ຫຼວງນ້ໍາທາ ສໍາເລັດການເປັນເຈົ້າພາບ ການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາ ເຂດພາກເໜືອ ປະຈຳປີ 2023
17/11/2023

ແຂວງຫຼວງນ້ໍາທາ ສໍາເລັດການເປັນເຈົ້າພາບ ຈັດການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາ ເຂດພາກເໜືອ ປະຈຳປີ 2023 ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ລາຍການ COPA COCA- COLA LAOS ຄັ້ງທີ VI ປະຈຳປີ 2023 ໃນວັນທີ 15 ພະຈິກ 2023 ທີ່ສະໜາມກິລາແຂວງ ໂດຍເປັນປະທານຂອງ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ, ມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍແຂກຖືກເຊີນຈາກສູນກາງ, ຫົວໜ້າສາຍງານການຕະຫຼາດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກິລາຢ່າງຟົດຟື້ນ.
ໃນພິທີດັ່ງກ້າວ ໄດ້ຜ່ານບົດສະຫຼູບການແຂ່ງຂັນກິລາເຕະບານຍິງ-ຊາຍລະດັບນັກຮຽນມັດທະຍົມສຶກສາ ເຂດພາກເໜືອ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2023 ແມ່ນໄດ້ເລີ່ມການແຂ່ງແຕ່ວັນທີ 13 ພະຈິກ 2023 ເປັນຕົ້ນມາ ໂດຍມີທັງໝົດ 4 ແຂວງ ຄື: ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ໍາທາ ເປັນເຈົ້າພາບ. ມາຮອດວັນທີ 15 ພະຈິກ 2023 ໄດ້ສຳເລັດການແຂ່ງຂັນຢ່າງເປັນທາງການ ຊຶ່ງເຕະບານຍິງ ອັນດັບທີ 1 ແຂວງຫຼວງພະບາງ ແລະ ກິລາເຕະບານຊາຍ ອັນດັບທີ 1 ແຂວງຫຼວງພະບາງ ໂດຍທັງສອງທີມແມ່ນຈະໄດ້ເປັນຕົວແທນເຂດພາກເໜືອ ເພື່ອເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍທີ່ນະຄອນຫຼວງວຽງຈັນ.
ໂອກາດນີ້, ທ່ານ ສີວິໄລ ປັນແກ້ວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ເພື່ອສົ່ງເສີມການຫຼິ້ນກິລາໃນໂຮງຮຽນ ພ້ອມທັງເປັນການສ້າງຂະບວນການກິລາ-ກາຍະກຳ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ ເວົ້າລວມ, ເວົ້າສະເພາະແມ່ນຂະບວນການກິລາບານເຕະໃຫ້ເປັນລະບົບຕໍ່ເນືອງ ທັງເປັນການຊຸກຍູ້ສົງເສີມໃຫ້ຊາວໜຸ່ມເຍົາວະຊົນທັງຊາຍ-ຍິງ ຫັນມາຫຼິ້ນກິລາເພື່ອສຸຂະພາບ ເພື່ອມິດຕະພາບຫາງໄກຈາກຢາເສບຕິດຕ່າງໆ ພ້ອມທັງເປັນການຄັດເລືອກເອົານັກກິລາເປັນຕົວແທນເຂດພາກເໜືອ ເພື່ອຈະແຂ່ງຂັນຢູ່ທີ່ນະຄອນຫຼວງວຽງຈັນ.
ພາບ-ຂ່າວ: ອໍລະໄພ ໄຊຍະສິງ (ສກຂ ຫຼວງນ້ຳທາ)
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
