລີດປະເພດຍິງ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.

ຂະນະທີ່ ປະເພດຊາຍ ລາງວັນຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 15.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ