ເອັນແອນເອັນ ເອັບຊີ ມອບເຄື່ອງ ແລະ ອຸປະກອນກິລາ ໃຫ້ຫ້ອງການເມືອງກອງພັນ 988 ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ສະໂມສອນ ເອັນແອນເອັນ ເອັບຊີ ຫຼື N&N Fc ໃຫ້ການສະໜັບສະໜູນມອບເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ ລວມມູນຄ່າ 8.500.000 ກີບ ໃຫ້ແກ່ຫ້ອງການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ເພື່ອນຳໃຊ້ເຂົ້າໃນຂະບວນການເຄື່ອນໄຫວວຽກງານກິລາ ອ້ອມຂ້າງກອງທັບ ເນື່ອງໃນໂອກາດກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນ ລາວ ຄົບຮອບ 75 ປີ ໃນປີ 2024.
ພິທີມອບ-ຮັບເຄື່ອງດັ່ງກ່າວ ຈັດຂຶ້ນ ໃນວັນທີ 7 ພະຈິກ 2023 ທີ່ຫ້ອງການ ການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ບ້ານໂພນເຄັງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນກຽດກ່າວມອບໂດຍທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນກິລາບານເຕະຄົນພິການທາງສາຍຕາແຫ່ງຊາດລາວ ທັງເປັນປະທານສະໂມສອນ ເອັນແອນເອັນ ເອັບຊີ ແລະ ກ່າວຮັບແມ່ນທ່ານ ພັນໂທ ສຸດໃຈ ລາດສະສົມບັດ ຫົວໜ້າການເມືອງ ກອງພັນ 988 ມີບັນດາສະມາຊິກທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ບຸນມີ ໄຊຍະວົງ ກໍໄດ້ກ່າວດ້ວຍຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍພັກຊ່ວຍລັດ ເວົ້າລວມ, ເວົ້າສະເພາະແມ່ນຫ້ອງການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ໄດ້ມີຄວາມສະດວກໃນການເຄື່ອນໄຫວຫຼິ້ນກິລາ ເພື່ອພັດທະນາບຸກຄະລາກອນທາງສຸຂະພາບ ແລະ ຈິດໃຈເຂັ້ມແຂງ ປະກອບສ່ວນຊ່ວຍເຂົ້າໃນວຽກງານປ້ອງກັນຊາດ ໂດຍສະເພາະແມ່ນກຽມຈະເຂົ້າຮ່ວມແຂ່ງຂັນທຸກຂະບວນກິດຈະກຳຂອງ ກອງທັບ ຈະຈັດຂຶ້ນ ໃນມໍ່ໆນີ້ ເນື່ອງໃນໂອກາດກຽມສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ ປະຊາຊົນ ລາວ ຄົບຮອບ 75 ປີ ໃນປີ 2024 ໃຫ້ເປັນຂະບວນການຄືກຄື້ນ. ແນວໃດກໍດີ, ຫາກມີໂອກາດອີກ ກໍຈະສືບຕໍ່ໃຫ້ການສະໜັບສະໜູນຕື່ມອີກ.
ສຳລັບເຄື່ອງທີ່ນຳໄປມອບໃຫ້ ການເມືອງກອງພັນ 988 ກົມໃຫຍ່ການເມືອງກອງທັບ ປະກອບມີ ກະຕໍ້ 2 ໝ່ວຍ ພ້ອມຕາໜ່າງ 1 ດາງ, ບານສົ່ງ 2 ໝ່ວຍ ພ້ອມຕາໜ່າງ 1 ດາງ ແລະ ເຄື່ອງນຸ່ງກິລາ ຈຳນວນ 50 ຊຸດ ລວມມູນຄ່າທັງໝົດ 8.500.000 ກີບ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
