ໂຮງຮຽນປະຖົມນ້ຳແລ ໄດ້ຮັບອຸປະກອນການສຶກສາ-ກິລາ ມູນຄ່າ 10 ລ້ານກວ່າກີບ

ທ່ານ ສຸບັນ ສຸວິເສດ ເຈົ້າຂອງຮ້ານໂບນັດໄອທີ ແລະ ທ່ານ ກົງໄຊ ດາລາພອນ ພ້ອມຄະນະທີມງານ ເຮັດເພື່ອນ້ອງໃຫ້ມີຮອຍຍິ້ມ ໄດ້ນຳເອົາອຸປະກອນການສຶກສາ ແລະ ກິລາ ແລະ ເຄື່ອງໃຊ້ຫ້ອງການ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ໄປມອບໃຫ້ກັບຄູອາຈານ ແລະ ນ້ອງນັກຮຽນ ໂຮງຮຽນປະຖົມສົມບູນນ້ຳແລ ກຸ່ມບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອໃຫ້ເຂົາເຈົ້າໄດ້ມີອຸປະການການຮຽນ ແລະ ອຸປະກອນກິລາ ເຂົ້າໃນການຝຶກທັກສະດ້ານການຫຼິ້ນກິລາໃຫ້ຫຼາຍ ເພື່ອພັດທະນາທາງດ້ານສຸຂະພາບຮ່າງກາຍໃຫ້ມີຄວາມແຂງແຮງ ມີຈິດໃຈເບີກບານມ່ວນຊື່ນ ຫ້າວຫັນ ແລະ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ໃຫ້ກາຍເປັນນັກຮຽນທີ່ຮຽນດີ ຮຽນເກັ່ງໃນຕໍ່ໜ້າ.
ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນເມື່ອອາທິດ ຜ່ານມາ ທີ່ໂຮງຮຽນປະຖົມສົມບູນນ້ຳແລ ກ່າວມອບໂດຍ ທ່ານ ສຸບັນ ສຸວິເສດ ເຈົ້າຂອງຮ້ານໂບນັດໄອທີ ແລະ ທ່ານ ກົງໄຊ ດາລາພອນ ພ້ອມຄະນະທີມງານ ເຮັດເພື່ອນ້ອງໃຫ້ມີຮອຍຍິ້ມ ແລະ ກ່າວຮັບແມ່ນ ທ່ານ ບຸນມີ ແກ້ວສີພາ ຜູ້ອໍານວຍການໂຮງຮຽນປະຖົມສົມບູນນໍ້າແລ, ມີບັນດາການຈັດຕັ້ງບ້ານ, ພະນັກງານ, ຄູອາຈານ, ຄະນະທີມງານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບເຄື່ອງທີ່ ທ່ານ ສຸບັນ ສຸວິເສດ ເຈົ້າຂອງຮ້ານໂບນັດໄອທີ ນຳມາມອບໃນຄັ້ງນີ້ ປະກອບມີ ປຣິນເຕີ 1 ເຄື່ອງ, ບິກ 3 ກັບ, ເຈ້ຍເອ 4 ຈຳນວນ 1 ແກັດ, ບານເຕະ 3 ໜ່ວຍ, ກະຕໍ້ 3 ໜ່ວຍ, ຕາໜ່າງກະຕໍ້ 1 ດ່າງ, ສະກ໊ອດ, ໄມ້ບັນທັດ, ມີດແຊມ, ແຟ້ມໃສ່ເອກະສານ, ປຶ້ມຂຽນ, ບິກຝົດ, ກາວຕິດເຈ້ຍ, ນ້ຳລຶບບິກ, ກາວ 2 ໜ້າ, ກະຫຼັບເຟີ ແລະ ຊອງຂາວ ລວມມູນຄ່າ 7 ລ້ານກວ່າກີບ. ສ່ວນເຄື່ອງທີ່ທີມງານເຮັດເພື່ອນ້ອງໃຫ້ມີຮອຍຍິ້ມ ມອບມີປຶ້ມຂຽນ ຈຳນວນ 150 ຫົວ, ບິກ 150 ກ້ານ, ສໍດຳ 150 ກ້ານ, ດີໂດ່ 2 ແກັດ, ບານເຕະ 1 ໜ່ວຍ, ກະຕໍ້ 1 ໜ່ວຍ, ຕາໜ່າງກະຕໍ້ 1 ດ່າງ ແລະ ອື່ນໆລວມມູນຄ່າ 3 ລ້ານກວ່າກີບ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ຊຶ່ງແມ່ນທຶນສ່ວນຕົວ ແລະ ປຸກລະດົມຈາກການປະກອບສ່ວນຂອງພະນັກງານອ້າຍນ້ອງ, ໝູ່ເພື່ອນທີ່ເຫັນໄດ້ຄວາມສໍາຄັນໃນການມາຈັດຊື້ເຄື່ອງໃຊ້ທີ່ຈຳເປັນສຳລັບ ການຮຽນ-ການສອນ.
ໂອກາດນີ້, ທ່ານ ບຸນມີ ແກ້ວສີພາ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງທາງທີມງານ ທີ່ເປັນຫ່ວງເປັນໃຍ ແລະ ນໍາເອົາອຸປະກອນມາຊ່ວຍເຫຼືອໂຮງຮຽນຄັ້ງນີ້ ແລະ ຈະເອົາໃຈໃສ່ນຳໃຊ້ໃຫ້ຖືກເປົ້າໝາຍ ເພື່ອຮັບປະກັນໃຫ້ເກີດປະໂຫຍດ ຕໍ່ການຮຽນການສອນ ຂອງໂຮງຮຽນ ກໍຄືນ້ອງນັກຮຽນຕໍ່ໄປ.
ຂ່າວ: ທອງເພັດ ບົວສະຫວັນ ເມືອງຫ້ວຍຊາຍ.
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
