ຄໍາມ່ວນ-ນະຄອນພະນົມ ຈັດກິດຈະກຳຍ່າງ-ແລ່ນຂ້າມນ້ຳຂອງ ສົ່ງເສີມການທ່ອງທ່ຽວ

ແຂວງຄໍາມ່ວນ ສປປ ລາວ ຮ່ວມກັບ ແຂວງນະຄອນພະນົມ ແຫ່ງຣາຊະອານາຈັກໄທ ຈັດກິດຈະກຳຍ່າງ-ແລ່ນຂ້າມຂອງ ເພື່ອສົ່ງເສີມການທ່ອງທ່ຽວ ໃນວັນທີ 12 ພະຈິກ 2023 ທີ່ຂົວມິດຕະພາບແຫ່ງທີ 3 ແຂວງຄຳມ່ວນ-ແຂວງນະຄອນພະຍົມ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ທ່ານ ວັນໄຊ ຈັນພອນ ເຈົ້າແຂວງນະຄອນພະນົມ ພ້ອມດ້ວຍບັນດາຮອງເຈົ້າແຂວງ, ຄະນະການນຳແຂວງ, ອົງການຈັດຕັ້ງພາກລັດ, ມູນນິທິສີໂຄດຕະບອງ ຕະຫຼອດຮອດນັກກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝັ່ງຂອງເຂົ້າຮ່ວມທັງໝົດ 3.500 ຄົນ.
ການຈັດກິດຈະກຳຄັ້ງນີ້ ເພື່ອເປັນການສົ່ງເສີມການທ່ອງທ່ຽວສອງຝັ່ງແມ່ນໍ້າຂອງ ແຂວງຄຳມ່ວນ-ແຂວງນະຄອນພະນົມ ໃຫ້ເຊື່ອມໂຍງກັນເປັນການສ້າງໂອກາດ ແລະ ເງື່ອນໄຂທີ່ດີໃນການໂຄສະນາປະຊາສຳພັນ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວ ເພື່ອກະຕຸ້ນເສດຖະກິດ, ເປັນການສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບແຫ່ງທີ 3 ຄໍາມ່ວນ-ນະຄອນພະນົມ (ວັນທີ 11 ພະຈິກ 2011-11 ພະຈິກ 2023 ) ແລະ ສົ່ງເສີມການອອກກໍາລັງກາຍໃຫ້ຜູ້ເຂົ້າຮ່ວມໄດ້ມີສຸຂະພາບແຂງແຮງ ທັງເພື່ອເປັນການສ້າງຄວາມສຳພັນອັນດີ ແລະ ພັດທະນາກົນໄກການປະສານງານລະຫວ່າງກັນ ແລະ ກັນ ກໍຄືຂອງສອງຊາດ ລາວ-ໄທ ເວົ້າລວມ, ເວົ້າສະເພາະແຂວງຄຳມ່ວນ-ແຂວງນະຄອນພະນົມ ໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ.
ກິດຈະກຳຄັ້ງນີ້ ແບ່ງອອກເປັນທັງໝົດ 4 ລາຍການ ຄື: ແລ່ນມາຣາທອນ ໄລຍະທາງ 42 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 213 ຄົນ, ແລ່ນຮາບມາຣາທອນ ໄລຍະທາງ 21 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 507 ຄົນ, ແລ່ນມິນິມາຣາທອນ ໄລຍະທາງ 10 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 768 ຄົນ ແລະ ແລ່ນປະເພດຟັນລັນ ໄລຍະທາງ 5 ກິໂລແມັດ ມີຜູ້ເຂົ້າຮ່ວມແຂ່ງຂັນ 2012 ຄົນ. ຊຶ່ງຂະບວນດັ່ງກ່າວເລີ່ມຕົ້ນຈຸດປ່ອຍຈາກຂົວມິດຕະພາບແຫ່ງທີ 3 ຝັ່ງແຂວງນະຄອນພະນົມ ຫາ ແຂວງຄໍາມ່ວນ ແລ້ວກັບຄືນສູ່ຈຸດເດີມເປັນອັນສິ້ນສຸດ. ພິເສດທ່ານເຈົ້າແຂວງຄໍາມ່ວນ ແລະ ເຈົ້າແຂວງນະຄອນພະນົມ ຍັງໄດ້ໃຫ້ກຽດ ຮ່ວມຍ່າງ-ແລ່ນຂ້າມຂອງອີກດ້ວຍ.
ພາບ-ຂ່າວ: ຄຳມ່ວນນິວ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
