Skip to main content

ສູນກິລາສະເຕດ້ຽມສະປອດ ຮ່ວມກັບ ອະດີດນັກຮຽນອຸດົມຟ້າງຸ່ມ ມອບເຄື່ອງກິລາ ໃຫ້ສອງໂຮງຮຽນ ແຂວງໄຊສົມບູນ

17/11/2023

ສູນກິລາສະເຕດ້ຽມສະປອດ ຮ່ວມກັບ ອະດີດນັກຮຽນ ອຸດົມຟ້າງຸ່ມ ສົກຮຽນ 1980-1983 ນຳເອົາເຄື່ອງນຸ່ງກິລາ ໂດຍສະເພາະຊຸດວອມກັນໜາວ, ອຸປະກອນກິລາ ແລະ ອຸປະກອນການສຶກສາ ລວມມູນຄ່າຫຼາຍກວ່າ 70 ລ້ານກີບ ນຳໄປມອບໃຫ້ແກ່ນ້ອງນັກຮຽນໂຮງຮຽນປະຖົມສຶກສາສົມບູນຖໍ້າລໍ້ ແລະ ໂຮງຮຽນ ສາມັນກິນນອນຊົນເຜົ່າ ທີ່ແຂວງໄຊສົມບູນ ເພື່ອສົ່ງເສີມໃຫ້ນ້ອງນັກຮຽນໃນເຂດທ້ອງຖິ່ນດັ່ງກ່າວ ໄດ້ມີໂອກາດນຳໃຊ້ເຄື່ອງດີໆ ເສີມສ້າງໃຫ້ມີກຳລັງໃຈເຂົ້າໃນການຮໍ່າຮຽນ ພັດທະນາຕົນເອງໃນກິລາຕ່າງໆ ກາຍເປັນຄົນເກັ່ງ ເພື່ອກ້າວເປັນກຳລັງສຳຄັນໃຫ້ເມືອງ ກໍຄື ແຂວງໃນການເຂົ້າຮ່ວມແຂ່ງຂັນກິລາລະດັບຊາດໃນອະນາຄົດ.


ພິທີມອບ-ຮັບເຄື່ອງໃນຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 14 ພະຈິກ 2023 ທີ່ສອງໂຮງຮຽນດັ່ງກ່າວ ເປັນການກ່າວມອບໂດຍ ທ່ານ ວຽງສະຫວັນ ແສງຈັນ ຜູ້ອຳນວຍການສູນກິລາສະເຕດ້ຽມສະປອດ ຕົວແທນຈຳໜ່າຍເຄື່ອງກິລາ ເອັບບີທີ (FBT) ພຽງຜູ້ດຽວໃນສປປ ລາວ ແລະ ຈຳໜ່າຍເຄື່ອງກິລາຄົບວົງຈອນ ແລະ ຕາງໜ້າກ່າວຮັບແມ່ນ ທ່ານ ທ່ານ ລີປາວ ໄຊຍະຊ່າງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ, ມີບັນດາຄະນະອຳນວຍການໂຮງຮຽນປະຖົມສຶກສາສົມບູນຖໍ້າລໍ້ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ພ້ອມດ້ວຍພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນ ຕະຫຼອດຮອດບັນດາສະມາຊິກຂອງສູນກິລາສະເຕດ້ຽມສະປອດ ແລະ ອະດີດນັກຮຽນ ອຸດົມຟ້າງຸ່ມ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ທ່ານ ວຽງສະຫວັນ ແສງຈັນ ກ່າວວ່າ: ການນຳເອົາເຄື່ອງຕ່າງໆມາມອບໃຫ້ນັກຮຽນຂອງສອງໂຮງຮຽນດັ່ງກ່າວ ທາງພວກເຮົາໄດ້ມີເຈດຈຳນົງຢາກໃຫ້ນ້ອງໆ ກໍຄື ລູກຫຼານ ໄດ້ມີໂອກາດນຳໃຊ້ເຄື່ອງດີໆ ເສີມສ້າງໃຫ້ມີກຳລັງໃຈເຂົ້າໃນການຮໍ່າຮຽນທີ່ດີກາຍເປັນນັກຮຽນເກັ່ງ ເວົ້າສະເພາະແມ່ນເພື່ອພັດທະນາຕົນເອງໃນກິລາຕ່າງໆ ກາຍເປັນຄົນເກັ່ງ ເພື່ອກ້າວເປັນກຳລັງສຳຄັນໃຫ້ແກ່ເມືອງ ກໍຄື ແຂວງໃນການເຂົ້າຮ່ວມແຂ່ງຂັນກິລາຕ່າງໆເວທີລະດັບຊາດ ໃນອະນາຄົດ ອີກດ້ານໜຶ່ງກໍເປັນກຽມຄວາມພ້ອມໃຫ້ນ້ອງໆເພື່ອກຽມຕ້ອນຮັບລະດູໜາວທີ່ໃກ້ຫຍັບມໍ່ເຂົ້າມາແລ້ວ ສະນັ້ນ ທາງສູນກິລາສະເຕດ້ຽມສະປອດ ຈຶ່ງໄດ້ນຳເອົາເສື້ອຄໍມົນ ຈຳນວນ 200 ຜືນ, ເສື້ອວອມ 200 ຜືນ, ປຶ້ມ 200 ຫົວ, ສໍ 200 ກ້ານ ແລະ ບິກ 200 ກ້ານ ລວມມູນຄ່າຫຼາຍກວ່າ 60 ລ້ານກີບ ມາມອບໃຫ້. ນອກຈາກນັ້ນ, ກໍຍັງອະດີດນັກຮຽນອຸດົມຟ້າງຸ່ມ ກໍໄດ້ນຳເອົາປຶ້ມຈຳນວນ 1 ພັນຫົວ ພ້ອມດ້ວຍສໍ, ບິກ, ຂະໜົມ ແລະ ອື່ນໆ ລວມມູນຄ່າຫຼາຍກວ່າ 10 ລ້ານກີບ ມາມອບໃຫ້ເຊັ່ນກັນ.

ຂ່າວໂດຍ: ສົງການ ພັນແພງດີ