Skip to main content

ຫຼວງນໍ້າທາ ຝຶກແອບກິລາເຕະບານໃຫ້ນ້ອງນັກຮຽນມັດທະຍົມຕອນຕົ້ນພາຍໃນແຂວງ

13/11/2023

ແຂວງຫຼວງນ້ຳທາ ຈັດກິດຈະກຳຝຶກແອບກິລາເຕະບານໃຫ້ກັບນ້ອງໆນັກຮຽນຊັ້ນມັດທະຍົມສຶກສາຕອນຕົ້ນໃນທົ່ວແຂວງ ເນື່ອງໃນໂອກາດງານມະຫາກະຖິນພະຣາຊະທານເຈົ້າຊິວິດແຫ່ງຣາຊະອານາຈັກໄທ ໃນວັນທີ 10 ພະຈິກ 2023 ທີ່ເດີ່ນບານຫຍ້າທຽມ ໂຊກໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໂດຍມີ ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ທອງສອນ ອາດຜາສຸກ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຕົວແທນຂອງສະມາຄົມລາວ-ໄທ, ໄທ-ລາວ, ຄູຝຶກຈາກປະເທດໄທ, ຄູຝຶກຈາກແຂວງຫຼວງນ້ຳທາ ແລະ ນ້ອງໆນັກກິລາມາຈາກ ໂຮງຮຽນ ມສ ເທດສະບານແຂວງ ແລະ ມສ ສາມັກຄີ ເຂົ້າຮ່ວມຢ່າງພ້ອມພຽງ.
ກິດຈະກຳດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນຈາກສະມາຄົມລາວ-ໄທ, ໄທ-ລາວ ຊຶ່ງເປັນກິດຈະກຳໜຶ່ງທີ່ໄດ້ຈັດຂຶ້ນ ໃນງານມະຫາກະຖິນພະຣາຊະທານເຈົ້າຊີວິດແຫ່ງຣາຊະອານາຈັກໄທ ທີ່ວັດສາມັກຄີໄຊ ແຂວງຫຼວງນໍ້າທາ ໂດຍການຝຶກແອບກິລາເຕະບານຄັ້ງນີ້ມີນ້ອງໆ ນັກຮຽນເຂົ້າຮ່ວມຈໍານວນ 180 ກ່ວາຄົນ ໂດຍການຝຶກສອນຂອງຄະນະທີມງານຄູຝຶກທີ່ມີບົດຮຽນ, ປະສົບການສູງ ຈາກປະເທດໄທ ນຳພາໂດຍ ທ່ານ ວິດທະຍາ ເລົາຫະກຸນ ອະດີດຄູຝຶກກິລາເຕະບານທີມຊາດໄທ ເປັນຄັ້ງທຳອິດທີ່ຄູຝຶກປະເທດໄທ ໄດ້ມາຊ່ວຍຝຶກສອນຖ່າຍທອດເຕັກນິກ, ທັກສະພື້ນຖານ ກ່ຽວກັບການສາທິດການສົ່ງບານ, ການຈັບບານ, ການຫຼິ້ນກັບບານ, ການຍິງບານ, ການລ້ຽງບານ, ການຫຼິ້ນເກມ ແລະ ຮູບແບບການການແຂ່ງຂັນ ໃຫ້ແກ່ນ້ອງນັກຮຽນ ແລະ ຄູຝຶກຢູ່ແຂວງຫຼວງນໍ້າທາ ພາຍຫຼັງທີ່ໄດ້ຮຽນຮູ້ການສາທິດແລ້ວ ນ້ອງໆນັກຮຽນກໍໄດ້ປະຕິບັດຕົວຈິງ ໂດຍການຈັດເປັນກຸ່ມເພື່ອຝຶກແອບໃຫ້ໄດ້ຮັບຄວາມຮູ້, ເຂົ້າໃຈ ແລະ ສາມາດປະຕິບັດໄດ້.


ໃນໂອກາດດັ່ງກ່າວ, ຄະນະສະມາຄົມລາວ-ໄທ, ໄທ-ລາວ, ກໍຄືຄະນະຄູຝຶກຈາກປະເທດໄທ ຍັງໄດ້ນຳເອົາອຸປະກອນກິລາ ເຊັ່ນ: ບານເຕະ 50 ໜ່ວຍ, ຈວຍ 20 ອັນ, ມາກເກີ 160 ອັນ, ເສື້ອວິບ 40 ພື້ນ ແລະ ປຶ້ມການສອນກິລາເຕະບານ 2 ຫົວ ມອບໃຫ້ພະແນກສຶກສາທິການ ແລະ ກິລາ ເພື່ອນຳໃຊ້ເຂົ້າໃນການຝຶກສອນກິລາເຕະບານໃຫ້ນ້ອງນັກຮຽນໃນຕໍ່ໜ້າ. ການຝຶກແອບກິລາເຕະບານຄັ້ງນີ້ສາມາດປະເມີນຄວາມຮັບຮູ້ຂອງນ້ອງໆນັກຮຽນໄດ້ 85%.
ທ່ານ ຫຼ້າປະເສີດ ສີປະເສີດ ເຈົ້າເມືອງຫຼວງນໍ້າທາ ໄດ້ມອບຂອງຂວັນລາງວັນໃຫ້ແກ່ນ້ອງໆນັກຮຽນ ແລະ ໃຫ້ກຽດໂອ້ລົມ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄູຝຶກ ແລະ ນ້ອງໆນັກຮຽນ ທີ່ໄດ້ສຸມຈິດສຸມໃຈໃສ່ໃນການຝຶກແອບຢ່າງຕັ້ງໜ້າ ເຖິງວ່າເວລາການຝຶກແອບໃຊ້ເວລາສັ້ນ ທຸກຄົນກໍໄດ້ຍາດແຍງເອົາຄວາມຮູ້ ທາງດ້ານພາກປະຕິບັດຕົວຈິງ ເຮັດອອກມາໄດ້ເປັນຢ່າງດີ ພ້ອມຮຽກຮ້ອງມາຍັງນ້ອງນັກຮຽນ ທີ່ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ ຈົ່ງນໍາເອົາບົດຮຽນທີ່ໄດ້ຮັບໄປ ສືບຕໍ່ຝຶກແອບໃຫ້ມີທັກສະຄ່ອງແຄ້ວ, ສຸຂະພາບແຂງແຮງ ນຳໃຊ້ເຂົ້າໃນການຫຼິ້ນກິລາເຕະບານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນນັກຮຽນດ້ວຍກັນ, ສຳລັບຄູຝຶກຂອງແຂວງໃຫ້ນຳເອົາບົດຮຽນທີ່ໄດ້ຮັບໄປຖ່າຍທອດໃຫ້ຄູຝຶກແຕ່ລະຊັ້ນຮຽນ, ສ້າງຂະບວນການ ແລະ ພັດທະນາກິລາເຕະບານໃຫ້ດີຂຶ້ນກວ່າເກົ່າ ເພື່ອຄັດເລືອກນັກກິລາດີເດັ່ນເປັນຕົວແທນຂອງແຂວງ ເຂົ້າຮ່ວມແຂ່ງຂັນລະດັບຕ່າງໆໃນຕໍ່ໜ້າ.

ພາບ-ຂ່າວ: ອໍລະໄທ ໄຊຍະສິງ (ສກຂ ຫຼວງນ້ຳທາ)