Skip to main content

ເມືອງຫົງສາ ເປີດການແຂ່ງຂັນກິລາເຕະບານ ຕ້ອນຮັບວັນຊາດ ຄົບຮອບ 48 ປີ

17/11/2023

ເມືອງຫົງສາ ແຂວງໄຊຍະບູລີ ເປີດການແຂ່ງຂັນກິລາເຕະບານ ເພື່ອຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ໃນວັນທີ 16 ພະຈິກ 2023 ທີ່ເດີ່ນກິລາຂອງເມືອງ ໃຫ້ກຽດເປັນປະທານຂອງ ທ່ານ ພົມມາ ພົມມະຫານ ຮອງເຈົ້າເມືອງຫົງສາ, ມີຄະນະການນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ທະຫານ-ຕຳຫຼວດ, ຄະນະກຳມະການ, ຄູອາຈານ, ນັກກິລາຈາກພາກສ່ວນຕ່າງໆ ແລະ ກ້ອນກຳລັງນ້ອງນັກຮຽນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.


ທ່ານ ພົມມາ ພົມມະຫານ ໄດ້ກ່າວວ່າ: ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ທີ່ຈະມາຮອດໃນມໍ່ໆນີ້ ແລະ ເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງນັກກິລາດ້ວຍກັນໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ທັງເປັນການແລກປ່ຽນບົດຮຽນທາງດ້ານເຕັກນິກ, ວິທີຂອງການຫຼິ້ນ ແລະ ຄວາມສາມາດຂອງນັກກິລາ ທັງເປັນການຝຶກຝົນກໍາລັງກາຍໃຫ້ມີສຸຂະພາບແຂງແຮງ, ມີຈິດໃຈສົດຊື່ນເຂັ້ມແຂງ ເພື່ອເຮັດໃຫ້ການຈັດຕັ້ງການແຂ່ງຂັນກິລາ-ກາຍະກໍາໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ, ທ່ານໄດ້ຮຽກຮ້ອງມາຍັງນັກກິລາທຸກພາກສ່ວນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບ, ຫຼິ້ນແບບຮູ້ເສຍຮູ້ຊະນະ ໃຫ້ອະໄພເຊິ່ງກັນ ແລະ ກັນ ແລະ ປະຕິບັດຕາມກົດລະບຽບການແຂ່ງຂັນຢ່າງເຂັ້ມງວດ.

ສໍາລັບການແຂ່ງຂັນກິລາໃນຄັ້ງນີ້ ມີ 1 ປະເພດກິລາຄື: ເຕະບານ ມີ 3 ລາຍການ ຄື: ຮຸ່ນອາວຸໂສ ມີ 6 ທີມ, ຮຸ່ນຊາວໜຸ່ມຊາຍ ມີ 12 ທີມ ແລະ ຮຸ່ນຊາວໜຸ່ມຍິງ ມີ 3 ທີມ. ສຳລັບການແຂ່ງຂັນແມ່ນເລີ່ມແຕ່ວັນທີ 13 ເດືອນພະຈິກ ຫາ ວັນທີ 1 ເດືອນທັນວາ 2023 ຈຶ່ງຈະສຳເລັດ.

ຂ່າວ-ພາບ: ກິດຕິສັກ ບົວໄລ