ການນຳ ນະຄອນຫຼວງ-ໄຊສົມບູນ ແຂ່ງຂັນກິລາເຕະບານມິດຕະພາບ ໂອກາດຮ່ວມກອງປະຊຸມສະພາ
13/11/2023

ການນຳນະຄອນຫຼວງວຽງຈັນ ແລະ ການນຳແຂວງໄຊສົມບູນ ຮ່ວມຈັດແຂ່ງຂັນກິລາເຕະບານ ມິດຕະພາບ ເພື່ອຜູກແໜ້ນຄວາມສາມັກຄີຮັກແພງ ແລະ ສ້າງໂອກາດໃຫ້ພະນັກງານການນຳທັງສອງພາກສ່ວນດັ່ງກ່າວ ໄດ້ແລກປ່ຽນວຽກງານໃຫ້ເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ lX ທີ່ພວມກຳລັງດຳເນີນໃນປັດຈຸບັນ ລະຫວ່າງວັນທີ 31 ຕຸລາ ຫາ 21 ພະຈິກ 2023.
ການແຂ່ງຂັນກິລາເຕະບານໃນຄັ້ງນີ້ ແມ່ນເພື່ອສ້າງໂອກາດໃຫ້ພະນັກງານການນຳທັງສອງພາກສ່ວນ ໄດ້ຈັດຂຶ້ນ ໃນຕອນແລງວັນທີ 9 ພະຈິກ ຜ່ານມາ ທີ່ີສະໜາມກິລາຫຍ້າທຽມ ເບສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້ງແຂວງໄຊສົມບູນ, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ແລະ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງໄຊສົມບູນ ພ້ອມດ້ວຍບັນດາຄະນະນຳຂອງທັງສອງພາກສ່ວນ ກໍຄື ເຈົ້າເມືອງ-ຮອງເຈົ້າເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ. ຜ່ານການແຂ່ງຂັນຢ່າງມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ ຜົນປະກົດວ່າ ການນຳທັງສອງພາກສ່ວນບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປຢ່າງສຸດມ່ວນ 5-5 ປະຕູ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


