ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໂອ້ລົມນັກກິລາຊຸດກຽມເຂົ້າຮ່ວມແຂ່ງຂັນຍິງປືນຍຸດທະວິທີກອງທັບບົກອາຊຽນ ຄັ້ງທີ 31

ເມື່ອວັນທີ 15 ພະຈິກ 2023, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຄະນະຊີ້ນຳການຫັດແອບຍິງປືນ ເຄື່ອນໄຫວໂອ້ລົມນັກກິລາຍິງປືນກອງທັບປະຊາຊົນລາວ ທີ່ກໍາລັງຈະເດີນທາງໄປເຂົ້າຮ່ວມແຂ່ງຂັນຍິງປືນທາງດ້ານຍຸດທະວິທີກອງທັບບົກອາຊ່ຽນ ຄັ້ງທີ 31 ທີ່ຣາຊະອານາຈັກໄທ ເປັນເຈົ້າພາບ, ມີຄະນະກົມອົບຮົມ, ຄະນະພັກ-ຄະນະບັນຊາ ກອງຍິງປືນ 199, ກໍາມະການ, ຄູຝືກ ແລະ ນັກກິລາ ຈໍານວນ 42 ສະຫາຍ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສໍາລານ ພົນຢ້ຽມ ຫົວໜ້າຄະນະນັກກິລາ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງຫັດແອບຍິງປືນກອງທັບບົກອາຊຽນ ປີ 2023 ແລະ ຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນພາຍຫຼັງຂັ້ນເທິງ ໄດ້ອະນຸມັດແຜນການເປີດຊຸດອົບຮົມຫັດແອບຢ່າງເປັນທາງການ ຄະນະພັກ-ຄະນະບັນຊາ ກໍຄືຄະນະຊີ້ນຳການຫັດແອບໄດ້ມີຄວາມຮັບຜິດຊອບສູງສຸມສະຕິປັນເຫື່ອແຮງເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງນັກກິລາ ຫັດແອບຂຶ້ນຫ້ອງຮຽນທິດສະດີຕາມເງື່ອນໄຂຂອງບົດຍິງ ແລະ ກົດລະບຽບການແຂ່ງຂັນ, ການຫັດແອບແມ່ນໄດ້ແບ່ງເປັນ 3 ໄລຍະຄື: ໄລຍະທີ 1 ສຸມໃສ່ຫັດແອບທິດສະດີບົດຍິງ, ຫັດແອບເອົາທ່າຈັງຫວະ ໄລຍະທີ 2 ສຸມໃສ່ເອົາກໍາລັງກາຍ, ແອບມືເປົ່າ ເອົາທ່າຈັງຫວະການຍິງແຕ່ລະຊະນິດປືນຍິງ ລູກປືນແທ້ຍິງເປັນກ້າວ ຕາມເງື່ອນໄຂຂອງບົດຍິງ, ໄລຍະທີ 3 ຈັດຕັ້ງ ກວດສອບຄັດເລືອກເອົານັກກິລາຕົວຈິງ ຜູ້ທີ່ມີຄະແນນສູງ ຝຶກຊ້ອມຍິງເຕັມບົດກຽມເຂົ້າຮ່ວມແຂ່ງຂັນ ໂດຍຈັດຕັ້ງເປັນທີມປືນ ລວມມີ 5 ປະເພດປືນທີ່ຫັດແອບ ຄື: ປືນສັ້ນຊາຍແອບບົດ 1 ບົດ 5, ປືນສັ້ນຍິງແອບ ບົດ 1 ບົດ 4, ປືນເຫຼັກສັ້ນແອບບົດ 1 ແລະ ບົດ 5, ປືນເຫຼັກຍາວແອບບົດ 1 ແລະ ບົດ 4 , ປືນກົນຈັກແອບບົດ 1 ແລະ ບົດ 3.
ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຄະນະຮັບຜິດຊອບ ແລະ ນັກກິລາເຮັດໄດ້ໃນໄລຍະຜ່ານມາ ຊຶ່ງກົມກອງໄດ້ເອົາໃຈໃສ່ເປັນຕົ້ນວຽກງານວິຊາສະເພາະການຫັດແອບຍິງປືນ ແລະ ວຽກງານປິ່ນອ້ອມດ້ານຕ່າງໆ ພ້ອມນັ້ນຍັງຮຽກຮ້ອງໃຫ້ຄະນະຮັບຜິບຊອບກໍາມະການ, ຄູຝຶກ, ນັກກິລາຕ້ອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເພີ່ມທະວີສືກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ນັກກິລາໃຫ້ມີທັດສະນະການເມືອງໜັກແໜ້ນ, ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນໄລຍະໃໝ່, ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເດັດດ່ຽວໜຽວແໜ້ນ, ເສີມຂະຫຍາຍມູນເຊື້ອພິລະອາດຫານຂອງກອງທັບ ພ້ອມກັນເຮັດ ສຳເລັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ນໍາເອົາໄຊຊະນະອັນໃຫຍ່ຫຼວງມາສູ່ກອງທັບປະຊາຊົນລາວ, ສ້າງຜົນງານ ຄວາມເອກອ້າງທະນົງໃຈ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃຫ້ມີບັນຍາກາດຟົດຟື້ນ, ແຂງແຮງ ແລະ ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ.
ພາບ-ຂ່າວ: ໜັງສືພິມກອງທັບ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
